tool

ອຸປະກອນນາສີ່ທົ່ງ

ແບ່ງປັນໜ້ານີ້

ແຜນພູມວິໄຈນາສີ່ທົ່ງແມ່ນອຸປະກອນງ່າຍໆທີ່ຜູ້ນຳກຸ່ມເຊວໃຊ້ເພື່ອສະທ້ອນເຖິງສະຖານະຄວາມພະຍາຍາມໃນປັດຈຸບັນ ແລະ ກິດຈະກຳຂອງອານາຈັກອ້ອມໂຕພວກເຂົາ.

ພຣະເຢຊູມັກຈະພາສາວົກອອກໄປຈາກງານພັນທະກິດເພື່ອໄປບ່ອນທີ່ມິດງຽບກວ່າເພື່ອເບິ່ງວ່າວຽກງານທີ່ກຳລັງດຳເນີນຢູ່ເປັນແນວໃດ.

ອຸປະກອນງ່າຍໆນີ້ມີໄວ້ເພື່ອຊ່ວຍທ່ານ ແລະ ຜູ້ນຳຮ່ວມກັບທ່ານໃຫ້ເດີນຕາມແບບຢ່າງຂອງພຣະເຢຊູນີ້ ແລະ ໃຫ້ເອົາໃຈໃສ່ທຸກສ່ວນຂອງການດູແລຮັບຜິດຊອບຂອງທ່ານ.

ໃຊ້ອຸປະກອນນີ້ໃນກຸ່ມເພື່ອນທີ່ປຶກສາເພື່ອທົບທວນກິດຈະກຳ, ຜູ້ຄົນ ແລະ ກຸ່ມຕ່າງໆ ໂດຍຈັດແຍກພວກເຂົາເຂົ້າໃນທົ່ງນາຕ່າງໆ ແລະ ຖາມຄຳຖາມຫຼັກແກ່ກັນເພື່ອໃຫ້ເຫັນຈຸດທີ່ຄວນລົງມືເຮັດ ແລະ ບາດກ້າວຕໍ່ໄປ.

ຕົວຢ່າງນາສີ່ທົ່ງ

four fields

ທົ່ງນາທີ່ວ່າງເປົ່າ

ຖາມຄຳຖາມນີ້: ຢູ່ບ່ອນໃດ ຫຼື ກັບຜູ້ໃດ (ກຸ່ມຄົນໃດ) ທ່ານວາງແຜນຈະຂະຫຍາຍອານາຈັກບໍ?

ທົ່ງນາທີ່ມີເມັດພືດ

ຖາມຄຳຖາມນີ້: ບ່ອນໃດ ຫຼື ກັບໃຜທີ່ທ່ານຈະແບ່ງປັນຂ່າວປະເສີດຂອງອານາຈັກສະຫວັນ? ທ່ານຈະເຮັດແບບໃດ?

ທົ່ງນາທີ່ເຕີບໃຫຍ່

ຖາມຄຳຖາມນີ້: ທ່ານຈະຈັດຕຽມຄົນ ແລະ ຈະໃຫ້ຈິດວິນຍານຂອງເຂົາເຈົ້າໃຫຍ່ຂຶ້ນ, ເປັນບຸກຄົນ ແລະ ໃນເຄືອຂ່າຍທຳມະຊາດຂອງພວກເຂົາແນວໃດ?

ທົ່ງນາທີ່ເກັບກ່ຽວ

ຖາມຄຳຖາມນີ້: ຄອບຄົວຝ່າຍຈິດວິນຍານໃຫມ່ຖືກສ້າງຂຶ້ນແນວໃດ? (ຄຣິສຕະຈັກທີ່ລຽບງ່າຍ)

ທົ່ງນາທີ່ທະວີຄູນ

ຖາມຄຳຖາມນີ້: ກັບຜູ້ໃດ, ເມື່ອໃດ ແລະ ທ່ານກັ່ນຕອງຄົນທີ່ສັດຊື່ແນວໃດ, ຈັດຕຽມພວກເຂົາໃຫ້ພ້ອມມີຄວາມຮັບຜິດຊອບຕໍ່ການທະວີຄູນແນວໃດ?

ຖາມຕົນເອງ

  • ທ່ານມີໃຜແດ່ທີ່ມີໃຈຮັກຮ່ວມກັນກັບທ່ານ ແລະ ທ່ານສາມາດພົບກັນເພື່ອທົບທວນຄຳຖາມເຫຼົ່ານີ້ໄດ້?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ