ເສດຖະກິດຝ່າຍຈິດວິນຍານ
ພຣະເຈົ້າຊົງສຳແດງໃຫ້ພວກເຮົາເຫັນວ່າ ໃນເສດຖະກິດແຫ່ງອານາຈັກຂອງພຣະອົງ ພວກເຮົາບໍ່ໄດ້ຮັບລາງວັນຈາກສິ່ງທີ່ເຮົາໄດ້ຮັບ ແຕ່ຈາກສິ່ງທີ່ເຮົາແບ່ງອອກໄປ. ເມື່ອພວກເຮົາຊື່ສັດໃນການເຊື່ອຟັງ ແລະ ແບ່ງປັນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ແບ່ງປັນໃຫ້ກັບພວກເຮົາ ພຣະອົງຊົງສັນຍາວ່າຈະແບ່ງປັນໃຫ້ຫຼາຍຂຶ້ນອີກ. ພຣະເຢຊູກ່າວວ່າ ຜູ້ໃດທີ່ໄວ້ໃຈໄດ້ໃນສິ່ງເລັກນ້ອຍ ກໍໄວ້ໃຈໄດ້ໃນສິ່ງຫຼາຍ. ນີ້ແມ່ນເສັ້ນທາງສູ່ຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນ, ຄວາມໃກ້ຊິດທີ່ຫຼາຍຂຶ້ນ, ແລະ ການດຳເນີນຊີວິດອັນອຸດົມສົມບູນທີ່ພຣະເຈົ້າຊົງສ້າງເຮົາໃຫ້ມີ. ນີ້ແມ່ນວິທີທີ່ພວກເຮົາຈະເດີນໃນທຳການດີທີ່ພຣະເຈົ້າໄດ້ຊົງກຳນົດໄວ້ລ່ວງໜ້າໃຫ້ພວກເຮົາເຮັດ.
ໃນເສດຖະກິດແຫ່ງອານາຈັກ ພວກເຮົາໄດ້ກຳໄລຈາກສິ່ງທີ່ເຮົາແບ່ງອອກໄປ. ນີ້ແມ່ນພື້ນຖານຂອງການດຳເນີນຊີວິດຝ່າຍຈິດວິນຍານແບບຫາຍໃຈເຂົ້າ-ອອກ. ເມື່ອພວກເຮົາຊື່ສັດໃນການເຊື່ອຟັງ ແລະ ສົ່ງຕໍ່ສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງສື່ສານກັບພວກເຮົາ ພຣະອົງຈະຊົງສື່ສານກັບພວກເຮົາຢ່າງຊັດເຈນ ແລະ ຄົບຖ້ວນຫຼາຍຂຶ້ນ. ນີ້ແມ່ນເສັ້ນທາງສູ່ຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນ, ຄວາມໃກ້ຊິດກັບພຣະເຈົ້າທີ່ຫຼາຍຂຶ້ນ, ແລະ ການດຳເນີນຊີວິດອັນອຸດົມສົມບູນທີ່ພຣະອົງຊົງຕັ້ງໃຈໄວ້ສຳລັບພວກເຮົາ. ນີ້ແມ່ນວິທີທີ່ພວກເຮົາຈະເດີນໃນທຳການດີທີ່ພຣະເຈົ້າໄດ້ຊົງກຳນົດໄວ້ລ່ວງໜ້າໃຫ້ພວກເຮົາເຮັດ. ນີ້ໝາຍຄວາມວ່າ ສິ່ງທີ່ເປັນຄວາມຮັກທີ່ສຸດທີ່ພວກເຮົາຈະເຮັດໃຫ້ກັນ ແລະ ກັນໄດ້ພາຍໃນຮ່າງກາຍຂອງພຣະເຢຊູ (ຄຣິສຕະຈັກ) ແມ່ນການຝຶກຝົນຄວາມຮັບຜິດຊອບສອງດ້ານ. ນັ້ນຄື ຄວາມຮັບຜິດຊອບໃນການເຊື່ອຟັງ ແລະ ໃນການສົ່ງຕໍ່ສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງສຳແດງໃຫ້ພວກເຮົາ; ເຮັດມັນ ແລະ ສອນມັນ; ຝຶກຝົນມັນ ແລະ ແບ່ງປັນມັນກັບຄົນອື່ນ. ການດຳເນີນຊີວິດຕາມເສດຖະກິດແຫ່ງອານາຈັກເປັນສ່ວນສຳຄັນຫຼາຍຂອງການເປັນສາວົກ. ພວກເຮົາໄດ້ຮັບພຣະພອນເພື່ອຈະເປັນພຣະພອນ. ພວກເຮົາເປັນທັງຜູ້ຕິດຕາມ ແລະ ຜູ້ນຳ. ພວກເຮົາເປັນທັງຜູ້ຮຽນ ແລະ ຄູສອນ. ນີ້ແມ່ນວິທີທີ່ພວກເຮົາຈະບໍລິຫານການນຳຂອງພຣະເຈົ້າໄດ້ດີທີ່ສຸດ. ຂະບວນການນີ້ຄວນເລີ່ມຕົ້ນທັນທີທີ່ພວກເຮົາເຂົ້າສູ່ອານາຈັກ. ພວກເຮົາບໍ່ຄວນລໍຖ້າຈົນກວ່າພວກເຮົາຈະ "ເຕີບໃຫຍ່" ແລ້ວຈຶ່ງເລີ່ມຮັບໃຊ້ໃນວິທີນີ້. ກົງກັນຂ້າມ ພວກເຮົາເຕີບໃຫຍ່ຂຶ້ນໂດຍການຮັບໃຊ້ໃນວິທີນີ້. ພວກເຮົາສູດລົມເຂົ້າ ແລະ ໄດ້ຍິນຈາກພຣະເຈົ້າ. ພວກເຮົາຫາຍໃຈອອກ ແລະ ເຊື່ອຟັງສິ່ງທີ່ໄດ້ຍິນ ແລະ ແບ່ງປັນກັບຄົນອື່ນ.
ຖາມຕົນເອງ
- ແມ່ນຫຍັງຄືຄວາມແຕກຕ່າງທີ່ທ່ານເຫັນລະຫວ່າງເສດຖະກິດຝ່າຍຈິດວິນຍານຂອງພຣະເຈົ້າ ແລະ ວິທີທາງໂລກຂອງພວກເຮົາໃນການທີ່ເຮັດໃຫ້ສິ່ງໃດໜຶ່ງນັ້ນສຳເລັດ?.
ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້
ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.
ລົງທະບຽນຟຣີ