tool

ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ

ແບ່ງປັນໜ້ານີ້

ວົງຈອນການອະທິຖານແມ່ນອຸປະກອນງ່າຍໆສຳລັບຝຶກຝົນການອະທິຖານ ທີ່ທ່ານສາມາດໃຊ້ດ້ວຍຕົນເອງ ແລະ ແບ່ງປັນກັບຜູ້ຕິດຕາມພຣະເຢຊູຄົນໃດກໍໄດ້. ໃນ 12 ຂັ້ນຕອນງ່າຍໆ - ຂັ້ນຕອນລະ 5 ນາທີ - ວົງຈອນການອະທິຖານຈະນຳທ່ານຜ່ານ 12 ວິທີທີ່ພຣະຄຳພີສອນໃຫ້ພວກເຮົາອະທິຖານ. ໃນຕອນທ້າຍ ທ່ານຈະໄດ້ອະທິຖານເປັນເວລາໜຶ່ງຊົ່ວໂມງ. ພຣະຄຳພີບອກພວກເຮົາວ່າ “ຈົ່ງອະທິຖານຢູ່ສະເໝີ.” ບໍ່ມີຫຼາຍຄົນໃນພວກເຮົາທີ່ຈະເວົ້າໄດ້ວ່າພວກເຮົາເຮັດແບບນັ້ນ. ແຕ່ຫຼັງຈາກການອະທິຖານໜຶ່ງຊົ່ວໂມງນີ້ - ທ່ານຈະກ້າວເຂົ້າໄປໃກ້ຂຶ້ນອີກຂັ້ນໜຶ່ງ.

ໃນ 12 ຂັ້ນຕອນງ່າຍໆ - ຂັ້ນຕອນລະ 5 ນາທີ - ວົງຈອນການອະທິຖານນີ້ຈະນຳທ່ານຜ່ານ 12 ວິທີທີ່ພຣະຄຳພີສອນໃຫ້ພວກເຮົາອະທິຖານ. ໃນຕອນທ້າຍ ທ່ານຈະໄດ້ອະທິຖານເປັນເວລາໜຶ່ງຊົ່ວໂມງ. prayer cycle **ສັນລະເສີນ** - ເລີ່ມຊົ່ວໂມງແຫ່ງການອະທິຖານຂອງທ່ານດ້ວຍການສັນລະເສີນອົງພຣະຜູ້ເປັນເຈົ້າ. ສັນລະເສີນພຣະອົງສຳລັບສິ່ງທີ່ຢູ່ໃນໃຈຂອງທ່ານໃນຕອນນີ້. ສັນລະເສີນພຣະອົງສຳລັບສິ່ງພິເສດຢ່າງໜຶ່ງທີ່ພຣະອົງໄດ້ຊົງກະທຳໃນຊີວິດຂອງທ່ານໃນອາທິດທີ່ຜ່ານມາ. ສັນລະເສີນພຣະອົງສຳລັບຄວາມດີຂອງພຣະອົງທີ່ມີຕໍ່ຄອບຄົວຂອງທ່ານ. **ຄອຍຖ້າ** - ໃຊ້ເວລາຄອຍຖ້າຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. ຢູ່ຢ່າງສະຫງົບ ແລະ ໃຫ້ພຣະອົງຮວບຮວມຄວາມຄິດໄຕ່ຕອງໃຫ້ທ່ານ. **ສາລະພາບ** - ອະທິຖານຂໍໃຫ້ພຣະວິນຍານບໍຣິສຸດຊົງສຳແດງໃຫ້ທ່ານເຫັນສິ່ງໃດໆໃນຊີວິດຂອງທ່ານທີ່ອາດຈະບໍ່ເປັນທີ່ພໍພຣະໄທຂອງພຣະອົງ. ຂໍໃຫ້ພຣະອົງຊົງຊີ້ບອກທັງທ່າທີທີ່ບໍ່ຖືກຕ້ອງ ແລະ ການກະທຳສະເພາະທີ່ທ່ານຍັງບໍ່ໄດ້ສາລະພາບໃນການອະທິຖານ. ບັດນີ້ ຈົ່ງສາລະພາບສິ່ງນັ້ນຕໍ່ພຣະຜູ້ເປັນເຈົ້າ ເພື່ອວ່າທ່ານຈະໄດ້ຮັບການຊຳລະໃຫ້ສະອາດ. **ອ່ານພຣະຄຳ** - ໃຊ້ເວລາອ່ານພຣະຄຳໃນພຣະທຳເພງສັນລະເສີນ, ໃນບັນດາຜູ້ພະຍາກອນ, ຫຼື ຕອນຕ່າງໆກ່ຽວກັບການອະທິຖານທີ່ຢູ່ໃນພຣະຄຳພີໃໝ່. **ຂໍ** - ທູນຂໍຕໍ່ພຣະເຈົ້າເພື່ອຕົນເອງ. **ອະທິຖານເພື່ອຄົນອື່ນ** - ທູນຂໍຕໍ່ພຣະເຈົ້າແທນຜູ້ອື່ນ. **ອະທິຖານຕາມພຣະຄຳ** - ອະທິຖານຕາມຂໍ້ພຣະຄຳສະເພາະ. ຄຳອະທິຖານໃນພຣະຄຳພີ ຮວມທັງພຣະທຳເພງສັນລະເສີນຫຼາຍບົດ ເໝາະຢ່າງຍິ່ງສຳລັບຈຸດປະສົງນີ້. **ຂອບພຣະຄຸນ** - ຂອບພຣະຄຸນອົງພຣະຜູ້ເປັນເຈົ້າສຳລັບສິ່ງຕ່າງໆໃນຊີວິດຂອງທ່ານ, ເພື່ອຄອບຄົວຂອງທ່ານ, ແລະ ເພື່ອຄຣິສຕະຈັກຂອງທ່ານ. **ຮ້ອງເພງ** - ຮ້ອງເພງສັນລະເສີນ ຫຼື ເພງນະມັດສະການ ຫຼື ເພງຝ່າຍຈິດວິນຍານອື່ນໆ. **ໃຄ່ຄວນ** - ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງຕັດກັບທ່ານ. ກຽມປາກກາ ແລະ ເຈ້ຍໄວ້ໃຫ້ພ້ອມ ເພື່ອຈົດບັນທຶກຄວາມປະທັບໃຈທີ່ພຣະອົງປະທານໃຫ້ທ່ານ. **ຮັບຟັງ** - ໃຊ້ເວລານຳສິ່ງທີ່ທ່ານໄດ້ອ່ານ, ສິ່ງທີ່ທ່ານໄດ້ອະທິຖານ, ແລະ ສິ່ງທີ່ທ່ານໄດ້ຮ້ອງ ມາລວມເຂົ້າກັນ ແລ້ວເບິ່ງວ່າອົງພຣະຜູ້ເປັນເຈົ້າຊົງນຳສິ່ງເຫຼົ່ານັ້ນມາລວມກັນເພື່ອຕັດກັບທ່ານແນວໃດ. **ສັນລະເສີນ** - ສັນລະເສີນອົງພຣະຜູ້ເປັນເຈົ້າສຳລັບເວລາທີ່ທ່ານໄດ້ໃຊ້ຢູ່ກັບພຣະອົງ ແລະ ສຳລັບຄວາມປະທັບໃຈທີ່ພຣະອົງປະທານໃຫ້ທ່ານ. ສັນລະເສີນພຣະອົງສຳລັບພຣະລັກສະນະອັນຮຸ່ງໂລດຂອງພຣະອົງ. ຈາກປຶ້ມ *The Hour that Changes the World* ຂອງ Dick Eastman © 2002 ໂດຍ Dick Eastman, Chosen Books, Grand Rapids, MI, ນຳໃຊ້ໂດຍໄດ້ຮັບອະນຸຍາດ.

ຖາມຕົນເອງ

  • ທ່ານຈະຕ້ອງຈັດຕາຕະລາງໃໝ່ ຫຼື ຢຸດເຮັດຫຍັງແດ່ ເພື່ອໃຫ້ຊີວິດການອະທິຖານຂອງທ່ານເພີ່ມຂຶ້ນ?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ