tool

ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່

ແບ່ງປັນໜ້ານີ້

ພຣະເຈົ້າໄດ້ປະທານຄວາມສຳພັນທີ່ພວກເຮົາຕ້ອງການແລ້ວ ເພື່ອ "ອອກໄປ ແລະ ສ້າງສາວົກ." ຄົນເຫຼົ່ານີ້ຄືຄອບຄົວຂອງພວກເຮົາ, ໝູ່, ເພື່ອນບ້ານ, ເພື່ອນຮ່ວມງານ ແລະ ໝູ່ຮ່ວມຫ້ອງ - ຄົນທີ່ພວກເຮົາຮູ້ຈັກມາຕະຫຼອດຊີວິດ ຫຼື ຫາກໍພົບກັນ. ການສັດຊື່ກັບຜູ້ຄົນທີ່ພຣະເຈົ້າໄດ້ນຳມາໄວ້ໃນຊີວິດຂອງພວກເຮົາແລ້ວ ເປັນກ້າວທຳອິດທີ່ດີໃນການທະວີຄູນສາວົກ. ແລະ ມັນສາມາດເລີ່ມຕົ້ນໄດ້ດ້ວຍຂັ້ນຕອນງ່າຍໆ ຄືການສ້າງລາຍຊື່.

List of 100 ດາວໂຫຼດ 100 ລາຍຊື່, ພິມມັນອອກ, ແລະ ຕື່ມມັນໃຫ້ຄົບ ເພື່ອເຂົ້າໃຈຄວາມສຳພັນທີ່ພຣະເຈົ້າຊົງປະທານໃຫ້ທ່ານໄດ້ດີຂຶ້ນ.

ຖາມຕົນເອງ

  • ມີຊື່ໃດແດ່ໃນລາຍຊື່ນີ້ ທີ່ທ່ານສາມາດແບ່ງປັນການເປັນພະຍານຂອງທ່ານ ຫຼື ເລື່ອງລາວຂອງພຣະເຈົ້າໄດ້ ໃນ 24 ຊົ່ວໂມງຂ້າງໜ້າ?
    • ມີເວລາປະຈຳໃດໃນແຕ່ລະອາທິດ ທີ່ທ່ານສາມາດທົບທວນລາຍຊື່ນີ້ ແລະ ລົງມືເພື່ອເຂົ້າໄປມີສ່ວນຮ່ວມດ້ານຈິດວິນຍານກັບເຄືອຂ່າຍຄວາມສຳພັນສ່ວນຕົວຂອງທ່ານ?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ