concept

ພຣະເຈົ້າໃຊ້ຄົນທໍາມະດາ

ແບ່ງປັນໜ້ານີ້

ທ່ານເຄີຍສົງໄສບໍວ່າຄຣິສຕະຈັກເລີ່ມຕົ້ນຂຶ້ນໄດ້ແນວໃດ? ໃນຕອນເລີ່ມຕົ້ນ ບໍ່ມີໃຜເປັນມືອາຊີບ. ແປກໃຈບໍ? ດີແລ້ວ, ເພາະພຣະເຈົ້າມີແຜນການທີ່ບໍ່ຕ້ອງອາໄສມືອາຊີບ. ພຣະເຈົ້າໃຊ້ຄົນທຳມະດາ. ພຣະອົງໄດ້ໃຊ້ຄົນທຳມະດາເພື່ອເລີ່ມການເຄື່ອນໄຫວຄັ້ງທຳອິດຂອງຄຣິສຕະຈັກ. ແລະ ໃນມື້ນີ້ພຣະອົງກໍຍັງເຮັດແບບນັ້ນ. ຄຣິສຕະຈັກແຫ່ງທຳອິດໄດ້ສົ່ງຄົນທຳມະດາໄປທົ່ວໂລກເພື່ອບອກຄົນອື່ນເຖິງພຣະເຢຊູ. ມັນໄດ້ສົ່ງຄົນທຳມະດາໃຫ້ໄປຢືນຢູ່ຕໍ່ໜ້າເຈົ້າເມືອງ, ນາຍພົນ, ຜູ້ປົກຄອງ ແລະ ກະສັດ. ມັນໄດ້ສົ່ງຄົນທຳມະດາໃຫ້ໄປຮັກສາຄົນປ່ວຍ, ໃຫ້ອາຫານແກ່ຄົນຫິວ, ປຸກຄົນຕາຍໃຫ້ຟື້ນຄືນມາ ແລະ ສອນພຣະບັນຊາທັງໝົດຂອງພຣະເຈົ້າແກ່ຄົນທົ່ວໂລກ. ຄຣິສຕະຈັກແຫ່ງທຳອິດໄດ້ສົ່ງຄົນທຳມະດາເພື່ອປ່ຽນໂລກ. ແລະ ພວກເຂົາກໍໄດ້ເຮັດຢ່າງນັ້ນແທ້.

ຄວາມຝັນຂອງພວກເຮົາຄືການເຮັດຕາມທີ່ພຣະເຢຊູກ່າວ - ຊ່ວຍຄົນທຳມະດາທົ່ວໂລກໃຫ້ໃຊ້ອຸປະກອນນ້ອຍໆເພື່ອສ້າງຜົນກະທົບທີ່ຍິ່ງໃຫຍ່ໃນອານາຈັກຂອງພຣະເຈົ້າ! ຄຳສັ່ງສຸດທ້າຍຂອງພຣະເຢຊູຕໍ່ຜູ້ຕິດຕາມຂອງພຣະອົງນັ້ນລຽບງ່າຍ. ພຣະອົງກ່າວວ່າ ອຳນາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ. ເຫດສະນັ້ນພວກເຈົ້າຈົ່ງອອກໄປຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດ. ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ແລະ ເຮົາຈະຢູ່ກັບເຈົ້າທັງຫຼາຍສະເໝີໄປ ຈົນສິ້ນຍຸກ. ຄຳສັ່ງຂອງພຣະເຢຊູນັ້ນລຽບງ່າຍ - ສ້າງສາວົກ.

ຄຳແນະນຳຂອງພຣະອົງກ່ຽວກັບວິທີເຮັດກໍລຽບງ່າຍເຊັ່ນກັນ:

  • ສ້າງສາວົກບ່ອນໃດກໍຕາມທີ່ທ່ານກຳລັງໄປ;
  • ສ້າງສາວົກໂດຍການໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດ;
  • ສ້າງສາວົກໂດຍການສອນພວກເຂົາໃຫ້ເຊື່ອຟັງທຸກສິ່ງທີ່ພຣະອົງຊົງບັນຊາໄວ້.

ດັ່ງນັ້ນ ຂັ້ນຕອນໃນການສ້າງສາວົກຄືຫຍັງ?

  • ພວກເຮົາສ້າງສາວົກໄດ້ຕະຫຼອດເວລາ - ບ່ອນໃດກໍຕາມທີ່ພວກເຮົາກຳລັງໄປ ແລະ ໃນຂະນະທີ່ກຳລັງໄປ.
  • ເມື່ອມີຄົນຕັດສິນໃຈຕິດຕາມພຣະເຢຊູ - ພວກເຂົາຄວນຮັບບັບຕິສະມາ.
  • ເມື່ອພວກເຂົາເຕີບໃຫຍ່ຂຶ້ນ - ພວກເຮົາຄວນສອນສາວົກທຸກຄົນໃຫ້ເຊື່ອຟັງທຸກສິ່ງທີ່ພຣະເຢຊູຊົງບັນຊາ.

ເນື່ອງຈາກໜຶ່ງໃນຄຳສັ່ງຂອງພຣະອົງຄືການສ້າງສາວົກ, ນັ້ນໝາຍຄວາມວ່າສາວົກທຸກຄົນທີ່ຕິດຕາມພຣະເຢຊູຈຳເປັນຕ້ອງຮຽນຮູ້ວິທີການສ້າງສາວົກເຊັ່ນກັນ.

ຖາມຕົນເອງ

  • ຖ້າພຣະເຢຊູຕັ້ງໃຈໃຫ້ຜູ້ຕິດຕາມຂອງພຣະອົງທຸກໆຄົນເຊື່ອຟັງພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະອົງ, ຍ້ອນຫຍັງຈຶ່ງມີຈຳນວນຄົນບໍ່ຫຼາຍທີ່ສ້າງສາວົກໄດ້ແທ້?
    • ແນວຄິດທີ່ວ່າພຣະເຈົ້າໃຊ້ຄົນທຳມະດາ ແຕກຕ່າງຈາກສິ່ງທີ່ທ່ານເຄີຍຮຽນ ຫຼື ເຄີຍຄິດວ່າເປັນແຜນຂອງພຣະເຈົ້າບໍ?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ