concept

ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ

ແບ່ງປັນໜ້ານີ້

ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ ... ທັງມື້, ທຸກໆມື້.

ຫາຍໃຈເຂົ້າ

ໃນອານາຈັກ ພວກເຮົາຫາຍໃຈເຂົ້າເມື່ອພວກເຮົາໄດ້ຍິນຈາກພຣະເຈົ້າຜ່ານ:

  • ພຣະຄຳຂອງພຣະອົງ - ພຣະຄຳພີ
  • ການອະທິຖານ - ການສົນທະນາຂອງພວກເຮົາກັບພຣະອົງ
  • ຮ່າງກາຍຂອງພຣະອົງ - ຄຣິສຕະຈັກ, ຜູ້ຕິດຕາມພຣະເຢຊູຄົນອື່ນໆ
  • ການງານຂອງພຣະອົງ - ເຫດການ, ປະສົບການ ແລະ ບາງຄັ້ງແມ່ນການຂົ່ມເຫັງ ແລະ ຄວາມເຈັບປວດທີ່ພຣະອົງຊົງຍອມໃຫ້ລູກຂອງພຣະອົງຜ່ານໄປ

ຂ່າວດີສຳລັບຜູ້ຕິດຕາມພຣະເຢຊູທຸກຄົນກໍຄື ເມື່ອພວກເຮົາຫາຍໃຈເຂົ້າ ແລະ ໄດ້ຍິນຈາກພຣະເຈົ້າ ແລະ ເມື່ອພວກເຮົາຫາຍໃຈອອກ ແລະ ເຊື່ອຟັງສິ່ງທີ່ໄດ້ຍິນ ແລະ ແບ່ງປັນກັບຄົນອື່ນສິ່ງທີ່ພວກເຮົາໄດ້ຍິນ - ພຣະເຈົ້າຈະຊົງກ່າວຢ່າງຊັດເຈນຫຼາຍຂຶ້ນ.

ຫາຍໃຈອອກ

ໃນອານາຈັກ ພວກເຮົາຫາຍໃຈອອກເມື່ອພວກເຮົາລົງມືເຮັດຕາມສິ່ງທີ່ພວກເຮົາໄດ້ຍິນຈາກພຣະເຈົ້າ. ພວກເຮົາຫາຍໃຈອອກເມື່ອພວກເຮົາເຊື່ອຟັງ. ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການປ່ຽນຄວາມຄິດ, ຄຳເວົ້າ ຫຼື ການກະທຳຂອງພວກເຮົາ ເພື່ອໃຫ້ສອດຄ່ອງກັບພຣະເຢຊູ ແລະ ນ້ຳພຣະໄທຂອງພຣະອົງ. ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການແບ່ງປັນສິ່ງທີ່ພຣະເຢຊູໄດ້ແບ່ງປັນກັບພວກເຮົາ - ມອບສິ່ງທີ່ພຣະອົງໄດ້ມອບໃຫ້ພວກເຮົາ - ເພື່ອໃຫ້ຄົນອື່ນໄດ້ຮັບພຣະພອນເໝືອນກັນກັບທີ່ພຣະເຈົ້າກຳລັງອວຍພອນພວກເຮົາ. ສຳລັບຜູ້ຕິດຕາມພຣະເຢຊູ - ການຫາຍໃຈເຂົ້າ ແລະ ການຫາຍໃຈອອກນີ້ສຳຄັນຫຼາຍ. ມັນເປັນຊີວິດຂອງພວກເຮົາແທ້ໆ.

ຖາມຕົນເອງ

  • ເປັນຫຍັງມັນຈຶ່ງເປັນສິ່ງຈຳເປັນທີ່ເຮົາຕ້ອງຮຽນຮູ້ທີ່ຈະໄດ້ຍິນ ແລະ ຈື່ສຽງຂອງພຣະເຈົ້າ?
    • ການໄດ້ຍິນ ແລະ ການຕອບສະໜອງຕໍ່ພຣະເຈົ້າຄືກັບການຫາຍໃຈແທ້ໆຫວາ? ຍ້ອນຫຍັງ? ແລະ ຍ້ອນຫຍັງຈຶ່ງບໍ່ແມ່ນ?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ