ແບ່ງປັນກັບຄົນອື່ນ
ເມື່ອພວກເຮົາຊື່ສັດໃນການເຊື່ອຟັງ ແລະ ແບ່ງປັນສິ່ງທີ່ພຣະເຈົ້າໄດ້ແບ່ງປັນໃຫ້ກັບພວກເຮົາ ແລ້ວພຣະອົງຊົງສັນຍາວ່າຈະແບ່ງປັນໃຫ້ຫຼາຍຂຶ້ນກວ່າເກົ່າ.
ພຣະເຈົ້າໃຊ້ຄົນທໍາມະດາ
ທ່ານຈະເຫັນວ່າພຣະເຈົ້າໃຊ້ຄົນທໍາມະດາເຮັດສິ່ງງ່າຍໆເພື່ອເຮັດໃຫ້ມີຜົນກະທົບທີ່ຍິ່ງໃຫຍ່ໄດ້.
ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
ຄົ້ນພົບໃຈຄວາມຂອງການເປັນສາວົກ, ການສ້າງສາວົກ ແລະ ຄຣິສຕະຈັກ
ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
ການເປັນສາວົກໝາຍຄວາມວ່າພວກເຮົາໄດ້ຍິນຈາກພຣະເຈົ້າ ແລະ ພວກເຮົາກໍເຊື່ອຟັງພຣະອົງ.
S.O.A.P.S.ການອ່ານພຣະຄຳພີ
ອຸປະກອນສຳລັບການຮຽນພຣະຄຳປະຈຳວັນທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈໄດ້ກໍຄືການເຊື່ອຟັງ ແລະ ການນຳເອົາຖ້ອຍຄຳຂອງພຣະເຈົ້າອອກໄປໃຊ້.
ກຸ່ມຄວາມຮັບຜິດຊອບ
ອຸປະກອນສຳລັບ 2 ຫຼື 3 ຄົນທີ່ເປັນເພດດຽວກັນເພື່ອມາພົບກັນໃນທ້າຍອາທິດ ແລະ ໜູນໃຈກັນໃນພື້ນທີ່ທີ່ກຳລັງໄປໄດ້ດ້ວຍດີ ແລະ ເປີດເຜີຍພື້ນທີ່ທີ່ຕ້ອງການການແກ້ໄຂໃຫ້ຖືກຕ້ອງ.
ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
ທ່ານຈະຄົ້ນພົບ 4 ທາງຫຼັກທີ່ພຣະເຈົ້າເຮັດໃຫ້ຜູ້ຕິດຕາມໃນແຕ່ລະມື້ຂອງພຣະອົງເປັນເໝືອນກັບພຣະເຢຊູຄຣິສຫຼາຍຂຶ້ນ.
ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
ເບິ່ງວ່າມັນງ່າຍປານໃດທີ່ຈະໃຊ້ເວລາໃນການອະທິຖານເປັນຊົ່ວໂມງ
ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
ອຸປະກອນນີ້ຖືກອອກແບບມາເພື່ອຊ່ວຍທ່ານໃຫ້ເປັນຜູ້ທີ່ສາມາດຈັດການບໍລິຫານຄວາມສຳພັນຂອງທ່ານໄດ້ດີ
ເສດຖະກິດຝ່າຍຈິດວິນຍານ
ຮຽນຮູ້ກັບເສດຖະກິດຂອງພຣະເຈົ້ານັ້ນແຕກຕ່າງຈາກເສດຖະກິດຂອງໂລກແນວໃດ. ພຣະເຈົ້າຊົງລົງທຶນກັບຜູ້ທີ່ມີຄວາມສັດຊື່ກັບສິ່ງທີ່ພວກເຂົາໄດ້ຖວາຍຫຼາຍກວ່າ.
ຂ່າວປະເສີດ ແລະ ວິທີການປະກາດ
ຮຽນຮູ້ວິທີການປະກາດຂ່າວປະເສີດຂອງພຣະເຈົ້າຕັ້ງແຕ່ເລີ່ມຕົ້ນເລື່ອງລາວຂອງມະນຸດຈົນເຖິງຕອນຈົບໃນຊີວິດນີ້
ບັບຕິສະມາ ແລະ ວິທີການຮັບ
ພຣະເຢຊູກ່າວວ່າ ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊົນຊາດເປັນລູກສິດ ໃຫ້ພວກເຂົາຮັບບິບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ. ຮຽນຮູ້ທີ່ຈະຕື່ມຂໍ້ຄວາມນີ້ເຂົ້າໄປໃນການຝຶກຝົນ.
ການເປັນພະຍານໃນ 3 ນາທີ
ຮຽນຮູ້ວິທີການແບ່ງປັນຄຳພະຍານຂອງທ່ານໃນ 3 ນາທີດ້ວຍການບອກວ່າພຣະເຢຊູມີຜົນກະທົບກັບຊີວິດຂອງທ່ານແນວໃດ.
ວິໄສທັດແຫ່ງພຣະພອນອັນຍິ່ງໃຫຍ່ທີ່ສຸດ
ຮຽນຮູ້ຮູບແບບງ່າຍໆຂອງການສ້າງທີ່ບໍ່ພຽງແຕ່ຜູ້ຕິດຕາມພຣະເຢຊູຄົນດຽວເທົ່ານັ້ນແຕ່ເປັນຄອບຄົວຝ່າຍຈິດວິນຍານທັງໝົດທີ່ທະວີຄູນຄົນແຕ່ລະຮຸ່ນເພື່ອມາເປັນສາວົກ.
ສາວົກລູກເປັດ - ການນຳໃນທັນທີ
ຮຽນຮູ້ວ່າແມ່ນຫຍັງຄືສິ່ງທີ່ລູກເປັດຕ້ອງເຮັດກັບການສ້າງສາວົກ
ຕາທີ່ເບິ່ງເຫັນວ່າອານາຈັກບໍ່ໄດ້ຢູ່ທີ່ໃດ
ເລີ່ມທີ່ຈະເຫັນວ່າອານາຈັກຂອງພຣະເຈົ້າບໍ່ໄດ້ເບິ່ງເຫັນ. ບ່ອນຕ່າງໆເຫຼົ່ານີ້ຄືບ່ອນທີ່ພຣະເຈົ້າຕ້ອງການເຮັດວຽກຫຼາຍທີ່ສຸດ
ສິນມະຫາສະໜິດຂອງພຣະເຈົ້າ ແລະ ວິທີການນຳ
ມັນເປັນວິທີງ່າຍໆໃນການສະເຫຼີມສະຫຼອງຄວາມສຳພັນທີ່ສະຫນິດແໜ້ນແຟ້ນ ແລະ ຕໍ່ເນື່ອງກັບພຣະເຢຊູ. ຮຽນຮູ້ວິທີງ່າຍໆໃນການສະເຫຼີມສະຫຼອງ.
ການຍ່າງອະທິຖານ ແລະ ວິທີການເຮັດ
ເປັນວິທີງ່າຍໆໃນການເຊື່ອຟັງຄຳສັ່ງຂອງພຣະເຈົ້າໃນການອະທິຖານເພື່ອຄົນອື່ນ ແລະ ມັນກໍເປັນເໝືອນກັບ ການອະທິຖານຕໍ່ພຣະເຈົ້າໃນຂະນະທີ່ກຳລັງຍ່າງໄປມານັ້ນ!
ບຸກຄົນແຫ່ງສັນຕິສຸກ ແລະ ວິທີການຊອກຫາບຸກຄົນຜູ້ນັ້ນ
ຮຽນຮູ້ວ່າໃຜແມ່ນບຸກຄົນແຫ່ງສັນຕິສຸກ ແລະ ຈະຮູ້ໄດ້ແນວໃດວ່າທ່ານໄດ້ພົບແລ້ວ.
ຄວາມສັດຊື່ດີກວ່າຄວາມຮູ້
ສິ່ງທີ່ສາວົກຮູ້ນັ້ນສຳຄັນ - ແຕ່ສຳຄັນກວ່ານັ້ນຄືສິ່ງທີ່ພວກເຂົາປະຕິບັດຕໍ່ສິ່ງທີ່ພວກເຮົາໄດ້ຮູ້.
ຮູບແບບການອະທິຖານອວຍພອນ
ຝຶກຄວາມຈື່ຈຳງ່າຍໆ ເພື່ອເຕື່ອນທ່ານເຖິງວິທີການອະທິຖານເພື່ອຜູ້ອື່ນ.
3/3 ຮູບແບບການນັດພົບໃນກຸ່ມ
ກຸ່ມ 3/3 ແມ່ນວິທີທີ່ເຮັດໃຫ້ຜູ້ຕິດຕາມພຣະເຢຊູໄດ້ມາພົບກັນ, ອະທິຖານ, ຮຽນຮູ້, ເຕີບໃຫຍ່, ມິດຕະພາບ ແລະ ການຝຶກຝົນການເຊື່ອຟັງ, ການແບ່ງປັນໃນສິ່ງທີ່ພວກເຂົາໄດ້ຮຽນຮູ້. ດ້ວຍວິທີນີ້ ກຸ່ມ 3/3 ບໍ່ແມ່ນພຽງກຸ່ມນ້ອຍໆແຕ່ເປັນຄຣິສຕະຈັກທີ່ລຽບງ່າຍ.
ວົງຈອນການຝຶກອົບຮົມສຳລັບສາວົກທີ່ເຕີບໃຫຍ່ເປັນຜູ້ໃຫຍ່
ຮຽນຮູ້ວົງຈອນການຝຶກອົບຮົມ ແລະ ພິຈາລະນາວ່າມັນສາມາດໃຊ້ກັບການສ້າງສາວົກໄດ້ແນວໃດ.
ຜູ້ນຳກຸ່ມເຊວ
ຜູ້ນຳກຸ່ມເຊວແມ່ນການທີ່ບຸກຄົນໜຶ່ງຮູ້ສຶກເຖິງການຊົງເອີ້ນເພື່ອທີ່ຈະເປັນຜູ້ນຳພາ ແລ້ວສາມາດພັດທະນາທັກສະຄວາມເປັນຜູ້ນຳດ້ວຍການຝຶກຝົນການຮັບໃຊ້.
ຄາດຫວັງການເຕີບໃຫຍ່ແບບບໍ່ຕໍ່ເນື່ອງ
ເບິ່ງວ່າການສ້າງສາວົກບໍ່ຈຳເປັນຕ້ອງເຮັດຕາມຂັ້ນຕອນໂດຍກົງໄດ້ແນວໃດ. ການທະວີຄູນສາມາດເກີດຂຶ້ນໄດ້ໃນເວລາດຽວກັນ.
ບາດກ້າວຂອງການທະວີຄູນ
ບາດກ້າວຂອງການທະວີຄູນ ແລະ ການທະວີຄູນແບບໄວວານັ້ນກໍຍິ່ງສຳຄັນຫຼາຍຂຶ້ນ. ເບິ່ງວ່າເປັນຫຍັງບາດກ້າວນັ້ນຈຶ່ງສຳຄັນ.
ເປັນສ່ວນໜຶ່ງຂອງຄຣິສຕະຈັກສອງແຫ່ງຢູ່ສະເໝີ
ຮຽນຮູ້ວິທີການເຊື່ອຟັງພຣະບັນຊາຂອງພຣະເຢຊູດ້ວຍການອອກໄປ ແລະ ການຢູ່.
ລາຍການກວດກາການຝຶກສອນ
ເຄື່ອງມືທີ່ມີພະລັງອຳນາດທີ່ທ່ານສາມາດໃຊ້ເພື່ອປະເມີນຈຸດແຂງ ແລະ ຈຸດອ່ອນຂອງທ່ານເອງໄດ້ຢ່າງໄວວາ ຄືຕອນທີ່ກຳລັງຈະສ້າງສາວົກຜູ້ທີ່ຈະທະວີຄູນອອກໄປ.
ຜູ້ນຳໃນເຄືອຂ່າຍ
ຮຽນຮູ້ວ່າຄຣິສຕະຈັກທີ່ທະວີຄູນຍັງຄົງເຊື່ອມຕໍ່ກັນ ແລະ ໃຊ້ຊີວິດຢູ່ຮ່ວມກັນເປັນຄອບຄົວຝ່າຍຈິດວິນຍານທີ່ຂະຫຍາຍໃຫຍ່ຂຶ້ນໄດ້ແນວໃດ
ກຸ່ມເພື່ອນທີ່ປຶກສາ
ນີ້ແມ່ນກຸ່ມທີ່ປະກອບໄປດ້ວຍຜູ້ຄົນທີ່ຈະນຳພາ ແລະ ເລີ່ມເຮັດກຸ່ມ 3/3. ນອກຈາກນີ້ມັນກໍຍັງເປັນໄປຕາມຮູບແບບ 3/3 ແລະ ເປັນວິທີທີ່ມີປະສິດທິພາບໃນການປະເມີນສຸຂະພາບຝ່າຍຈິດວິນຍານຂອງພັນທະກິດຂອງພຣະເຈົ້າໃນພື້ນທີ່ຂອງທ່ານ.
ອຸປະກອນນາສີ່ທົ່ງ
ແຜນພູມວິໄຈນາສີ່ທົ່ງແມ່ນອຸປະກອນງ່າຍໆທີ່ຜູ້ນຳກຸ່ມເຊວໃຊ້ເພື່ອສະທ້ອນເຖິງສະຖານະຄວາມພະຍາຍາມໃນປັດຈຸບັນ ແລະ ກິດຈະກຳຂອງອານາຈັກອ້ອມໂຕພວກເຂົາ.
ແຜນທີ່ຮຸ່ນ
ແຜນທີ່ຮຸ່ນແມ່ນອຸປະກອນທີ່ສະດວກສະບາຍອີກຢ່າງໜຶ່ງທີ່ສາມາດຊ່ວຍໃຫ້ຜູ້ນໍາໃນຂະບວນການຄວາມເຂົ້າໃຈ ແລະ ການເຕີບໃຫຍ່ອ້ອມໂຕພວກເຂົາ.
3 ການນໍາສະເຫນີພຣະກິດຕິຄຸນ Circles
ການນຳສະເຫນີຂ່າວປະເສີດ 3 ວົງຈອນແມ່ນວິທີການບອກເລື່ອງລາວຂອງພຣະເຢຊູຄຣິດໂດຍການໃຊ້ພາບປະກອບງ່າຍໆທີ່ສາມາດແຕ້ມໃສ່ເຈ້ຍໄດ້.