ກຸ່ມເພື່ອນທີ່ປຶກສາ
ກຸ່ມເພື່ອນທີ່ປຶກສາໃຊ້ການໃຫ້ຄຳປຶກສາລະຫວ່າງຜູ້ນຳກັບຜູ້ນຳ ທັງກັບຜູ້ຕິດຕາມພຣະເຢຊູແຕ່ລະຄົນ, ກັບຄຣິສຕະຈັກທີ່ລຽບງ່າຍ, ກັບອົງກອນພັນທະກິດ ຫຼື ແມ່ນແຕ່ກັບເຄືອຂ່າຍຄຣິສຕະຈັກທີ່ລຽບງ່າຍ.
ນີ້ແມ່ນກຸ່ມທີ່ປະກອບໄປດ້ວຍຜູ້ຄົນທີ່ຈະນຳພາ ແລະ ເລີ່ມເຮັດກຸ່ມ 3/3. ນອກຈາກນີ້ມັນກໍຍັງເປັນໄປຕາມຮູບແບບ 3/3 ແລະ ເປັນວິທີທີ່ມີປະສິດທິພາບໃນການປະເມີນສຸຂະພາບຝ່າຍຈິດວິນຍານຂອງພັນທະກິດຂອງພຣະເຈົ້າໃນພື້ນທີ່ຂອງທ່ານ.
ກຸ່ມເຫຼົ່ານີ້ດຳເນີນຕາມແບບຢ່າງການຮັບໃຊ້ຂອງພຣະເຢຊູຈາກພຣະຄຳ, ຕັ້ງຄຳຖາມແກ່ກັນ ແລະ ໃຫ້ຄຳເຫັນສະທ້ອນກັນ - ທັງໝົດນີ້ໃຊ້ໂຄງສ້າງເວລາພື້ນຖານດຽວກັນກັບກຸ່ມ 3/3.
ພຣະເຢຊູກ່າວວ່າ, “ເຮົາໃຫ້ພຣະບັນຊາໃໝ່ແກ່ພວກເຈົ້າ ຄືໃຫ້ຮັກກັນ. ເໝືອນຢ່າງທີ່ເຮົາໄດ້ຮັກພວກເຈົ້າ ພວກເຈົ້າກໍຄວນຮັກກັນດ້ວຍ. ຖ້າພວກເຈົ້າຮັກກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນລູກສິດຂອງເຮົາ.”
ຈຸດປະສົງຂອງກຸ່ມເພື່ອນທີ່ປຶກສາແມ່ນເພື່ອຈັດໃຫ້ມີຮູບແບບງ່າຍໆ ສຳລັບການຊ່ວຍຜູ້ຕິດຕາມພຣະເຢຊູໃຫ້ເຕີບໃຫຍ່ຜ່ານການອະທິຖານ, ການເຊື່ອຟັງ, ການນຳໄປໃຊ້ ແລະ ການຮັບຜິດຊອບຕໍ່ກັນ. ອີກນັຍໜຶ່ງ - “ເພື່ອຮັກກັນ”.
ຮູບແບບງ່າຍໆສຳລັບການນຳພາກຸ່ມເພື່ອນທີ່ປຶກສາ:
ເບິ່ງຄືນຫຼັງ [1/3 ຂອງເວລາຂອງທ່ານ]
ໃນຊ່ວງທຳອິດ - ໃຊ້ເວລາໃນການອະທິຖານ ແລະ ເບິ່ງແຍງກັນ ເໝືອນກັບທີ່ທ່ານເຮັດໃນກຸ່ມ 3/3 ພື້ນຖານ. ຈາກນັ້ນໃຊ້ເວລາເບິ່ງວິໄສທັດຂອງກຸ່ມ ແລະ ຄວາມສັດຊື່ຕໍ່ຄຳມຸ່ງໝັ້ນກ່ອນໜ້າ: ທ່ານກຳລັງດຳລົງຢູ່ໃນພຣະຄຣິດໄດ້ດີພຽງໃດ? [ພຣະຄຳ, ການອະທິຖານ, ຄວາມໄວ້ວາງໃຈ, ການເຊື່ອຟັງ, ຄວາມສຳພັນສຳຄັນ?] ກຸ່ມຂອງທ່ານໄດ້ເຮັດແຜນການກະທຳຈາກພາກທີ່ແລ້ວສຳເລັດບໍ? ທົບທວນພວກມັນ.
ເບິ່ງຂຶ້ນເທິງ [1/3 ຂອງເວລາຂອງທ່ານ]
ໃຫ້ກຸ່ມສົນທະນາຄຳຖາມງ່າຍໆຕໍ່ໄປນີ້:
- ທ່ານກຳລັງເປັນແນວໃດໃນແຕ່ລະສ່ວນຂອງແຜນນາສີ່ທົ່ງ?
- ສິ່ງໃດກຳລັງໄປໄດ້ດີ? ສິ່ງທ້າທາຍທີ່ໃຫຍ່ທີ່ສຸດຂອງທ່ານແມ່ນຫຍັງ?
- ທົບທວນແຜນທີ່ຮຸ່ນປັດຈຸບັນຂອງທ່ານ.
- ມີຫຍັງທີ່ທ້າທາຍທ່ານ ຫຼື ທ່ານຮູ້ສຶກວ່າເຂົ້າໃຈຍາກ?
- ໄມ່ດົນມານີ້ ພຣະເຈົ້າກຳລັງສຳແດງຫຍັງໃຫ້ທ່ານເຫັນ?
- ມີຄຳຖາມໃດບໍຈາກຜູ້ນຳທີ່ມີປະສົບການ ຫຼື ຈາກຜູ້ເຂົ້າຮ່ວມຄົນອື່ນໆ?
ເບິ່ງໄປທາງໜ້າ [1/3 ຂອງເວລາຂອງທ່ານ]
ໃຊ້ເວລາໃນການອະທິຖານຢ່າງເງີຍບໆກັບທຸກຄົນໃນກຸ່ມ ໂດຍຂໍໃຫ້ພຣະວິນຍານບໍຣິສຸດສຳແດງໃຫ້ພວກເຂົາຮູ້ວິທີຕອບຄຳຖາມຕໍ່ໄປນີ້:
- ແຜນການກະທຳ ຫຼື ເປົ້າໝາຍໃດທີ່ພຣະເຈົ້າຢາກໃຫ້ຂ້ອຍນຳໄປປະຕິບັດກ່ອນພວກເຮົາຈະມາພົບກັນຄັ້ງຕໍ່ໄປ? [ໃຊ້ອຸປະກອນນາສີ່ທົ່ງເພື່ອຊ່ວຍໃຫ້ວຽກຂອງທ່ານຈົດຈໍ່]
- ທີ່ປຶກສາຂອງຂ້ອຍ ຫຼື ສະມາຊິກຄົນອື່ນໆໃນກຸ່ມ ຈະຊ່ວຍຂ້ອຍໃນວຽກນີ້ໄດ້ແນວໃດ?
ສຸດທ້າຍ ໃຊ້ເວລາເປັນກຸ່ມໃນການເວົ້າກັບພຣະເຈົ້າດ້ວຍການອະທິຖານ. ໃຫ້ກຸ່ມອະທິຖານເພື່ອໃຫ້ສະມາຊິກແຕ່ລະຄົນໄດ້ຮັບການອະທິຖານ ແລະ ຂໍໃຫ້ພຣະເຈົ້າຕຽມໃຈຂອງທຸກຄົນທີ່ກຸ່ມຈະເຂົ້າໄປຫາໃນຊ່ວງເວລາທີ່ຢູ່ຫ່າງກັນ. ອະທິຖານຂໍໃຫ້ພຣະເຈົ້າປະທານຄວາມກ້າຫານ ແລະ ພະລັງໃຫ້ສະມາຊິກແຕ່ລະຄົນນຳໄປປະຕິບັດ ແລະ ເຊື່ອຟັງສິ່ງທີ່ພຣະເຈົ້າໄດ້ສອນພວກເຂົາໃນພາກນີ້. ຖ້າຜູ້ນຳທີ່ມີປະສົບການຈຳເປັນຕ້ອງອະທິຖານເປັນພິເສດເພື່ອຜູ້ນຳທີ່ມີປະສົບການນ້ອຍກວ່າ ນີ້ແມ່ນເວລາທີ່ເໝາະສົມທີ່ສຸດສຳລັບຄຳອະທິຖານນັ້ນ. ເນື່ອງຈາກກຸ່ມເຫຼົ່ານີ້ມັກຈະນັດພົບກັນຈາກລະຍະໄກ, ທ່ານອາດຈະບໍ່ສາມາດສະຫຼອງພິທີສິນມະຫາສະໜິດ ຫຼື ຮ່ວມຮັບປະທານອາຫານນຳກັນໄດ້, ແຕ່ຈົ່ງໃຫ້ແນ່ໃຈວ່າມີເວລາເຊັກຂ່າວກັນເລື່ອງສຸຂະພາບ, ຄອບຄົວ ແລະ ໝູ່ເພື່ອນ.
ຖາມຕົນເອງ
- ຮູບແບບການເປັນເພື່ອນທີ່ປຶກສານີ້ແຕກຕ່າງ ຫຼື ຄ້າຍຄືກັບການເປັນເພື່ອນທີ່ປຶກສາແບບອື່ນໆທີ່ທ່ານເຄີຍປະສົບຢູ່ໂຮງຮຽນ ຫຼື ທີ່ເຮັດວຽກແນວໃດ?
ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້
ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.
ລົງທະບຽນຟຣີ