ວິທີການຕິດຕາມພຣະເຢຊູ
Video not available
ເບິ່ງວີດີໂອອະທິບາຍທີ່ສຳຄັນ 4 ຄວາມສຳພັນສຳລັບຊີວິດໃຫມ່ຂອງທ່ານ
ໃນພາກທາງລຸ່ມ, ຈະສອນທ່ານເຖິງຄວາມໝາຍໃນການເປັນຜູ້ຕິດຕາມ (ສາວົກ) ຂອງພຣະເຢຊູ
ລົງທະບຽນທ່ານຈະເຫັນວ່າພຣະເຈົ້າໃຊ້ຄົນທໍາມະດາເຮັດສິ່ງງ່າຍໆເພື່ອເຮັດໃຫ້ມີຜົນກະທົບທີ່ຍິ່ງໃຫຍ່ໄດ້.
ຄົ້ນພົບໃຈຄວາມຂອງການເປັນສາວົກ, ການສ້າງສາວົກ ແລະ ຄຣິສຕະຈັກ
ຮຽນຮູ້ຮູບແບບງ່າຍໆຂອງການສ້າງທີ່ບໍ່ພຽງແຕ່ຜູ້ຕິດຕາມພຣະເຢຊູຄົນດຽວເທົ່ານັ້ນແຕ່ເປັນຄອບຄົວຝ່າຍຈິດວິນຍານທັງໝົດທີ່ທະວີຄູນຄົນແຕ່ລະຮຸ່ນເພື່ອມາເປັນສາວົກ.
ທ່ານຈະຄົ້ນພົບ 4 ທາງຫຼັກທີ່ພຣະເຈົ້າເຮັດໃຫ້ຜູ້ຕິດຕາມໃນແຕ່ລະມື້ຂອງພຣະອົງເປັນເໝືອນກັບພຣະເຢຊູຄຣິສຫຼາຍຂຶ້ນ.
ການອະທິຖານ
ການເປັນສາວົກໝາຍຄວາມວ່າພວກເຮົາໄດ້ຍິນຈາກພຣະເຈົ້າ ແລະ ພວກເຮົາກໍເຊື່ອຟັງພຣະອົງ.
ເບິ່ງວ່າມັນງ່າຍປານໃດທີ່ຈະໃຊ້ເວລາໃນການອະທິຖານເປັນຊົ່ວໂມງ
ຝຶກຄວາມຈື່ຈຳງ່າຍໆ ເພື່ອເຕື່ອນທ່ານເຖິງວິທີການອະທິຖານເພື່ອຜູ້ອື່ນ.
ອ່ານພຣະຄຳພີ
ອຸປະກອນສຳລັບການຮຽນພຣະຄຳປະຈຳວັນທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈໄດ້ກໍຄືການເຊື່ອຟັງ ແລະ ການນຳເອົາຖ້ອຍຄຳຂອງພຣະເຈົ້າອອກໄປໃຊ້.
ສິ່ງທີ່ສາວົກຮູ້ນັ້ນສຳຄັນ - ແຕ່ສຳຄັນກວ່ານັ້ນຄືສິ່ງທີ່ພວກເຂົາປະຕິບັດຕໍ່ສິ່ງທີ່ພວກເຮົາໄດ້ຮູ້.
ຊຸມຊົນ
ກຸ່ມ 3/3 ແມ່ນວິທີທີ່ເຮັດໃຫ້ຜູ້ຕິດຕາມພຣະເຢຊູໄດ້ມາພົບກັນ, ອະທິຖານ, ຮຽນຮູ້, ເຕີບໃຫຍ່, ມິດຕະພາບ ແລະ ການຝຶກຝົນການເຊື່ອຟັງ, ການແບ່ງປັນໃນສິ່ງທີ່ພວກເຂົາໄດ້ຮຽນຮູ້. ດ້ວຍວິທີນີ້ ກຸ່ມ 3/3 ບໍ່ແມ່ນພຽງກຸ່ມນ້ອຍໆແຕ່ເປັນຄຣິສຕະຈັກທີ່ລຽບງ່າຍ.
ອຸປະກອນສຳລັບ 2 ຫຼື 3 ຄົນທີ່ເປັນເພດດຽວກັນເພື່ອມາພົບກັນໃນທ້າຍອາທິດ ແລະ ໜູນໃຈກັນໃນພື້ນທີ່ທີ່ກຳລັງໄປໄດ້ດ້ວຍດີ ແລະ ເປີດເຜີຍພື້ນທີ່ທີ່ຕ້ອງການການແກ້ໄຂໃຫ້ຖືກຕ້ອງ.
ຮຽນຮູ້ວິທີການເຊື່ອຟັງພຣະບັນຊາຂອງພຣະເຢຊູດ້ວຍການອອກໄປ ແລະ ການຢູ່.
ມັນເປັນວິທີງ່າຍໆໃນການສະເຫຼີມສະຫຼອງຄວາມສຳພັນທີ່ສະຫນິດແໜ້ນແຟ້ນ ແລະ ຕໍ່ເນື່ອງກັບພຣະເຢຊູ. ຮຽນຮູ້ວິທີງ່າຍໆໃນການສະເຫຼີມສະຫຼອງ.
ພຣະເຢຊູກ່າວວ່າ ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊົນຊາດເປັນລູກສິດ ໃຫ້ພວກເຂົາຮັບບິບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ. ຮຽນຮູ້ທີ່ຈະຕື່ມຂໍ້ຄວາມນີ້ເຂົ້າໄປໃນການຝຶກຝົນ.
ເສຍສະຫຼະ ແລະ ຍອມທຸກທໍລະມານ
ຮຽນຮູ້ກັບເສດຖະກິດຂອງພຣະເຈົ້ານັ້ນແຕກຕ່າງຈາກເສດຖະກິດຂອງໂລກແນວໃດ. ພຣະເຈົ້າຊົງລົງທຶນກັບຜູ້ທີ່ມີຄວາມສັດຊື່ກັບສິ່ງທີ່ພວກເຂົາໄດ້ຖວາຍຫຼາຍກວ່າ.
ເລີ່ມທີ່ຈະເຫັນວ່າອານາຈັກຂອງພຣະເຈົ້າບໍ່ໄດ້ເບິ່ງເຫັນ. ບ່ອນຕ່າງໆເຫຼົ່ານີ້ຄືບ່ອນທີ່ພຣະເຈົ້າຕ້ອງການເຮັດວຽກຫຼາຍທີ່ສຸດ
ພຣະເຢຊຸເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ ອຳນາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ. ເຫດສະນັ້ນພວກເຈົ້າຈົ່ງອອກໄປຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດ. ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະເຮົາຢູ່ກັບເຈົ້າທັງຫຼາຍທຸກໆວັນຈົນສິ້ນໂລກນີ້.
ສອນຜູ້ອື່ນໃຫ້ເຊື່ອຟັງ ແລະ ຕິດຕາມພຣະເຢຊູຮ່ວມກັບທ່ານ
ຮຽນຮູ້ວ່າແມ່ນຫຍັງຄືສິ່ງທີ່ລູກເປັດຕ້ອງເຮັດກັບການສ້າງສາວົກ
ຮຽນຮູ້ວົງຈອນການຝຶກອົບຮົມ ແລະ ພິຈາລະນາວ່າມັນສາມາດໃຊ້ກັບການສ້າງສາວົກໄດ້ແນວໃດ.
ເບິ່ງວ່າການສ້າງສາວົກບໍ່ຈຳເປັນຕ້ອງເຮັດຕາມຂັ້ນຕອນໂດຍກົງໄດ້ແນວໃດ. ການທະວີຄູນສາມາດເກີດຂຶ້ນໄດ້ໃນເວລາດຽວກັນ.
ບາດກ້າວຂອງການທະວີຄູນ ແລະ ການທະວີຄູນແບບໄວວານັ້ນກໍຍິ່ງສຳຄັນຫຼາຍຂຶ້ນ. ເບິ່ງວ່າເປັນຫຍັງບາດກ້າວນັ້ນຈຶ່ງສຳຄັນ.
ເວົ້າກັບຄົນທີ່ທ່ານຮູ້ຈັກກ່ຽວກັບພຣະເຢຊູ
ອຸປະກອນນີ້ຖືກອອກແບບມາເພື່ອຊ່ວຍທ່ານໃຫ້ເປັນຜູ້ທີ່ສາມາດຈັດການບໍລິຫານຄວາມສຳພັນຂອງທ່ານໄດ້ດີ
ຮຽນຮູ້ວິທີການປະກາດຂ່າວປະເສີດຂອງພຣະເຈົ້າຕັ້ງແຕ່ເລີ່ມຕົ້ນເລື່ອງລາວຂອງມະນຸດຈົນເຖິງຕອນຈົບໃນຊີວິດນີ້
ຮຽນຮູ້ວິທີການແບ່ງປັນຄຳພະຍານຂອງທ່ານໃນ 3 ນາທີດ້ວຍການບອກວ່າພຣະເຢຊູມີຜົນກະທົບກັບຊີວິດຂອງທ່ານແນວໃດ.
ເວົ້າກັບຄົນທີ່ທ່ານບໍ່ຮູ້ຈັກກ່ຽວກັບພຣະເຢຊູ
ຮຽນຮູ້ວ່າໃຜແມ່ນບຸກຄົນແຫ່ງສັນຕິສຸກ ແລະ ຈະຮູ້ໄດ້ແນວໃດວ່າທ່ານໄດ້ພົບແລ້ວ.
ເປັນວິທີງ່າຍໆໃນການເຊື່ອຟັງຄຳສັ່ງຂອງພຣະເຈົ້າໃນການອະທິຖານເພື່ອຄົນອື່ນ ແລະ ມັນກໍເປັນເໝືອນກັບ ການອະທິຖານຕໍ່ພຣະເຈົ້າໃນຂະນະທີ່ກຳລັງຍ່າງໄປມານັ້ນ!
ນີ້ແມ່ນກຸ່ມທີ່ປະກອບໄປດ້ວຍຜູ້ຄົນທີ່ຈະນຳພາ ແລະ ເລີ່ມເຮັດກຸ່ມ 3/3. ນອກຈາກນີ້ມັນກໍຍັງເປັນໄປຕາມຮູບແບບ 3/3 ແລະ ເປັນວິທີທີ່ມີປະສິດທິພາບໃນການປະເມີນສຸຂະພາບຝ່າຍຈິດວິນຍານຂອງພັນທະກິດຂອງພຣະເຈົ້າໃນພື້ນທີ່ຂອງທ່ານ.
ເຄື່ອງມືທີ່ມີພະລັງອຳນາດທີ່ທ່ານສາມາດໃຊ້ເພື່ອປະເມີນຈຸດແຂງ ແລະ ຈຸດອ່ອນຂອງທ່ານເອງໄດ້ຢ່າງໄວວາ ຄືຕອນທີ່ກຳລັງຈະສ້າງສາວົກຜູ້ທີ່ຈະທະວີຄູນອອກໄປ.
ຜູ້ນຳກຸ່ມເຊວແມ່ນການທີ່ບຸກຄົນໜຶ່ງຮູ້ສຶກເຖິງການຊົງເອີ້ນເພື່ອທີ່ຈະເປັນຜູ້ນຳພາ ແລ້ວສາມາດພັດທະນາທັກສະຄວາມເປັນຜູ້ນຳດ້ວຍການຝຶກຝົນການຮັບໃຊ້.
ຮຽນຮູ້ວ່າຄຣິສຕະຈັກທີ່ທະວີຄູນຍັງຄົງເຊື່ອມຕໍ່ກັນ ແລະ ໃຊ້ຊີວິດຢູ່ຮ່ວມກັນເປັນຄອບຄົວຝ່າຍຈິດວິນຍານທີ່ຂະຫຍາຍໃຫຍ່ຂຶ້ນໄດ້ແນວໃດ