ການຍ່າງອະທິຖານ ແລະ ວິທີການເຮັດ
ການຍ່າງອະທິຖານແມ່ນການອະທິຖານຕໍ່ພຣະເຈົ້າໃນຂະນະທີ່ກຳລັງຍ່າງໄປມາ ຕາມຄວາມໝາຍຂອງມັນ. ແທນທີ່ຈະປິດຕາ ແລະ ກົ້ມຫົວ ພວກເຮົາເປີດຕາເພື່ອເຫັນຄວາມຈຳເປັນຮອບຕົວ ແລະ ກົ້ມໃຈລົງຢ່າງຖ່ອມຕົນເພື່ອຂໍໃຫ້ພຣະເຈົ້າຊົງເຂົ້າມາຊ່ວຍ. ທ່ານສາມາດຍ່າງອະທິຖານເປັນກຸ່ມນ້ອຍ 2 ຫຼື 3 ຄົນ ຫຼື ຈະຍ່າງອະທິຖານຄົນດຽວກໍໄດ້.
ໃນຂະນະທີ່ທ່ານຍ່າງ ແລະ ອະທິຖານ ໃຫ້ຕື່ນຕົວຕໍ່ໂອກາດຕ່າງໆ ແລະ ຟັງການຊົງນຳຈາກພຣະວິນຍານບໍຣິສຸດເພື່ອອະທິຖານເພື່ອບຸກຄົນ ຫຼື ກຸ່ມຄົນທີ່ທ່ານພົບຕາມທາງ. ພຣະຄຳຂອງພຣະເຈົ້າບອກວ່າ ພວກເຮົາຄວນ “ທູນຂໍ, ອະທິຖານ, ວິງວອນ ແລະ ຂອບພຣະຄຸນ ເພື່ອຄົນທັງປວງ ເພື່ອກະສັດ ແລະ ຜູ້ມີອຳນາດທັງຫຼາຍ -- ເພື່ອພວກເຮົາຈະໄດ້ດຳເນີນຊີວິດຢ່າງສະຫງົບສຸກ ແລະ ສັນຕິໃນຄວາມຊອບທຳ ແລະ ຄວາມບໍຣິສຸດທຸກຢ່າງ.
“ການນີ້ເປັນການດີ ແລະ ເປັນທີ່ພໍພຣະໄທແກ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ ຜູ້ຊົງປາດຖະໜາໃຫ້ຄົນທັງປວງລອດ ແລະ ມາເຖິງຄວາມຮູ້ຄວາມຈິງ.” ການຍ່າງອະທິຖານແມ່ນວິທີງ່າຍໆໃນການເຊື່ອຟັງຄຳສັ່ງຂອງພຣະເຈົ້າໃນການອະທິຖານເພື່ອຜູ້ອື່ນ. ແລະ ມັນກໍເປັນເໝືອນກັບຊື່ຂອງມັນນັ້ນແຫຼະ - ອະທິຖານຕໍ່ພຣະເຈົ້າໃນຂະນະທີ່ກຳລັງຍ່າງໄປມາ.
4 ແຫຼ່ງທີ່ຊ່ວຍນຳທາງການອະທິຖານຂອງທ່ານ:
- ການສັງເກດ ທ່ານເຫັນຫຍັງ? ຖ້າທ່ານເຫັນຂອງຫຼິ້ນຂອງເດັກນ້ອຍຢູ່ໃນເດີ່ນ ມັນອາດຈະກະຕຸ້ນໃຫ້ທ່ານອະທິຖານເພື່ອເດັກນ້ອຍໃນຊຸມຊົນ ເພື່ອຄອບຄົວ ຫຼື ເພື່ອໂຮງຮຽນໃນພື້ນທີ່ນັ້ນ.
- ການຄົ້ນຄວ້າ ທ່ານຮູ້ຫຍັງແດ່? ຖ້າທ່ານໄດ້ອ່ານ ຫຼື ສຶກສາກ່ຽວກັບຊຸມຊົນນັ້ນ ທ່ານອາດຈະຮູ້ບາງຢ່າງກ່ຽວກັບຄົນທີ່ອາໄສຢູ່ທີ່ນັ້ນ ຫຼື ອາດຈະຮູ້ວ່າພື້ນທີ່ນັ້ນກຳລັງປະສົບກັບອາຊະຍາກຳ ຫຼື ຄວາມບໍ່ຍຸດຕິທຳ. ໃຫ້ອະທິຖານເພື່ອສິ່ງເຫຼົ່ານີ້ ແລະ ຂໍໃຫ້ພຣະເຈົ້າຊົງເຂົ້າມາກະທຳ.
- ການຊົງນຳ ພຣະວິນຍານບໍຣິສຸດອາດຈະສະກິດໃຈຂອງທ່ານ ຫຼື ນຳຄວາມຄິດບາງຢ່າງເຂົ້າມາໃນໃຈຂອງທ່ານ ສຳລັບຄວາມຈຳເປັນພິເສດ ຫຼື ຂອບເຂດໃດໜຶ່ງຂອງການອະທິຖານ. ຈົ່ງຟັງ - ແລະ ອະທິຖານ!
- ພຣະຄຳພີ ທ່ານອາດຈະໄດ້ອ່ານພຣະຄຳບາງຕອນເພື່ອກະກຽມກ່ອນການຍ່າງຂອງທ່ານ ຫຼື ໃນຂະນະທີ່ທ່ານກຳລັງຍ່າງຢູ່ ພຣະວິນຍານບໍຣິສຸດອາດຈະນຳຂໍ້ພຣະຄຳບາງຕອນເຂົ້າມາໃນໃຈຂອງທ່ານ. ໃຫ້ອະທິຖານຕາມຂໍ້ພຣະຄຳນັ້ນ ແລະ ວ່າມັນອາດຈະສົ່ງຜົນຕໍ່ຄົນໃນພື້ນທີ່ນັ້ນແນວໃດ.
5 ຂອບເຂດອິດທິພົນທີ່ຄວນຈົດຈໍ່ໃນການອະທິຖານ:
- ລັດຖະບານ ໃຫ້ຊອກຫາ ແລະ ອະທິຖານເພື່ອສູນກາງຂອງລັດຖະບານ ເຊັ່ນ ສານ, ອາຄານຄະນະກຳມະການ ຫຼື ສຳນັກງານບັງຄັບໃຊ້ກົດໝາຍ. ໃຫ້ອະທິຖານເພື່ອການປົກປ້ອງຂອງພື້ນທີ່ນັ້ນ, ເພື່ອຄວາມຍຸດຕິທຳ ແລະ ເພື່ອສະຕິປັນຍາທີ່ຢຳເກງພຣະເຈົ້າສຳລັບຜູ້ນຳຂອງເຂົາ.
- ທຸລະກິດ ແລະ ການຄ້າ ໃຫ້ຊອກຫາ ແລະ ອະທິຖານເພື່ອສູນການຄ້າ ເຊັ່ນ ເຂດການເງິນ ຫຼື ເຂດການຄ້າ. ໃຫ້ອະທິຖານເພື່ອການລົງທຶນທີ່ຊອບທຳ ແລະ ການບໍລິຫານຊັບພະຍາກອນທີ່ດີ. ໃຫ້ອະທິຖານເພື່ອຄວາມຍຸດຕິທຳທາງເສດຖະກິດ ແລະ ໂອກາດຕ່າງໆ ພ້ອມທັງເພື່ອຜູ້ໃຫ້ທີ່ເອື້ອເຟື້ອ ແລະ ຢຳເກງພຣະເຈົ້າ ຜູ້ທີ່ໃຫ້ຄວາມສຳຄັນກັບຜູ້ຄົນຫຼາຍກວ່າຜົນກຳໄລ.
- ການສຶກສາ ໃຫ້ຊອກຫາ ແລະ ອະທິຖານເພື່ອສູນການສຶກສາ ເຊັ່ນ ໂຮງຮຽນ, ອາຄານບໍລິຫານ, ສູນຝຶກອາຊີບ, ວິທະຍາໄລຊຸມຊົນ ແລະ ມະຫາວິທະຍາໄລ. ໃຫ້ອະທິຖານເພື່ອຄູອາຈານທີ່ຊອບທຳໃຫ້ສອນຄວາມຈິງຂອງພຣະເຈົ້າ ແລະ ປົກປ້ອງຄວາມຄິດຂອງນັກຮຽນ. ໃຫ້ອະທິຖານຂໍໃຫ້ພຣະເຈົ້າຊົງເຂົ້າມາຂັດຂວາງທຸກຄວາມພະຍາຍາມທີ່ສົ່ງເສີມຄວາມຕົວະ ຫຼື ຄວາມສັບສົນ. ໃຫ້ອະທິຖານຂໍໃຫ້ສະຖານທີ່ເຫຼົ່ານີ້ສົ່ງອອກພົນລະເມືອງທີ່ມີສະຕິປັນຍາ ແລະ ມີໃຈທີ່ຈະຮັບໃຊ້ ແລະ ນຳພາ.
- ການສື່ສານ ໃຫ້ຊອກຫາ ແລະ ອະທິຖານເພື່ອສູນການສື່ສານ ເຊັ່ນ ສະຖານີວິທະຍຸ, ສະຖານີໂທລະທັດ ແລະ ຜູ້ຈັດພິມຫນັງສືພິມ. ໃຫ້ອະທິຖານເພື່ອໃຫ້ເລື່ອງລາວຂອງພຣະເຈົ້າ ແລະ ການເປັນພະຍານຂອງຜູ້ຕິດຕາມພຣະອົງ ຖືກເຜີຍແຜ່ໄປທົ່ວເມືອງ ແລະ ທົ່ວໂລກ. ໃຫ້ອະທິຖານຂໍໃຫ້ຂ່າວສານຂອງພຣະອົງຖືກສົ່ງຜ່ານສື່ຂອງພຣະອົງໄປຫາຝູງຊົນຂອງພຣະອົງ ແລະ ໃຫ້ຄົນຂອງພຣະເຈົ້າທຸກບ່ອນໄດ້ເຫັນການທຳງານຂອງພຣະອົງ.
- ຝ່າຍວິນຍານ ໃຫ້ຊອກຫາ ແລະ ອະທິຖານເພື່ອສູນກາງຝ່າຍວິນຍານ ເຊັ່ນ ອາຄານຄຣິສຕະຈັກ, ມັສຍິດ ຫຼື ພຣະວິຫານ. ໃຫ້ອະທິຖານຂໍໃຫ້ຜູ້ສະແຫວງຫາຝ່າຍວິນຍານທຸກຄົນໄດ້ພົບສັນຕິສຸກ ແລະ ການໜູນໃຈໃນພຣະເຢຊູ ແລະ ບໍ່ຖືກລົບກວນ ຫຼື ຖືກເຮັດໃຫ້ສັບສົນໂດຍສາສະໜາປອມໃດໆ.
ຖາມຕົນເອງ
- ມີບ່ອນໃດແດ່ໃນຊີວິດປະຈຳວັນຂອງທ່ານ ທີ່ທ່ານສາມາດຍ່າງອະທິຖານໄດ້ຕາມທຳມະຊາດ?
- ມີບ່ອນໃກ້ຄຽງໃດແດ່ທີ່ “ມືດບອດຝ່າຍວິນຍານ” ແລະ ຈະໄດ້ຮັບປະໂຫຍດຈາກການອະທິຖານຂອງທ່ານ ທີ່ທ່ານສາມາດໄປຍ່າງອະທິຖານໄດ້?
ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້
ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.
ລົງທະບຽນຟຣີ