ການຝຶກອົບຮົມຊູເມແມ່ນຫຍັງ?

ຊູເມ ມາຈາກພາສາກຣີກຄືຄຳວ່າ ເຊື້ອແປ້ງ ມີຄວາມໝາຍສຳຄັນໃນມັດທາຍ 13:33 ພຣະເຢຊູປຽບທຽບອານາຈັກສະຫວັນກໍປຽບເໝືອນເຊື້ອແປ້ງປະສົມໃນແປ້ງຈຳນວນຫຼາຍທີ່ແຊກຊຶມໄປທົ່ວໃນຕົວແປ້ງ. ອຸປະມານີ້ສະແດງໃຫ້ເຫັນເຖິງການໃຊ້ຄົນທຳມະດາ, ການໃຊ້ແຫຼ່ງຊັບພະຍາກອນທີ່ທຳມະດາ, ສາມາດສົ່ງຜົນກະທົບແບບທະວີຄູນຕໍ່ອານາຈັກຂອງພຣະເຈົ້າໄດ້.

ການຝຶກອົບຮົມຊູເມມີໄວ້ເພື່ອເຮັດໃຫ້ໂລກເຕັມໄປດ້ວຍການທະວີຄູນສ້າງສາວົກໃນຍຸກຂອງພວກເຮົາ.

ໃນປີ 2015. ກຸ່ມນ້ອຍໆທີ່ມີຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ພຣະບັນຊາອັນຍິ່ງໃຫຍ່ຂອງພຣະເຢຊູໄດ້ຈັດການປະຊຸມຜູ້ນຳໂຄງການໂຈນາທານ. ພວກເຂົາອະທິຖານ ແລະ ສົນທະນາກ່ຽວກັບຄວາມທ້າທາຍໃນການທະວີຄູນສ້າງສາວົກທົ່ວໂລກ. ເມື່ອຄຳນຶງເຖິງຄວາມຈຳເປັນຂອງການເຂົ້າເຖິງ, ການສື່ສານໄດ້ຫຼາຍພາສາ ແລະ ການອົບຮົມທີ່ມີຄວາມຢືນຢຸ່ນເຊິ່ງກົງກັບສິ່ງທີ່ພຣະເຢຊູຊົງເອີ້ນຄົນທຳມະດາວ່າຈົ່ງເປັນເຊື້ອແປ້ງສຳລັບຣາຊອານາຈັກ, ແນວຄິດສຳລັບການຝຶກອົບຮົມວີດີໂອອອນລາຍກໍເກີດຂຶ້ນມາ. ໃນທີ່ສຸດແນວຄິດນີ້ກໍພັດທະນາໄປສູ່ສິ່ງທີ່ຮູ້ຈັກກັນໃນຊື່ຊູເມໃນປັດຈຸບັນ.

ຫຼັກການພື້ນຖານໃນການສ້າງສາວົກໃນການຝຶກອົບຮົມຊູເມມາຈາກພຣະຄຳພີໂດຍກົງ ແລະ ໄດ້ທົດລອງກັບທົ່ວໂລກມາແລ້ວຫຼາຍກວ່າ 30 ປີ. ຫຼັກການນີ້ໄດ້ເຮັດໃຫ້ຜູ້ທີ່ເຊື່ອໄດ້ກາຍເປັນສາວົກທີ່ໄປສ້າງສາວົກຕໍ່ອີກເທືຶ່ອໜຶ່ງ ຜົນຄືໄດ້ມີສາວົກຫຼາຍພັນລ້ານຄົນຂະຫຍາຍຣາຊອານາຈັກເຂົ້າໄປໃນບ່ອນທີ່ຍັງມືດບອດຝ່າຍວິນຍານ.

People on globe
Online training on devices

ໄດ້ມີການເປີດໂຕໃນວັນທີ 14 ກຸມພາ 2017 ຜ່ານຄວາມຮ່ວມມືຂອງຣາຊາອານາຈັກການຝຶກອົບຮົມຊູເມຍັງຄົງມີຄວາມຄິດລິເລີ່ມແບບເປີດໂດຍບໍ່ມີການຄວບຄຸມຂອງອົງກອນຢ່າງເປັນທາງການ ຫຼື ໜ່ວຍງານແຍກຕ່າງຫາກ. ເນື່ອງຈາກຊູເມບໍ່ໄດ້ຂັບເຄື່ອນດ້ວຍອົງກອນ ຈຶ່ງບໍ່ມີການປະກາດຢ່າງເປັນທາງການໃນຄວາມເຊື່ອ. ຢ່າງໃດກໍຕາມ, ທຸກຄົນທີ່ກ່ຽວຂ້ອງຈະເຫັນດີເຫັນພ້ອມກັບພັນທະມິດໂລຊານ.

ເປົ້າໝາຍຄືການເຮັດໃຫ້ທົ່ວໂລກເຕັມອີ່ມໄປດ້ວຍການທະວີຄູນສາວົກໃນລຸ້ນຂອງພວກເຮົາ. ຫຼັກການໃນພຣະຄຳພີພົບໃນການຝຶກອົບຮົມນັ້ນລຽບງ່າຍ. ສັກກະພາບໃນການປ່ຽນແປງຂອງໂລກຢູ່ໃນການປະຕິບັດຫຼັກການເຫຼົ່ານີ້.

ວິໄສທັດຂອງຊູເມປຽບເໝືອນກັບເຊື້ອແປ້ງທີ່ເຮັດວຽກຜ່ານຕົວແປ້ງທັງໝົດ, ໂດຍກະຈາຍເຄື່ອງມືພື້ນຖານຂອງຣາຊາອານາຈັກໃຫ້ກັບເພື່ອນບ້ານໃນທົ່ວໂລກ.

Groups around the globe

ວິໄສທັດຂອງຊູເມມີ 2 ຢ່າງ:

1 Training

1 ການຝຶກອົບຮົມ

ເພື່ອຝຶກຝົນຜູ້ສ້າງສາວົກຢ່າງໜ້ອຍໜຶ່ງຄົນສຳລັບທຸກໆ 5,000 ຄົນໃນອາເມຣິກາເໜືອ ແລະ ຜູ້ສ້າງສາວົກໜຶ່ງຄົນສຳລັບທຸກໆ 50,000 ຄົນໃນທົ່ວໂລກ.

2 Simple Churches

2 ຄຣິສຕະຈັກທີ່ລຽບງ່າຍ

ສຳລັບຝຶກຝົນຜູ້ສ້າງສາວົກເພື່ອເລີ່ມສ້າງການທະວີຄູນຄຣິສຕະຈັກທີ່ລຽບງ່າຍຢ່າງໜ້ອຍ 2 ແຫ່ງສຳລັບທຸກໆ 5,000 ຄົນໃນອາເມຣິກາເໜືອ ແລະ 2 ຄຣິສຕະຈັກທີ່ລຽບງ່າຍສຳລັບທຸກໆ 50,000 ຄົນໃນທົ່ວໂລກ.

ດ້ວຍການເລີ່ມຕົ້ນຈາກສິ່ງນ້ອຍໆນີ້… ສິ່ງທີ່ພຣະຄຳພີເອີ້ນວ່າເຊື້ອແປ້ງ…ພວກເຮົາກໍຈະສາມາດເຫັນໂລກທີ່ເຕັມໄປດ້ວຍສາວົກ ແລະ ຄຣິສຕະຈັກທີ່ທະວີຄູນ. ສຳຫຼວດການອົບຮົມຂອງຊູເມ ແລະ ຄົ້ນຫາວິທີການ!

ການອົບຮົມຂອງຊູເມໄດ້ຜົນແນວໃດ?

ລົງທະບຽນຟຣີ ໃຫ້ທ່ານເຂົ້າເຖິງສື່ການສອນ ແລະ ຄູຝຶກສອນອອນລາຍທັງໝົດ.

ວິດີໂອແນະນຳ ຊ່ວຍໃຫ້ກຸ່ມຂອງທ່ານເຂົ້າໃຈຫຼັກການພື້ນຖານຂອງການທະວີຄູນສາວົກ.

ກຸ່ມສົນທະນາ ຊ່ວຍໃຫ້ກຸ່ມຂອງທ່ານໄດ້ຄິດໄຕ່ຕອງຜ່ານການເປັນຜູ້ແບ່ງປັນນີ້ແມ່ນຫຍັງ.

ຕົວຢ່າງທີ່ງ່າຍດາຍ ຊ່ວຍໃຫ້ກຸ່ມຂອງທ່ານນຳໃຊ້ສິ່ງທີ່ທ່ານກຳລັງຮຽນຮູ້ພາຍໃນຕົວຢ່າງ.

ພາກການທ້າທາຍ ຊ່ວຍໃຫ້ກຸ່ມຂອງທ່ານສືບຕໍ່ຮຽນຮູ້ ແລະ ເຕີບໃຫຍ່ຂຶ້ນໃນແຕ່ລະພາກນັ້ນ.

Zúme Training video

ກ່ອນທີ່ທ່ານຈະເລີ່ມ.

Group around a table

ຊູເມບໍ່ໄດ້ຄືກັບການຝຶກອົບຮົມອື່ນໆ!

ໜຶ່ງ:

ຊູເມຖືກອອກແບບມາເພື່ອໃຫ້ເຮັດກິດຈະກຳຮ່ວມກັນເປັນກຸ່ມ. ກຸ່ມອອກກຳລັງກາຍ, ສົນທະນາ ແລະ ການຝຶກຝົນທັກສະທັງໝົດຈະດີຂຶ້ນຕໍ່ກັບຜູ້ອື່ນ, ສະນັ້ນ ໃຫ້ລວມໂຕເປັນກຸ່ມ ຖ້າຫາກເປັນໄປໄດ້.

ສອງ:

ຊູເມແມ່ນການພັດທະນາທັກສະ, ການສ້າງຄວາມສາມາດ, ບໍ່ແມ່ນພຽງແຕ່ໃຫ້ຄວາມຮູ້. ໃນທຸກໆພາກ. ເປົ້າໝາຍແມ່ນການກະທຳທີ່ເກີດຜົນ. ສິ່ງທີ່ດີທີ່ສຸດຈາກການຝຶກອົບຮົມແມ່ນຈະປ່ຽນແນວທາງການດຳເນີນຊີວິດ ແລະ ປະສົບການທີ່ເກີດຈາກຣິດອຳນາດຄວາມເຊື່ອຂອງທ່ານ.

ສິ່ງທີ່ຕ້ອງປະຕິບັດ

ຈຳເປັນສຳລັບການຝຶກອົບຮົມ:

  • ຢ່າງໜ້ອຍ 3 ຄົນ ແຕ່ດີທີ່ສຸດແມ່ນບໍ່ຕ່ຳກວ່າ 12 ຄົນ.
  • ຄວາມມຸ່ງໝັ້ນຄືໃຊ້ເວລາ 20 ຊົ່ວໂມງໃນການຮຽນຮູ້ ແລະ ຝຶກຝົນແນວຄິວ ແລະ ອຸປະກອນໃນຫຼັກສູດ.
  • ບຸກຄົນທີ່ຈະອຳນວຍຄວາມສະດວກ (ອາດແມ່ນທ່ານ) ເພື່ອຈັດເວລາໃນການພົບ ແລະ ສະຖານທີ່, ເພື່ອນຳພາໃນການສົນທະນາການຕິດຕາມຜົນ ແລະ ອຳນວຍຄວາມສະດວກໃນການແຈ້ງການ.
Training group

ບໍ່ຈຳເປັນສຳລັບການຝຶກອົບຮົມ:

  • ບໍ່ຈຳເປັນຕ້ອງມີຄວາມຮູ້ ຫຼື ປະສົບການຫຼາຍກວ່າຄົນອື່ນໆໃນກຸ່ມຂອງທ່ານ! ຖ້າທ່ານສາມາດຄິກໃນໜ້າຕໍ່ໄປ ທ່ານສາມາດເປັນຜູ້ນຳການຝຶກອົບຮົມຊູເມໄດ້.
  • ບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດພິເສດໃນການນຳພາການຝຶກອົບຮົມ! ຊູເມຄືການອຳນວຍຄວາມສະດວກດ້ວຍຕົນເອງ, ເລີ່ມຕົ້ນດ້ວຍຕົນເອງ ແລະ ທ່ານສາມາດເລີ່ມໃນມື້ນີ້ໄດ້ເລີຍ.
Not required

ກຳລັງເຊື່ອມຕໍ່ກັບຄູຝຶກສອນ.

Coach with a person

ຕະຫຼອດເສັ້ນທາງ, ຊຸມຊົນຂອງຊູເມກະຕືລືລົ້ນທີ່ຈະສະໜັບສະໜູນທ່ານດ້ວຍການຈັດຫາຄູຝຶກສອນເພື່ອຊ່ວຍທ່ານ ແລະ ກຸ່ມຂອງທ່ານໃຫ້ສາມາດເຮັດການຝຶກອົບຮົມໄດ້ຢ່າງສຳເລັດ. ຢ່າລັງເລທີ່ຈະຕິດຕໍ່ຖ້າທ່ານມີຄຳຖາມ ຫຼື ຂໍ້ກັງວົນ

ຮັບຜູ້ຝຶກສອນ

ທ່ານພ້ອມບໍ? ລົງທະບຽນມື້ນີ້ເລີຍ.

Register
ລົງທະບຽນຟຣີ