concept

ຜູ້ນຳໃນເຄືອຂ່າຍ

ແບ່ງປັນໜ້ານີ້

ຜູ້ນຳໃນເຄືອຂ່າຍເຮັດໃຫ້ກຸ່ມຄຣິສຕະຈັກທີ່ລຽບງ່າຍທີ່ກຳລັງເຕີບໃຫຍ່ສາມາດເຮັດວຽກຮ່ວມກັນ, ພັດທະນາຜູ້ນຳໃໝ່ ແລະ ບັນລຸສິ່ງດີໆຫຼາຍຂຶ້ນຕາມແຜນການທີ່ພຣະເຈົ້າມີໄວ້ສຳລັບປະຊາຊົນຂອງພຣະອົງ.

ຈະເກີດຫຍັງຂຶ້ນກັບຄຣິສຕະຈັກເມື່ອພວກເຂົາເຕີບໃຫຍ່ ແລະ ເລີ່ມຕົ້ນຄຣິສຕະຈັກໃໝ່ ແລະ ເລີ່ມຕົ້ນຄຣິສຕະຈັກໃໝ່ອີກຄັ້ງ? ພວກເຂົາຈະເຊື່ອມໂຍງກັນ ແລະ ຈະໃຊ້ຊີວິດຢູ່ຮ່ວມກັນເປັນຄອບຄົວຝ່າຍວິນຍານທີ່ຂະຫຍາຍຕົວແນວໃດ? ພວກເຂົາກໍກາຍເປັນເຄືອຂ່າຍດຽວກັນ!

ເມື່ອຄອບຄົວຝ່າຍຈິດວິນຍານ (ຄື ຄຣິສຕະຈັກທີ່ລຽບງ່າຍ) ທະວີຄູນ, ເຄືອຂ່າຍຂອງຄຣິສຕະຈັກທີ່ມີຄວາມກ່ຽວພັນກັນກໍຈະພັດທະນາຂຶ້ນຢ່າງວ່ອງໄວ. ເຄືອຂ່າຍເຫຼົ່ານີ້ຈຶ່ງເຮັດວຽກຄ້າຍກັບຄຣິສຕະຈັກລະດັບເມືອງ ຫຼື ພາກພື້ນ.

ໃນລະດັບເມືອງ ຫຼື ພາກພື້ນນີ້, ພວກເຮົາເຫັນການຮັບໃຊ້ຂອງຜູ້ອາວຸໂສ ແລະ ມັກຄະນາຍົກ. ໃນລະດັບດຽວກັນນີ້, ຂອງປະທານການນຳເຊັ່ນ ອັກຄະສາວົກ, ຜູ້ພະຍາກອນ, ຜູ້ປະກາດຂ່າວປະເສີດ, ຜູ້ລ້ຽງແກະ (ສິດຍາພິບານ) ແລະ ຜູ້ສອນ ກໍເລີ່ມເຂົ້າມາຮັບໃຊ້. ຂອງປະທານການນຳເຫຼົ່ານີ້ສ່ວນໃຫຍ່ແມ່ນໃຫ້ເພື່ອການຈັດຕຽມ ແລະ ເສີມສ້າງສາວົກທຸກຄົນໃຫ້ຮັບໃຊ້ໄດ້ຢ່າງມີປະສິດທິຜົນຫຼາຍຂຶ້ນ. ຜູ້ນຳເຫຼົ່ານີ້ ລວມທັງຜູ້ອາວຸໂສ ແລະ ມັກຄະນາຍົກ ສາມາດຮັບໃຊ້ຄອບຄົວຝ່າຍຈິດວິນຍານຈຳນວນຫຼາຍໄດ້.

ພວກເຮົາເຫັນແບບຢ່າງນີ້ໃນພຣະຄຳ ເຊັ່ນ ກຸ່ມມັກຄະນາຍົກໃນຄຣິສຕະຈັກເຢຣູຊາເລັມ ຫຼື ກຸ່ມຜູ້ອາວຸໂສໃນຄຣິສຕະຈັກເອເຟໂຊ. ໂຄງສ້າງແບບນີ້ໃຊ້ຮູບແບບດຽວກັນໃນລະດັບໃຫຍ່ ກັບທີ່ເຫັນໄດ້ໃນຄອບຄົວຝ່າຍຈິດວິນຍານລະດັບນ້ອຍ. ຮູບແບບ 3/3 ປາກົດໃຫ້ເຫັນໃນການປະຊຸມຝຶກອົບຮົມຜູ້ນຳ ແລະ ໃນກຸ່ມເພື່ອນທີ່ປຶກສາ.

ຮູບແບບນາສີ່ທົ່ງຖືກນຳໃຊ້ເພື່ອການວາງແຜນ, ການປະເມີນ ແລະ ການຝຶກສອນໃນລະດັບທີ່ສູງຂຶ້ນ. ການປັບປ່ຽນສຳຄັນກໍຄື ການນຳໄປໃຊ້ເປັນໃນລັກສະນະຂອງກຸ່ມ ຫຼື ເຄືອຂ່າຍ ແທນທີ່ຈະເນັ້ນພຽງບຸກຄົນ. ເປົ້າໝາຍ ແລະ ກິດຈະກຳຈຶ່ງຖືກກຳນົດຕາມຂະໜາດຂອງການພົບປະນັ້ນ. ໂດຍປົກກະຕິ ບ່ອນທີ່ເຄືອຂ່າຍເລີ່ມຕົ້ນຈະກາຍເປັນສູນກາງດ້ານການນຳ.

ເມື່ອອິດທິພົນຂອງເຄືອຂ່າຍນັ້ນແຜ່ຂະຫຍາຍອອກໄປ ມັນກໍເຫມືອນກັບການເພີ່ມລະດັບຢູ່ພາຍໃຕ້ເຄືອຂ່າຍແມ່. ຕົວຢ່າງເຊັ່ນ ຖ້າເຄືອຂ່າຍຄຣິສຕະຈັກເລີ່ມໃນເມືອງແທມປາ ໃນຕອນແຮກມັນຈະເຮັດວຽກເປັນຄຣິສຕະຈັກລະດັບເມືອງໃນແທມປາ. ເມື່ອອິດທິພົນຂອງມັນແຜ່ຂະຫຍາຍໄປທົ່ວລັດຟລໍຣິດາ ມັນກໍອາດຈະເຮັດວຽກໃນລະດັບລັດ ແລະ ມີສາຍຂອງຄຣິສຕະຈັກລູກຢູ່ໃນເມືອງ ແລະ ເຂດຕ່າງໆ. ເມື່ອມັນສືບຕໍ່ເຕີບໃຫຍ່ ມັນກໍຈະເລີ່ມເຮັດວຽກໃນລະດັບຊາດ ຫຼື ກະທັ້ງລະດັບນານາຊາດ.

ຈະມີສາຍຂອງຄຣິສຕະຈັກລູກຫຼາຍສາຍຢູ່ໃນລັດ ແລະ ປະເທດຕ່າງໆທົ່ວໂລກ. ຄຣິສຕະຈັກເຫຼົ່ານີ້ມັກຈະຍັງຄົງເຊື່ອມຕໍ່ກັນເພາະພວກເຂົາມີ DNA ຝ່າຍຈິດວິນຍານດຽວກັນ ແລະ ມີຕົ້ນກຳເນີດຮ່ວມກັນ. ຖ້າບາງສາຍແຍກອອກໄປເປັນເຄືອຂ່າຍຂອງຕົນເອງເນື່ອງຈາກຄວາມສະດວກ, ພາສາ ຫຼື ປັດໄຈອື່ນໆ ນັ້ນກໍບໍ່ແມ່ນບັນຫາ. ຖ້າ DNA ນັ້ນຖືກສົ່ງຕໍ່ໄປໄດ້ສຳເລັດ ທຸກສິ່ງທີ່ຈຳເປັນເພື່ອເລີ່ມຕົ້ນການຂັບເຄື່ອນໃໝ່ຂອງການທະວີຄູນສາວົກ ກໍມີຢູ່ແລ້ວໃນຄອບຄົວຝ່າຍຈິດວິນຍານທຸກໆຄອບຄົວ ຫຼື ແມ່ນແຕ່ໃນສະມາຊິກທຸກຄົນຂອງຄອບຄົວນັ້ນ.

ໂດຍປົກກະຕິ ຄຣິສຕະຈັກແຕ່ລະແຫ່ງຈະມີຂະໜາດນ້ອຍ ມີຜູ້ໃຫຍ່ປະມານ 4 ຫາ 12 ຄົນ ພ້ອມກັບລູກໆຂອງພວກເຂົາ. ພວກເຂົາເປັນຄອບຄົວຂ້າມຫຼາຍຮຸ່ນ, ແມ່ນແຕ່ໄວຮຸ່ນກໍສາມາດເລີ່ມປູກຝັງຄຣິສຕະຈັກໃນກຸ່ມເພື່ອນຂອງພວກເຂົາໄດ້ຖ້າພວກເຂົາຕ້ອງການ. ຂະໜາດນ້ອຍນີ້ເຮັດໃຫ້ຄວາມສຳພັນໃກ້ຊິດຫຼາຍຂຶ້ນ, ການຮັບຜິດຊອບຕໍ່ກັນມີປະສິດທິຜົນຫຼາຍຂຶ້ນ, ແລະ ການມີສ່ວນຮ່ວມຂອງທຸກຄົນກໍສົມບູນຫຼາຍຂຶ້ນ.

ຮູບແບບປົກກະຕິສຳລັບຄົນທີ່ມາເຖິງພຣະຄຣິດ ຫຼື ສຳລັບຄົນທີ່ຕິດຕາມພຣະຄຣິດຢູ່ແລ້ວແຕ່ກຳລັງຍ້າຍໄປຢູ່ພື້ນທີ່ໃໝ່ ບໍ່ແມ່ນພຽງໃຫ້ເຂົາໄປເຂົ້າຮ່ວມຄຣິສຕະຈັກທີ່ມີຢູ່ແລ້ວ, ແຕ່ເປັນການຈັດຕຽມເຂົາໃຫ້ເລີ່ມຕົ້ນຄອບຄົວຝ່າຍຈິດວິນຍານໃໝ່, ແລ້ວຄອບຄົວນັ້ນຈຶ່ງເຂົ້າມາເຊື່ອມຢູ່ໃນເຄືອຂ່າຍ.

ດ້ວຍວິທີນີ້ ຄອບຄົວຝ່າຍຈິດວິນຍານຈະຖືກຮັກສາໃຫ້ນ້ອຍພໍທີ່ຈະເກີດຜົນ ແລະ ມີປະສິດທິຜົນຫຼາຍໃນການສ້າງສາວົກ. ອີກຄັ້ງໜຶ່ງ, ຂະໜາດນ້ອຍເຮັດໃຫ້ຄວາມສຳພັນໃກ້ຊິດຫຼາຍຂຶ້ນ, ການຮັບຜິດຊອບຕໍ່ກັນມີປະສິດທິຜົນຫຼາຍຂຶ້ນ, ແລະ ການມີສ່ວນຮ່ວມຂອງທຸກຄົນກໍສົມບູນຫຼາຍຂຶ້ນ. ຄວາມເຕັມໃຈຂອງຄຣິສຕະຈັກທີ່ລຽບງ່າຍ ແລະ ຂອງຜູ້ຕິດຕາມແຕ່ລະຄົນໃນການຮຽນຮູ້, ເຊື່ອຟັງ ແລະ ແບ່ງປັນພຣະຄຳຂອງພຣະເຈົ້າ ແມ່ນ DNA ຝ່າຍຈິດວິນຍານຂອງການຂັບເຄື່ອນ. ຖ້າສິ່ງນັ້ນຖືກສົ່ງຕໍ່ຢ່າງສຳເລັດຈາກຮຸ່ນສູ່ຮຸ່ນ, ຈາກຄຣິສຕະຈັກສູ່ຄຣິສຕະຈັກ, ແລະ ຈາກຜູ້ເຊື່ອສູ່ຜູ້ເຊື່ອ ທຸກສິ່ງທີ່ຈຳເປັນເພື່ອເລີ່ມຕົ້ນການຂັບເຄື່ອນໃໝ່ຂອງການທະວີຄູນສາວົກ ກໍມີຢູ່ແລ້ວໃນຄອບຄົວຝ່າຍຈິດວິນຍານທຸກໆຄອບຄົວ ແລະ ໃນຜູ້ຕິດຕາມພຣະເຢຊູທຸກຄົນ.

ເມື່ອການຂັບເຄື່ອນເປີດຕົວການຂັບເຄື່ອນອື່ນໆ, ນັ້ນແມ່ນເວລາທີ່ພວກເຮົາເລີ່ມເຫັນ "ເຊື້ອແປ້ງ" ກຳລັງເຮັດວຽກຢູ່ໃນແປ້ງນວດຂອງເມືອງ ຫຼື ລັດ ຫຼື ແມ່ນແຕ່ປະເທດໜຶ່ງ. ນັ້ນແມ່ນວິທີທີ່ອານາຈັກຂອງພຣະເຈົ້າເຂົ້າມາ ເພື່ອໃຫ້ນ້ຳພຣະໄທຂອງພຣະອົງສຳເລັດເທິງແຜ່ນດິນໂລກ ເໝືອນຢ່າງໃນສະຫວັນ. ນັ້ນແມ່ນວິທີທີ່ພວກເຮົາສາມາດເຮັດພຣະບັນຊາອັນຍິ່ງໃຫຍ່ໃຫ້ສຳເລັດໂດຍການເຮັດໃຫ້ຄົນທຸກຊາດເປັນລູກສິດ.

ຖາມຕົນເອງ

ມີຂໍ້ດີ ຫຼື ບໍ່ເມື່ອເຄືອຂ່າຍຂອງຄຣິສຕະຈັກທີ່ລຽບງ່າຍເຊື່ອມຕໍ່ກັນດ້ວຍຄວາມສຳພັນທີ່ເລິກເຊິ່ງ? ຕົວຢ່າງທີ່ນຶກເຖິງມີຫຍັງແດ່?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ