ພາກເຂັ້ມຂົ້ນ 1
ເຊັກອິນ
(1 min)
ໃຫ້ຜູ້ເຂົ້າຮ່ວມ ແລະ ຜູ້ອຳນວຍຄວາມສະດວກທຸກຄົນເຊັກອິນ.
Or six.zume.training/checkin and use code: 1397
ອະທິຖານ
(5 min)
ຢູ່ກັບການອະທິຖານ. ຄວາມເຂົ້າໃຈຝ່າຍຈິດວິນຍານ ແລະ ການປ່ຽນແປງບໍ່ສາມາດເປັນໄປໄດ້ຖ້າຫາກບໍ່ມີພຣະວິນຍານບໍລິສຸດ. ໃຊ້ເວລາຢູ່ໃນກຸ່ມໃຫ້ພຣະອົງຊົງນຳຕະຫຼອດທັງພາກນີ້.
ພາບລວມ
(1 min)
ໃນພາກນີ້, ພວກເຮົາຈະໄດ້ຍິນ ແລະ ສົນທະນາກ່ຽວກັບແນວຄິດເຫຼົ່ານີ້:
ແລະ ພວກເຮົາຈະເພີ່ມອຸປະກອນເຫຼົ່ານີ້ໃສ່ເຊັດອຸປະກອນ
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
- ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
- S.O.A.P.S.ການອ່ານພຣະຄຳພີ
- ກຸ່ມຄວາມຮັບຜິດຊອບ
- ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
- ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
READ
(5 min)
ພຣະເຈົ້າໃຊ້ຄົນທໍາມະດາ
ຍິນດີຕ້ອນຮັບສູ່ການອົບຮົມຊູເມ້ - ຊູເມ້ໃນພາສາກຣີກແປວ່າ "ຢີດ"
ພຣະເຢຊູເຈົ້າບອກພວກເຮົາວ່າອານາຈັກຂອງພຣະເຈົ້າປຽບເໝືອນ "ຊູເມ້" ຈຳນວນໜ້ອຍໜຶ່ງເຊິ່ງຍິງຜູ້ໜຶ່ງເອົາໄປປະສົມໃສ່ແປ້ງສາມຜອງໃຫຍ່
ໃນຂະນະທີ່ລາວປະສົມເຊື້ອແປ້ງລົງໃນແປ້ງນັ້ນ ມັນກໍກະຈາຍໄປທົ່ວເຮັດໃຫ້ແປ້ງທັງໝົດຟູຂຶ້ນ
ພຣະເຢຊູເຈົ້າກຳລັງສະແດງໃຫ້ພວກເຮົາເຫັນວ່າ ຄົນທຳມະດາຄົນໜຶ່ງກໍສາມາດເອົາສິ່ງເລັກນ້ອຍແລະໃຊ້ມັນໃຫ້ເກີດຜົນທີ່ຍິ່ງໃຫຍ່ໄດ້!
ຄວາມຝັນຂອງພວກເຮົາແມ່ນເຮັດໃນສິ່ງທີ່ພຣະເຢຊູເຈົ້າບອກ - ນັ້ນຄືເພື່ອຊ່ວຍໃຫ້ຄົນທົ່ວໂລກໃຊ້ເຄື່ອງມືງ່າຍໆນີ້ ເພື່ອການເກີດຜົນທີ່ຍິ່ງໃຫຍ່ໃນອານາຈັກຂອງພຣະເຈົ້າ!
ພຣະມະຫາບັນຊາສຸດທ້າຍຂອງພຣະເຢຊູເຈົ້າຕໍ່ບັນດາສາວົກຂອງພຣະອົງນັ້ນງ່າຍດາຍ ພຣະອົງກ່າວວ່າ -
"ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ, ແລະພຣະວິຍານບໍລິສຸດເຈົ້າ ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ, ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້"
ຄຳສັ່ງສຸດທ້າຍຂອງພຣະເຢຊູເຈົ້ານັ້ນງ່າຍດາຍຄື - ຈົ່ງໄປສ້າງສາວົກ
ແລະຄຳສັ່ງຂອງພຣະອົງທີ່ຈະໃຫ້ພວກເຮົາເຮັດນັ້ນກໍງ່າຍໆຄື ຈົ່ງສ້າງສາວົກບໍ່ວ່າທ່ານຈະໄປບ່ອນໃດກໍ່ຕາມ
- ສ້າງສາວົກໂດຍການໃຫ້ພວກເຂົາຮັບບັບຕິສະມາໃນ ພຣະນາມຂອງພຣະບິດາ ພຣະບຸດແລະພຣະວິນຍານບໍລິສຸດເຈົ້າ
- ສ້າງສາວົກໂດຍການສອນພວກເຂົາໃຫ້ເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າໄດ້ບັນຊາໄວ້
ດັ່ງນັ້ນຂັ້ນຕອນສ້າງສາວົກມີຫຍັງແດ່ ?
- ໃຫ້ພວກເຮົາສ້າງສາວົກຕະຫຼອດເວລາຄື - ບໍ່ວ່າພວກເຮົາຈະໄປໃສແລະໃນເວລາທີ່ເຮົາໄປ
- ເມື່ອມີຄົນຕັດສິນໃຈເຊື່ອພຣະເຢຊູເຈົ້າ - ພວກເຂົາຄວນຈະຮັບບັບຕິສະມາ
- ໃນຂະນະທີ່ພວກເຂົາເຕີບໃຫຍ່ - ພວກເຮົາຄວນສອນສາວົກທຸກຄົນວ່າຈະເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າສອນໄດ້ແນວໃດ
ເນື່ອງຈາກວ່າສິ່ງໜຶ່ງທີ່ພຣະອົງຊົງບັນຊາໄວ້ກໍຄືການໄປສ້າງສາວົກ ນັ້ນກໍໝາຍຄວາມວ່າສາວົກທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າຈະຕ້ອງຮຽນຮູ້ວິທີການສ້າງວົກຄືກັນ
ຜູ້ທີ່ເຊື່ອໃນພຣະເຈົ້າກຳລັງສ້າງສາວົກແລະບັນດາຜູ້ເຊື່ອໃໝ່ກໍ່ກຳລັງສ້າງສາວົກເຊັ່ນກັນ
ການເພິ່ມຈຳນວນສາວົກ ນັ້ນແມ່ນວິທີການເຮັດວຽກຂອງຊູເມ້
ເໝືອນດັ່ງເຊື້ອແປ້ງ - ທີ່ທຳງານກັບແປ້ງໝົດທັງກ້ອນຈົນ ແປ້ງທັງໝົດຟູຂຶ້ນມາ
ເມື່ອພຣະເຢຊູເຈົ້າຊົງບັນຊາໃຫ້ອອກໄປສ້າງສາວົກ ພຣະອົງກໍຊົງໃຫ້ຄຳພຣະສັນຍາອີກດ້ວຍ
ພຣະເຢຊູເຈົ້າກ່າວວ່າ - ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້"
ທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າ ຄວນເຊື່ອໝັ້ນໃນພຣະສັນຍາທີ່ວ່າ ພຣະອົງຈະຢູ່ກັບເຮົາ
ສະເໝີ ເພາະພຣະອົງຊົງຢູ່ກັບພວກເຮົາ!
ແຕ່ນັ້ນຍັງໝາຍເຖິງຜູ້ທີ່ເຊື່ອໃນພຣະເຢຊູເຈົ້າຄວນຍອມຮັບຄວາມຈິງທີ່ວ່າ ພຣະເຢຊູເຈົ້າຕ້ອງການໃຫ້ພວກເຮົາທຸກຄົນອອກໄປສ້າງສາວົກ ເພາະນັ້ນຄືສິ່ງທີ່ພຣະອົງຊົງເຮັດ
ພຣະເຢຊູເຈົ້າກ່າວວ່າ - ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນ-ຈົ່ງໄປສ້າງສາວົກ
ພຣະເຢຊູເຈົ້າບອກວ່າບໍ່ມີອຳນາດໃດຍິ່ງໃຫຍ່ກວ່ານັ້ນ ບໍ່ມີປະເພນີໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີວັດທະນະທຳໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີກົດບັນຍັດໃດໃນໂລກມີສິດທິອຳນາດຫຼາຍກວ່ານັ້ນ
ພຣະເຢຊູເຈົ້າກ່າວວ່າ - ຈົ່ງອອກໄປສ້າງສາວົກ
ແລະເຊັ່ນດຽວກັບຊູເມ້ - ເໝືອນກັບເຊື້ອແປ້ງ - ພວກເຮົາຈະເຮັດຕໍ່ໄປແລະເຕີບໃຫຍ່ຂຶ້ນເລື້ອຍໆຈົນກວ່າວຽກງານທັງໝົດຈະສຳເລັດ
ສົນທະນາ
(10 min)
- ຖ້າພຣະເຢຊູຕັ້ງໃຈໃຫ້ຜູ້ຕິດຕາມຂອງພຣະອົງທຸກໆຄົນເຊື່ອຟັງພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະອົງ, ຍ້ອນຫຍັງຈຶ່ງມີຈຳນວນຄົນບໍ່ຫຼາຍທີ່ສ້າງສາວົກໄດ້ແທ້?
READ
(5 min)
ສາວົກ ແລະ ຄຣິສຕະຈັກ
ຍິນດີຕ້ອນຮັບເຂົ້າສູ່ບົດຮຽນ ຊູມີ. ໃນບົດຮຽນນີ້ເຮົາຈະເວົ້າເຖິງສາວົກ ແລະ ຄຣິສຕະຈັກ. ສາວົກແມ່ນຫຍັງ? ແລະ ທ່ານຈະສ້າງສາວົກໄດ້ແນວໃດ? ທ່ານຈະສອນຜູ້ເຊື່ອໃນພຣະເຢຊູຄຣິດເຈົ້າໃຫ້ເຊື່ອຟັງພຣະບັນຊາທັງໝົດຂອງພຣະອົງໄດ້ແນວໃດ? ທ່ານຈະນໍາຊີວິດຂອງຄົນໜຶ່ງທີ່ຕົກເປັນທາດຂອງໂລກນີ້ ແລະ ຊ່ອຍລາວໃຫ້ເປັນປະຊາກອນຂອງອານາຈັກສະຫວັນໄດ້ແນວໃດ? ຄວາມໝາຍຂອງຄໍາວ່າ ສາວົກ ແມ່ນຜູ້ເຊື່ອ ດັ່ງນັ້ນສາວົກແມ່ນຜູ້ເຊື່ອໃນພຣະເຈົ້າ. ພຣະເຢຊູເຈົ້າກ່າວວ່າ ອໍານາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກໄດ້ມອບໃຫ້ກັບເຮົາແລ້ວ. ດັ່ງນັ້ນພຣະເຢຊູເຈົ້າຊົງເປັນອານາຈັກຂອງພວກເຮົາ ພວກເຮົາເປັນພົນລະເມືອງຂອງພຣະອົງ ແລະ ຢູ່ພາຍໃຕ້ນໍ້າພຣະໄທຂອງພຣະອົງ, ຄວາມປາດຖະໜາ, ຈຸດປະສົງ, ຄວາມຕັ້ງໃຈ, ການຈັດລໍາດັບຄວາມສໍາຄັນ ແລະ ຄຸນຄ່າຕ່າງໆຂອງພຣະອົງເປັນສິ່ງສໍາຄັນທີ່ສູງທີ່ສຸດ ແລະ ດີທີ່ສຸດ. ພຣະຄໍາຂອງພຣະອົງແມ່ນພຣະບັນຍັດ. ສະນັ້ນບັນຍັດຂອງລາຊາອານາຈັກຂອງພຣະອົງແມ່ນຫຍັງ? ພຣະເຢຊູເຈົ້າໄດ້ບອກໃຫ້ປະຊາກອນຂອງພຣະອົງໃຫ້ເຮັດຫຍັງ? ພຣະເຢຊູເຈົ້າຊົງກາວວ່າ ຈົ່ງຮັກພຣະເຈົ້າດ້ວຍສຸດໃຈຂອງທ່ານ ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກໍາລັງຂອງທ່ານ. ພຣະເຢຊູເຈົ້າຊົງກ່າວວ່າ ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ. ພຣະເຢຊູເຈົ້າກ່າວ່າ ພຣະບັນຍັດຂອງພຣະເຈົ້າຈາກພຣະສັນຍາເດີມ ບໍ່ວ່າຈະເປັນພຣະບັນຍັດ ຫຼື ຖ້ອຍຄໍາຂອງຜູ້ປະກາດທັງໝົດກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້ຄືຈົ່ງຮັກພຣະເຈົ້າ ແລະ ຮັກຄົນອື່ນ. ພຣະເຢຊູເຈົ້າຊົງກ່າວວ່າຈົ່ງສ້າງສາວົກ ພຣະເຢຊູເຈົ້າກ່າວວ່າຈົ່ງສ້າງເຂົາໃຫ້ສອນສາວົກ. ເນື່ອງຈາກການສ້າງສອນສາວົກ ລວມເຖິງການສອນໃຫ້ເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າຊົງບັນຊາໄວ້. ດັ່ງນັ້ນ ພຣະສັນຍາສະຫຼຸບໄວ້ສິ່ງດຽວຄືການສ້າງສາວົກ. ສາວົກແມ່ນຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ ຜູ້ທີ່ຮັກພຣະເຈົ້າ ຮັກຄົນອື່ນ ແລະ ສ້າງສາວົກ. ຖ້າເຊັ່ນນັ້ນຄຣິສຕະຈັກແມ່ນຫຍັງ? ທ່ານອາດຈະລຶ້ງເຄີຍກັບການຄິດວ່າຄຣິສຕະຈັກແມ່ນອາຄານຫລັງໜຶ່ງ ເຊິ່ງເປັນສະຖານທີ່ທີ່ທ່ານໄປ ພຣະຄໍາຂອງພຣະເຈົ້າໄດ້ກ່າວກ່ຽວກັບຄຣິສຕະຈັກວ່າເປັນການຮວມໂຕກັນຂອງຜູ້ທີ່ເຊື່ອ ຜູ້ທີ່ຮັບໃຊ້ໃນພຣະເຈົ້າ. ຄໍາວ່າຄຣິສຕະຈັກຖືກໃຊ້ໃນພຣະຄໍາພີ 3 ແບບຄື: ຄຣິສຕະຈັກສາກົນໝາຍເຖິງຜູ້ທີ່ເຊື່ອໃນພຣະເຢຊູຄຣິດທັງໃນອະດີດ ແລະ ໃນປັດຈຸບັນ ແລະ ຜູ້ເຊື່ອໃນພຣະເຢຊູເຈົ້າໃນອະນາຄົດ. ຄຣິສຕະຈັກທ້ອງຖິ່ນ ຫຼື ພື້ນທີ່ໝາຍເຖິງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ອາໄສຢູ່ໃນພື້ນທີ່ໃດໜຶ່ງຂອງໂລກນີ້. ຄຣິສຕະຈັກຕາມບ້ານໝາຍເຖິີງຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ ແລະ ປະຊຸມກັນຢູ່ໃນເຮືອນຄົນໃດຄົນໜຶ່ງ ຫຼື ຫຼາຍໆຄົນ. ຄອບຄົວຝ່າຍວິນຍານໝາຍເຖິງຜູ້ທີ່ເຊື່ອພຣະເຈົ້າ ຮັກພຣະເຈົ້າ ຮັກຄົນອື່ນ ແລະ ສ້າງສາວົກ. ເປັນກຸ່ມຄົນທີ່ມາພົບກັນໃນພື້ນທີ່ເພື່ອຮວມໂຕກັນເປັນຄຣິສຕະຈັກຄືຕາມຮູບແບບສຸດທ້າຍນັ້ນແມ່ນຄຣິສຕະຈັກຕາມບ້ານ ຫຼື ຄຣິສຕະຈັກລຽບງ່າຍ. ເມື່ອຄຣິສຕະຈັກລຽບງ່າຍເຫຼົ່ານັ້ນມາປະສານງານເພື່ອເຮັດສິ່ງທີ່ໃຫຍ່ກວ່າ ຄືການຮວມໂຕກັນແລ້ວພວກເຂົາກໍສາມາດຕັ້ງເປັນຄຣິສຕະຈັກທ້ອງຖິ່ນ ຫຼື ຄຣິສຕະຈັກໃນພື້ນທີ່ນັ້ນໄດ້. ຄຣິສຕະຈັກລຽບງ່າຍທັງໝົດໄດ້ປະສານກັນເປັນພື້ນທີ່ຕ່າງໆ ແລະ ໄດ້ຂະຫຍາຍແຜ່ອອກໄປຕະຫຼອດປະຫວັດສາດທີ່ຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງຄຣິສຕະຈັກສາກົນ ນັ້ນແມ່ນຄຣິສຕະຈັກທີ່ຂຶ້ນຕົ້ນດ້ວຍໂຕອັກສອນ ຄ ຄົນ. ຄຣິສຕະຈັກລຽບງ່າຍເປັນຄອບຄົວຝ່າຍວິນຍານທີ່ມີພຣະເຢຊູເຈົ້າເປັນສູນກາງ ແລະ ເປັນກະສັດຂອງພວກເຂົາ. ຄຣິສຕະຈັກລຽບງ່າຍເປັນຄຣິສຕະຈັກທີ່ຮັກພຣະເຈົ້າ ຮັກຜູ້ອື່ນ ແລະ ສ້າງສາວົກ ທີ່ເພີ່ມຈຳນວນທະວີຂຶ້ນ. ບາງຄຣິສຕະຈັກມີເຮືອນ ມີລາຍງານ ມີງົບປະມານ ແລະ ພະນັກງານ ແຕ່ຄຣິສຕະຈັກລຽບງ່າຍບໍ່ຈໍາເປັນຕ້ອງມີສິ່ງເຫຼ່ົານັ້ນ ເພື່ອຮັກພຣະເຈົ້າ ຮັກຜູ້ອື່ນ ແລະ ສ້າງສາວົກໃຫ້ຈໍານວນເພີ່ມທະວີ ແລະ ເນື່ອງຈາກສິ່ງໃດກໍຕາມທີ່ເພີ່ມເຂົ້າມາ ຍ່ອມເຮັດໃຫ້ຄຣິສຕະຈັກຊັບຊ້ອນຫຼາຍຍິ່ງຂຶ້ນ ແລະ ຍາກຂຶ້ນໃນການເພີ່ມທະວີຈໍານວນ. ການຝຶກອົບຮົມຈຶ່ງໄດ້ປະສິ່ງເຫຼົ່ານີ້ເປັນລາຍການງົບປະມານເອົາໄວ້ໃຫ້ເປັນໜ້າທີ່ຂອງຄຣິສຕະຈັກທ້ອງຖິ່ນ ຫຼື ຄຣິສຕະຈັກພື້ນທີ່ເປັນຜູ້ສ້າງຂຶ້ນມາ. ເຊິ່ງກໍມາຈາກການເພີ່ມທະວີຂອງຈໍານວນຂອງຄຣິສຕະຈັກລຽບງ່າຍນັ້ນເອງ. ກະລຸນາຈື່ໄວ້ວ່າ ຊູມີ ໝາຍເຖິງເຊື້ອແປ້ງ ສິ່ງມີຊີວິດເຊວດຽວທີ່ສາມາດແຜ່ຂະຫຍາຍໄດ້ຢ່າງໄວວາ ໂດຍການອົບຮົມຊູມີມັກຈະເປັນເໝືອນເຊື້ອແປ້ງນັ້ນມັນງ່າຍດາຍ ແລະ ເພີ່ມຈໍານວນເປັນທະວີຄູນ ແຕ່ກ່ອນທີ່ເຮົາຈະເລີ່ມເພີ່ມຈໍານວນເຮົາຕ້ອງແນ່ໃຈເສຍກ່ອນວ່າເຮົາຕ້ອງການເພີ່ມຈໍານວນສິ່ງໃດ ການເພີ່ມທະວີຈໍານວນນັ້ນອາດຈະເປັນເລື່ອງທີ່ດີ ແຕ່ກໍບໍ່ສະເຫມີໄປ. ເຊື້ອມະເລັງມັນກໍແມ່ນການເພີ່ມທະວີຈໍານວນ ແຕ່ມັນກໍນໍາໄປສູ່ຄວາມຕາຍ ເຮົາຈະສ້າງຊີວິດໃໝ່ບໍ່ແມ່ນຄວາມຕາຍໄດ້ແນວໃດ ແລະ ເຮົາແນ່ໃຈໄດ້ແນວໃດວ່າເຮົາເປັນສາວົກທີ່ມີຄຸນຄ່າຕໍ່ການສ້າງສາວົກໃໝ່
ສົນທະນາ
(10 min)
- ເມື່ອທ່ານຄິດເຖິງຄຣິສຕະຈັກ, ທ່ານຄິດເຖິງແມ່ນຫຍັງ?
- ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຮູບພາບນັ້ນ ແລະ ສິ່ງທີ່ວີດີໂອໄດ້ອະທິບາຍໄວ້ເຖິງຄຣິສຕະຈັກທີ່ລຽບງ່າຍ?
- ທ່ານຄິດວ່າອັນໃດຈະງ່າຍກວ່າໃນການທະວີຄູນສາວົກ ແລະ ຍ້ອນຫຍັງ?
READ
(5 min)
ການໄດ້ຍິນ ແລະ ການເຊື່ອຟັງພຣະເຈົ້າ
ຍິນດີຕ້ອນຮັບກັບເຂົ້າສູ່ການອົບຮົມຊູເມ້
ໃນບົດຮຽນນີ້ພວກເຮົາຈະເວົ້າເຖິງການໄດ້ຍິນສຽງຈາກພຣະເຈົ້າແລະການເຊື່ອຟັງໃນສິ່ງທີ່ພວກເຮົາໄດ້ຍິນ
ການຫາຍໃຈຄືຊີວິດ ເຮົາຫາຍໃຈເຂົ້າ ເຮົາຫາຍໃຈອອກ ຊີວິດ
ໃນອານາຈັກຂອງພຣະເຈົ້າການຫາຍໃຈກໍສຳຄັນຄືກັນ
ອັນທີ່ຈິງແລ້ວພຣະເຈົ້າຊົງເອີ້ນພຣະວິນຍານຂອງພຣະອົງວ່າ "ລົມຫາຍໃຈ"
ໃນອານາຈັກຂອງພຣະເຈົ້າ ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານທາງພຣະຄຳຂອງພຣະອົງຄື - ຈາກພຣະຄຳພີ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານທາງການອະທິຖານ ເຊິ່ງເປັນການສົນທະນາຂອງເຮົາກັບພຣະອົງ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານພຣະກາຍຂອງພຣະອົງ - ຄື ຄຣິສຕະຈັກ ຜ່ານຜູ້ເຊື່ອໃນພຣະເຢຊູເຈົ້າຄົນອື່ນໆ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານພຣະຣາຊະກິດຂອງພຣະອົງ - ຄືເຫດການຕ່າງໆ ປະສົບການແລະບາງຄັ້ງ ຜ່ານການຂົ່ມເຫງແລະຄວາມທູກຍາກທີ່ ພຣະອົງຊົງອະນຸຍາດໃຫ້ລູກຂອງພຣະອົງປະເຊີນກັບມັນ
ໃນອານາຈັກຂອງພຣະເຈົ້າເມື່ອເຮົາຫາຍໃຈອອກຄືເມື່ອເຮົາລົງມີກະທຳໃນສິ່ງທີ່ເຮົາໄດ້ຍິນຈາກພຣະເຈົ້າ ເຮົາຫາຍໃຈອອກເມື່ອເຮົາເຊື່ອຟັງ
ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການປ່ຽນແປງຄວາມຄິດ ຄຳເວົ້າ ການກະທຳ ເພື່ອໃຫ້ສອດຄ່ອງກັບພຣະເຢຊູເຈົ້າແລະພຣະປະສົງຂອງພຣະອົງ
ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການແບ່ງປັນສິ່ງທີ່ພຣະເຢຊູເຈົ້າປະທານໃຫ້ແກ່ເຮົາ - ຄືໃຫ້ໃນສິ່ງທີ່ພຣະອົງໃຫ້ແກ່ເຮົາ ເພື່ອຜູ້ອື່ນຈະສາມາດຮັບພຣະພອນເຊັ່ນດຽວກັບທີ່ພຣະເຈົ້າກຳລັງອວຍພອນພວກເຮົາ
ສຳລັບຜູ້ຕິດຕາມພຣະເຢຊູເຈົ້າ - ການຫາຍໃຈເຂົ້າແລະການຫາຍໃຈອອກເປັນຫົວໃຈສຳຄັນ ຄືຊີວິດຂອງເຮົາເອງແທ້ໆ
ພຣະເຢຊູເຈົ້າກ່າວວ່າ - ພຣະບຸດບໍ່ອາດເຮັດສຶ່ງໃດໂດຍລຳພັງພຣະອົງເອງ ພຣະອົງສາມາດເຮັດໄດ້ພຽງແຕ່ສິ່ງທີ່ເຫັນພຣະບິດາເຈົ້າຂອງພຣະອົງຊົງກະທຳ ເພາະພຣະບິດາເຈົ້າຊົງກະທຳສິ່ງໃດ ພຣະບຸດກໍ່ກະທຳສິ່ງນັ້ນດ້ວຍ
ພຣະເຢຊູເຈົ້າກ່າວວ່າ - ເຮົາບໍ່ໄດ້ເວົ້າຕາມໃຈເຮົາເອງແຕ່ ພຣະບິດາເຈົ້າຜູ້ຊົງສົ່ງເຮົາມາໄດ້ຊົງບັນຊາເຮົາວ່າຈະເວົ້າຫຍັງແລະເວົ້າແນວໃດ
ພຣະເຢຊູເຈົ້າກ່າວວ່າທຸກຄຳທີ່ພຣະອົງຊົງກ່າວແລະງານທຸກຢ່າງທີ່ພຣະອົງຊົງກະທຳສຳເລັດນັ້ນລ້ວນມາຈາກການໄດ້ຍິນຈາກພຣະເຈົ້າແລະການເຊື່ອຟັງພຣະເຈົ້າ ໃນສິ່ງທີ່ພຣະອົງຊົງໄດ້ຍິນ
ຫາຍໃຈເຂົ້າ - ຄືໄດ້ຍິນຈາກພຣະເຈົ້າ
ຫາຍໃຈອອກ - ເຊື່ອຟັງໃນສິ່ງທີ່ທ່ານໄດ້ຍິນແລະແບ່ງປັນສິ່ງນີ້ໃຫ້ຜູ້ອື່ນ
ພຣະເຢຊູເຈົ້າກ່າວວ່າຜູ້ເຊື່ອພຣະອົງຈະໄດ້ຍິນຈາກພຣະເຈົ້າອີກດ້ວຍ ໂດຍພຣະວິນຍານບໍລິສຸດເຈົ້າຂອງພຣະອົງຄື - ລົມຫາຍໃຈຂອງພຣະອົງ ຈະຖືກລະບາຍເຂົ້າໃນເຮົາທຸກຄົນທີ່ເຊື່ອໃນພຣະອົງ
ພຣະເຢຊູເຈົ້າກ່າວວ່າ - ແຕ່ພຣະຜູ້ຊ່ວຍຄືພຣະວິນຍານບໍລິສຸດເຈົ້າ ຜູ້ທີ່ພຣະບິດາຈະໃຊ້ໃນນາມຂອງເຮົາຈະຊົງສອນສິ່ງທັງປວງແກ່ທ່ານແລະຈະໃຫ້ພວກທ່ານ ລະລຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກທ່ານ
ຫາຍໃຈເຂົ້າຄື - ໄດ້ຍິນຈາກພຣະເຈົ້າ
ຫາຍໃຈອອກຄື - ເຊື່ອຟັງໃນສິ່ງທີ່ທ່ານໄດ້ຍິນແລະບອກເລົ່າສິ່ງນີ້ໃຫ້ຜູ້ອື່ນຟັງ
ພຣະເຢຊູເຈົ້າຊົງສຳແດງໃຫ້ເຮາເຫັນວ່າຈະດຳເນີນຊີວິດໄດ້ແນວໃດ
ແລ້ວພວກເຮົາຈະຟັງສຽງຂອງພຣະເຈົ້າໄດ້ແນວໃດ? ເຮົາຮູ້ໄດ້ແນວໃດວ່າຈະເຊື່ອຟັງຫຍັງ?
ພຣເຢຊູເຈົ້າຊົງຮຽກພຣະອົງເອງວ່າ "ຜູ້ລ້ຽງທີ່ດີ" ພຣະເຢຊູເຈົ້າຊົງຮຽກບັນດາຜູ້ເຊື່ອວ່າ "ແກະ" ຂອງພຣະອົງ
ພຣະເຢຊູເຈົ້າກ່າວວ່າ - ແກະຂອງເຮົາຟັງສຽງຂອງເຮົາ ເຮົາຮູ້ຈັກແກະນັ້ນແລະແກະນັ້ນຕາມເຮົາມາ
ພຣະເຢຊູເຈົ້າກ່າວວ່າ - ຜູ້ທີ່ເປັນຄົນຂອງພຣະເຈົ້າຍ່ອມຮັບຟັງສິ່ງທີ່ພຣະອົງກ່າວ ເຫດທີ່ພວກທ່ານບໍ່ຍອມຟັງກໍ່ເພາະພວກທ່ານບໍ່ໄດ້ເປັນຂອງພຣະເຈົ້າ
ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຢຊູເຈົ້າ ເຮົາຕ້ອງໝັ່ນຟັງສຽງຂອງພຣະອົງ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໂດຍການສະຫງົບນິ້ງ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໂດຍການມຸ້ງຄວາມສົນໃຈໄປທີ່ພຣະເຢຊູເຈົ້າ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໃນຄວາມຄິດຕ່າງໆ ໃນນິມິດ ໃນຄວາມຮູ້ສຶກແລະສິ່ງທີ່ເຮົາປະທັບໃຈ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ເມື່ອເຮົາຂຽນລົງໄປແລະທົດສອບສິ່ງທີ່ເຮົາໄດ້ຍິນນັ້ນ
ບໍ່ແມ່ນທຸກສຽງ ບໍ່ແມ່ນທຸກຄວາມຄິດ ບໍ່ແມ່ນທຸກນິມິດ ທຸກຄວາມຮູ້ສຶກຫຼືທຸກຄວາມປະທັບໃຈຈະເປັນສຽງຂອງພຣະເຈົ້າ
ບາງຄັ້ງມັນເປັນສຽງຂອງສັດຕູ ພຣະເຢຊູເຈົ້າກ່າວວ່າ ສັດຕູຂອງເຮົາຄືການຂີ້ຕົວະແລະພໍ່ຂອງການຂີ້ຕົວະ ພຣະເຢຊູເຈົ້າກ່າວວ່າ "ສັດຕູມາເພື່ອລັກຂ້າແລະທຳລາຍ!"
ແຕ່ພຣະເຈົ້າກ່າວວ່າເຮົາຈະໄດ້ຍິນສຽງຈາກພຣະອົງ ແລະເຮົາຈະຮູ້ວ່ານັ້ນຄືພຣະອົງເມື່ອພຣະອົງກ່າວ
ໂດຍການຝຶກຝົນແລະການອະທິຖານ ເຮົາຈະຮູ້ຈັກສຽງຂອງພຣະເຈົ້າໄດ້ດີຂຶ້ນ ເຮົາສາມາດຮຽນຮູ້ໄຈ້ແຍກໄດ້ວ່າສຽງທີ່ເຮົາໄດ້ຍິນນັ້ນມາຈາກພຣະເຈົ້າຫຼືເປັນສຽງອື່ນ
ມີວິທີທີ່ເຮົາທົດສອບສິ່ງທີ່ເຮົາໄດ້ຍິນ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງກໍຈະສອດຄ່ອງກັບພຣະຄຳຂອງພຣະອົງທີ່ບັນທຶກໄວ້ແລ້ວສະເໝີ - ຄືພຣະຄຳພີນັ້ນເອງ ພຣະຄຳພີໄດ້ບອກພວກເຮົາແລ້ວ ສຽງຂອງພຣະອົງຈະບໍ່ຂັດແຍ້ງກັບຄຳກ່າວຂອງພຣະອົງທີ່ບັນທຶກໄວ້ໃນພຣະຄຳພີ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງຈະເຮັດໃຫ້ຫົວໃຈເຮົາຮູ້ສຶກເຖິງຄວາມຫວັງແລະສັນຕິສຸກ ສຽງຂອງພຣະອົງຈະບໍ່ເຮັດໃຫ້ເຮົາຮູ້ສຶກຖືກກ່າວປະນາມຫຼືເສຍກຳລັງໃຈ ພຣະເຢຊູເຈົ້າຊົງແກ້ໄຂຕັກເຕືອນພວກເຮົາດ້ວຍຄວາມຮັກ
- ສຽງຂອງພຣະເຢຊູເຈົ້າຈະບໍ່ສະແດງອອກເຖິງການງານຂອງເນື້ອໜັງ - ບໍ່ວ່າຈະເປັນການຜິດສີນທຳທາງເພດ ຄວາມບໍ່ບໍລິສຸດ ແລະການລາມົກ ການຂາບໄຫວ້ຮູບເຄົາລົບ ການໃຊ້ຄາຖາອາຄົມ ຄວາມກຽດຊັງ ຄວາມຄຽດແຄ້ນ ຄວາມອິດສາຫຶງຫວງ ຄວາມໃຈຮ້າຍ ຄວາມເຫັນແກ່ໂຕ ການບໍ່ປອງດອງກັນ ການແບ່ງພັກແຍກພວກ ແລະຄວາມຢ້ານລື່ນກັນ ການກິນເຫຼົ້າເມົາ ແລະການມົ້ວສຸມສິ່ງເສບຕິດແລະທາງເພດ ສິ່ງເຫຼົ່ານີ້ບໍ່ແມ່ນສຽງຂອງພຣະເຈົ້າ
- ເມື່ອພຣະເຢຊູເຈົ້າຊົງກ່າວ - ສຽງຂອງພຣະອົງຈະສຳແດງຜົນຂອງພຣະວິນຍານ - ນັ້ນຄື ຄວາມຮັກ ຄວາມຊື່ນຊົມຍິນດີ ສັນຕິສຸກ ຄວາມອົດທົນ ຄວາມປານີ ຄວາມດີ ຄວາມຊື່ສັດ ຄວາມສຸພາບອ່ອນໂຍນ ແລະການຄວບຄຸມຕົນເອງ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງຈະໃຫ້ຄວາມຮູ້ສຶກທີ່ໝັ້ນໃຈແກ່ເຮົາບໍ່ແມ່ນຄວາມສົງໄສ ເຮົາສຳພັດໄດ້ເຖິງຄວາມຮູ້ສຶກແລະສັນຕິສຸກຈາກສິ່ງທີ່ເຮົາກຳລັງໄດ້ຍິນຈາກພຣະເຈົ້າ ເຮົາອາດຈະບໍ່ໄດ້ຍິນທຸກຢ່າງໃນຄັ້ງດຽວ ເຮົາອາດຈະໄດ້ຍິນພຽງແຕ່ສ່ວນໜຶ່ງທີ່ເຮົາຄວນຮູ້ ແຕ່ສິ່ງທີ່ເຮົາໄດ້ຍິນຈະໝັ້ນຄົງ ບໍ່ປ່ຽນແປງໄປ
ຂ່າວດີສໍາລັບຜູ້ເຊື່ອໃນພຣະເຢຊູເຈົ້າທຸກຄົນກໍ່ຄືເມື່ອເຮົາຫາຍໃຈເຂົ້າແລະໄດ້ຍິນຈາກພຣະເຈົ້າ ເມື່ອເຮົາຫາຍໃຈອອກແລະເຊື່ອຟັງສິ່ງທີ່ເຮົາໄດ້ຍິນ ແລະບອກຄົນອື່ນໃນສິ່ງທີ່ພວກເຮົາໄດ້ຍິນ - ພຣະເຈົ້າຈະຊົງກ່າວຢ່າງຈະແຈ້ງຍິ່ງຂຶ້ນ
ພຣະອົງຈະຊົງລະບາຍລົມຫາຍໃຈຜ່ານເຮົາຫຼາຍຍິ່ງຂຶ້ນ
ເຮົາຈະໄດ້ຍິນສຽງຂອງພຣະອົງຈະແຈ້ງຍິ່ງຂຶ້ນ
ເຮົາຈະຮູ້ຈັກສຽງຂອງພຣະອົງແລະບໍ່ແມ່ນສຽງອັນອື່ນ
ເຮົາຈະໄດ້ເຫັນພຣະຣາຊະກິດຂອງພຣະອົງໃນໂລກນີ້ ມີໂອກາດໄດ້ຊ່ວຍແລະຮ່ວມເຮັດວຽກກັບພຣະອົງ
ເຮົາຫາຍໃຈເຂົ້າ ເຮົ້າຫາຍໃຈອອກ ມີຊີວິດ
ສົນທະນາ
(10 min)
- ເປັນຫຍັງມັນຈຶ່ງເປັນສິ່ງຈຳເປັນທີ່ເຮົາຕ້ອງຮຽນຮູ້ທີ່ຈະໄດ້ຍິນ ແລະ ຈື່ສຽງຂອງພຣະເຈົ້າ?
- ການໄດ້ຍິນ ແລະ ການຕອບສະໜອງຕໍ່ພຣະເຈົ້າຄືກັບການຫາຍໃຈແທ້ໆຫວາ? ຍ້ອນຫຍັງ? ແລະ ຍ້ອນຫຍັງຈຶ່ງບໍ່ແມ່ນ?
READ
(5 min)
S.O.A.P.S.ການອ່ານພຣະຄຳພີ
ຊຸດອຸປະກອນຊູເມ ຮຽນພຣະຄຳພີ S.O.A.P.S. ພຣະເຢຊູກ່າວວ່າ ''ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດ ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງ ທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ'' ຖ້າຜູ້ຕິດຕາມຂອງພຣະເຢຊູທຸກໆຄົນຈະເຊື່ອຟັງ ທຸກຢ່າງທີ່ພຣະເຢຊູຊົງບັນຊາໄວ້, ດັ່ງນັ້ນ ພວກເຂົາຈຳເປັນຕ້ອງຮູ້ວ່າພຣະເຢຊູໄດ້ຊົງບັນຊາສິ່ງໃດແດ່. ພຣະບັນຊາ ແລະ ພຣະລາກິດອັນຍິ່ງໃຫຍ່ ຄືບົດສະຫຼຸບອັນຍິ່ງໃຫຍ່ທີ່ພຣະເຈົ້າຊົງກ່າວກັບພວກເຮົາ. ແຕ່ຖ້າຜູ້ຕິດຕາມຈະເຕີບໃຫຍ່ຢ່າງເຕັມຮູບແບບ ຕາມສິ່ງທີ່ພຣະເຈົ້າໄດ້ຊົງສ້າງພວກເຂົາໃຫ້ເປັນ, ດັ່ງນັ້ນ ພວກເຂົາຍິ່ງຈຳເປັນຕ້ອງຮູ້ຈັກ ແລະ ເຊື່ອຟັງຫຼາຍຂຶ້ນ. S.O.A.P.S. ຫຍໍ້ມາຈາກ ພຣະຄຳພີ ການສັງເກດ ການນຳມາໃຊ້ ການອະທິຖານ ແລະ ການແບ່ງປັນ ເປັນວິທີການຮຽນຮູ້ທີ່ງ່າຍ ແລະ ຈື່ຈຳວິທີການຮຽນພຣະຄຳພີທີ່ມີປະສິດທິພາບ ທີ່ບັນດາຜູ້ຕິດຕາມພຣະເຢຊູສາມາດໃຊ້ໄດ້. ໃຫ້ພວກເຮົາມາເບິ່ງໃນແຕ່ລະຕອນກັນຕື່ມໜ້ອຍໜຶ່ງ. ເມື່ອທ່ານອ່ານ ຫຼື ຟັງພຣະຄຳພີ: ພຣະຄໍາພີ: ຂຽນມາໜຶ່ງຂໍ້ງ ຫຼື ຫຼາຍກວ່າ ທີ່ມີຄວາມໝາຍເຈາະຈົງສຳລັບທ່ານໃນມື້ນີ້. ການສັງເກດ: ຂຽນຄືນຂໍ້ພຣະຄຳເຫຼົ່ານັ້ນ ຫຼື ປະໂຫຍກທີ່ສຳຄັນຈາກພຣະຄຳພີເຫຼົ່ານັ້ນ ດ້ວຍຄຳເວົ້າຂອງທ່ານເອງ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈຄວາມໝາຍໄດ້ດີຂຶ້ນ. ການນຳມາໃຊ້: ໄຕ່ຕອງວ່າມັນໝາຍຄວາມວ່າແນວໃດ ເພື່ອເຊື່ອຟັງພຣະບັນຊາເຫຼົ່ານີ້ ຫຼື ແນວຄິດຕ່າງໆໃນຊີວິດຂອງທ່ານເອງ. ສິ່ງທີ່ທ່ານຈຳເປັນຕ້ອງເຮັດໃຫ້ແຕກຕ່າງ ແມ່ນຫຍັງ? ໃຫ້ຂຽນສິ່ງເຫຼົ່ານີ້ອອກມາ. ການອະທິຖານ: ຂຽນຄຳອະທິຖານທີ່ບອກກັບພຣະເຈົ້າວ່າທ່ານກຳລັງອ່ານອັນໃດໃນພຣະຄຳພີຂອງພຣະອົງ ແລະ ທ່ານເຂົ້າໃຈແນວໃດກ່ຽວກັບການເຊື່ອຟັງພຣະບັນຊາຂອງພຣະອົງ ແລະ ນຳສິ່ງທີ່ທ່ານໄດ້ຮຽນຮູ້ໄປໃຊ້ໄດ້ແທ້. ການແບ່ງປັນ: ອະທິຖານຖາມກັບພຣະເຈົ້າວ່າ ແມ່ນໃຜທີ່ພຣະອົງຕ້ອງການໃຫ້ທ່ານແບ່ງປັນ ໃນສິ່ງທີ່ທ່ານໄດ້ຮຽນ ແລະ ທ່ານຈະນຳເອົາໄປໃຊ້ແນວໃດ. ໃຫ້ພວກເຮົາມາໃຊ້ S.O.A.P.S.ນຳກັນ ພຣະຄຳພີ: ພຣະຄຳພີກ່າວວ່າ: ''ຄວາມຄິດເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາ ກໍສູງກວ່າສັນນັ້ນ'' ເອຊາຢາ 55:8-9 ການສັງເກດ: ໃນຖານະທີ່ຂ້ອຍເປັນມະນຸດ, ຂ້ອຍມີຂີດຈຳກັດດ້ານຄວາມຮູ້ ແລະ ໃນສິ່ງທີ່ຂ້ອຍຮູ້ວິທີເຮັດ. ພຣະເຈົ້າບໍ່ມີຂີດຈຳກັດໃນທາງໃດໜຶ່ງ. ພຣະເຈົ້າຊົງເຫັນ ແລະ ຮູ້ທຸກໆຢ່າງ. ພຣະອົງຊົງເຮັດໄດ້ທຸກສິ່ງ. ການນຳມາໃຊ້: ເມື່ອພຣະເຈົ້າຊົງຮູ້ທຸກໆຢ່າງ ແລະ ທາງຂອງພຣະອົງກໍດີທີ່ສຸດ, ຊີວິດຂ້ອຍຈະປະສົບຜົນສຳເລັດຖ້າຂ້ອຍຕິດຕາມພຣະອົງ. ແທນທີ່ຈະເພິ່ງພາກຳລັງຕົນເອງໃນການເຮັດສິ່ງຕ່າງໆ. ການອະທິຖານ: ຂ້າແດ່ພຣະບິດາເຈົ້າ, ຂ້ານ້ອຍບໍ່ຮູ້ວ່າຈະໃຊ້ຊີວິດໃຫ້ດີຢ່າງໃດ ເພື່ອທີ່ຈະໃຫ້ພຣະອົງຊົງພໍພຣະໄທ ແລະ ຊ່ວຍເຫຼືອຄົນອື່ນໆ. ວິຖີທາງຂອງຂ້ານ້ອຍນຳໄປສູ່ຄວາມຜິດພາດ. ຄວາມຄິດຂອງຂ້ານ້ອຍກໍພາໃຫ້ເຈັບປວດ. ຂໍພຣະອົງຊົງໂຜດສອນຂ້ານ້ອຍດ້ວຍວິຖີທາງ ແລະ ຄວາມຄິດຂອງພຣະອົງແທນດ້ວຍ ຂໍອົງພຣະວິນຍານບໍຣິສຸດນຳຂ້ານ້ອຍໃນຂະນະທີ່ຂ້ານ້ອຍຕິດຕາມພຣະອົງ. ການແບ່ງປັນ: ຂ້ອຍຈະແບ່ງປັນຂໍ້ພຣະຄຳເຫຼົ່ານີ້ ແລະ ການນຳມາໃຊ້ນີ້ກັບໝູ່ຂອງຂ້ອຍ, ສະຕີບ, ຜູ້ທີ່ກຳລັງຜ່ານຊ່ວງເວລາທີ່ຍາກລຳ ບາກ ແລະ ຕ້ອງການທິດທາງການຕັດສິນໃຈທີ່ສຳຄັນທີ່ລາວກຳລັງປະເຊີນຢູ່. ຮຽນພຣະຄຳພີ S.O.A.P.S. ອຸປະກອນອັນໜຶ່ງທີ່ງ່າຍໆໃນຊຸດອຸປະກອນຂອງຊູເມ
ກິດຈະກຳ
(30 min)
ການຮຽນພຣະຄໍາພີຕາມຫຼັກການ SOAPS
ພຣະຄໍາພີ
ຂຽນພຣະຄໍາພີໜຶ່ງຂໍ້ ຫຼື ຫຼາຍກວ່ານັ້ນທີ່ມີຄວາມໝາຍໂດຍກົງກັບທ່ານໃນວັນນີ້.
ການສັງເກດ
ຂຽນຂໍ້ເຫຼົ່ານັ້ນຄືນ ຫຼື ຂຽນຂໍ້ທີ່ສໍາຄັນໃນຄຳເວົ້າຂອງທ່ານເອງເພື່ອໃຫ້ເຂົ້າໃຈດີຂຶ້ນ.
ການນຳມາໃຊ້
ໄຕ່ຕອງວ່າການເຊື່ອຟັງຄໍາສັ່ງແມ່ນມີໝາຍໃນຊີວິດຂອງທ່ານແນວໃດ.
ການອະທິຖານ
ຂຽນຄໍາອະທິຖານທີ່ບອກກັບພຣະເຈົ້າວ່າທ່ານໄດ້ຮຽນ ແລະ ທ່ານວາງແຜນຈະເຊື່ອຟັງພຣະອົງແນວໃດ.
ການແບ່ງປັນ
ອະທິຖານກັບພຣະເຈົ້າວ່າແມ່ນໃຜທີ່ພຣະອົງຕ້ອງການໃຫ້ທ່ານແບ່ງປັນ/ຕອບສະໜອງໃນສິ່ງທີ່ທ່ານໄດ້ຮຽນຮູ້.
ນີ້ແມ່ນຕົວຢ່າງຂອງ S.O.A.P.S. ໃນບ່ອນເຮັດວຽກ:
S - ຄວາມຄິດຂອງເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ. ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ. ເອຊາຢາ 55:8-9
O - ໃນຖານະມະນຸດ, ຂ້ອຍມີຂີດຈໍາກັດໃນສິ່ງທີ່ຂ້ອຍຮູ້ ແລະ ສິ່ງທີ່ຂ້ອຍຮູ້ວິທີເຮັດ. ພຣະເຈົ້າຊົງບໍ່ມີຂີດຈໍາກັດບໍ່ວ່າສິ່ງໃດ. ພຣະອົງຊົງເຫັນ ແລະ ຮອບຮູ້ທຸກໆສິ່ງ. ພຣະອົງຊົງເຮັດໄດ້ທຸກສິ່ງ.
A - ເພາະວ່າພຣະເຈົ້າຊົງຮອບຮູ້ໃນທຸກຢ່າງ ແລະ ວິຖີທາງຂອງພຣະອົງກໍດີທີ່ສຸດ. ຂ້ອຍຈະປະສົບຜົນສໍາເລັດໃນຊີວິດຖ້າຂ້ອຍຕິດຕາມພຣະອົງແທນທີ່ຈະເພິ່ງພາວິຖີທາງຂອງຕົນເອງສໍາລັບສິ່ງທີ່ກໍາລັງເຮັດຢຸ່.
P - ພຣະບິດາເຈົ້າ, ຂ້ານ້ອຍບໍ່ຮູ້ວ່າຈະໃຊ້ຊີວິດໃຫ້ດີແນວໃດເພື່ອທີ່ຈະເຮັດໃຫ້ພຣະອົງພໍພຣະໄທ ແລະ ຊ່ວຍເຫຼືອຄົນອື່ນໆ. ຫົນທາງຂອງຂ້ານ້ອຍນໍາໄປສູ່ຄວາມຜິດພາດ ຄວາມຄິດຂອງຂ້ານ້ອຍນໍາໄປສູ່ຄວາມເຈັບປວດ ຂໍພຣະອົງໂຜດຊົງສອນຫົນທາງ ແລະ ຄວາມຄິດຂອງພຣະອົງດ້ວຍ, ຂໍອົງພຣະວິນຍານບໍຣິສຸດຊ່ວຍນໍາພາຂ້ານ້ອຍເໝືອນທີ່ຂ້ານ້ອຍຕິດຕາມພຣະອົງ.
S - ຂ້ອຍຈະແບ່ງປັນຂໍ້ເຫຼົ່ານີ້ ແລະ ການນຳໃຊ້ນີ້ໃຫ້ກັບໝູ່ຂອງຂ້ອຍ, ສຕີບ ຜູ້ທີ່ກໍາລັງຜ່ານຊ່ວງເວລາທີ່ຍາກລໍາບາກ ແລະ ຕ້ອງການການຊີ້ນໍາທີ່ຖືກຕ້ອງສໍາລັບການຕັດສິນໃຈທີ່ສໍາຄັນໃນສິ່ງທີ່ລາວກໍາລັງປະເຊີນຢູ່.
READ
(5 min)
ກຸ່ມຄວາມຮັບຜິດຊອບ
ຊຸດອຸປະກອນຊູເມ ກຸ່ມຄວາມຮັບຜິດຊອບ ພຣະເຢຊູກ່າວວ່າ ຜູ້ໃດໄດ້ຮັບຫຼາຍ ກໍຈະທວງເອົາກັບຜູ້ນັ້ນຫຼາຍ ແລະ ຜູ້ທີ່ຮັບຝາກໄວ້ຫຼາຍ ເພິ່ນກໍຈະທວງເອົາຈາກຜູ້ນັ້ນຫຼາຍ. ພຣະເຢຊູໄດ້ແບ່ງປັນເລື່ອງລາວຕ່າງໆກ່ຽວກັບຄວາມຮັບຜິດຊອບ ແລະ ໄດ້ບອກຄວາມຈິງກັບພວກເຮົາວ່າພວກເຮົາຈະເປັນຜູ້ທີ່ມີຄວາມຮັບຜິດຊອບໄດ້ແນວໃດ ສຳລັບສິ່ງທີ່ພວກເຮົາເຮັດ ແລະ ເວົ້ານັ້ນ. ພຣະເຢຊູບອກກັບພວກເຮົາເຖິງສິ່ງເຫຼົ່ານີ້ໃນເວລານີ້, ເພື່ອພວກເຮົາຈະໄດ້ພ້ອມໃນພາຍຫຼັງ. ແລະ ເພາະວ່າພວກເຮົາຈະກາຍເປັນຜູ້ທີ່ຮັບຜິດຊອບຕໍ່ພຣະອົງໃນມື້ໜຶ່ງ ເປັນສິ່ງທີ່ດີໃນການຝຶກເພື່ອເປັນຄົນທີ່ມີຄວາມຮັບຜິດຊອບຕໍ່ກັບຄົນອື່ນໆໃນຕອນນີ້. ກຸ່ມຄວາມຮັບຜິດຊອບປະກອບດ້ວຍ 2 ຫຼື 3 ຄົນທີ່ເປັນເພດດຽວກັນ- ຜູ້ຊາຍກັບຜູ້ຊາຍ, ຜູ້ຍິງກັບຜູ້ຍິງ - ຄືກຸ່ມທີ່ມາພົບປະກັນ 1 ຄັ້ງຕໍ່ອາທິດເພື່ອສົນທະນາກ່ຽວກັບຄຳຖາມທີ່ໄດ້ຕັ້ງໄວ້ ເພື່ອທີ່ຈະຊ່ວຍເປີດເຜີຍໃຫ້ເຫັນຈຸດຕ່າງໆໃຫ້ເປັນໄປຢ່າງຖືກຕ້ອງ ແລະ ຈຸດອື່ນໆທີ່ຕ້ອງການຄວາມຖືກຕ້ອງ. ຜູ້ຕິດຕາມຂອງພຣະເຢຊູທຸກໆຄົນຈະກາຍເປັນຜູ້ທີ່ສາມາດມີຄວາມຮັບຜິດຊອບໄດ້. ດັ່ງນັ້ນຜູ້ຕິດຕາມພຣະເຢຊູທຸກໆຄົນຄວນຈະຝຶກຝົນຄວາມຮັບຜິດຊອບກັບຄົນອື່ນໆ. ກຸ່ມຄວາມຮັບຜິດຊອບ ອຸປະກອນອີກໜຶ່ງຊະນິດຂອງຊຸດອຸປະກອນຊູເມ
ກິດຈະກຳ
(20 min)
ກຸ່ມຄວາມຮັບຜິດຊອບ
- ທ່ານເຄີຍເຫັນພຣະເຈົ້າໃນບ່ອນເຮັດວຽກແນວໃດ?
- ທ່ານໄດ້ເປັນພະຍານເຖິງຄວາມຍິ່ງໃຫຍ່ຂອງພຣະເຢຊູຄຣິດເຈົ້າທັງດ້ານຄໍາເວົ້າ ແລະ ການກະທໍາຂອງທ່ານໃນອາທິດນີ້ບໍ?
- ທ່ານເຄີຍຖືກດຶງດູດດ້ວຍເລື່ອງເພດ ຫລື ປ່ອຍໃຫ້ຈິດໃຈຂອງທ່ານຄິດເລື່ອງເພດຢ່າງບໍ່ເຫມາະສົມບໍ?
- ທ່ານເຄີຍຍອມຮັບຄວາມເປັນເຈົ້າຂອງພຣະເຈົ້າໃນການໃຊ້ເງິນຂອງທ່ານບໍ?
- ທ່ານເຄີຍມີຄວາມໂລບໃນສິ່ງໃດສິ່ງໜຶ່ງບໍ?
- ທ່ານເຄີຍທໍາລາຍຊື່ສຽງ ຫຼື ຄວາມຮູ້ສຶກຂອງໃຜດ້ວຍຄໍາເວົ້າຂອງທ່ານບໍ?
- ທ່ານເຄີຍບໍ່ຊື່ສັດໃນຄໍາເວົ້າ, ການກະທໍາ ຫຼື ເຮັດເກີນຄວາມເປັນຈິງບໍ?
- ທ່ານເຄີຍມີພຶດຕິກຳເສບຕິດໃດໜຶ່ງບໍ?(ເຊັ່ນຄວາມຂີ້ຄ້ານ ຫຼື ບໍ່ມີລະບຽບວິໄນ)
- ທ່ານເຄີຍເປັນທາດຂອງເຄື່ອງນຸ່ງ, ໝູ່ເພື່ອນ, ການເຮັດວຽກ ຫຼື ຊັບສົມບັດບໍ?
- ທ່ານເຄີຍລົ້ມເຫຼວໃນການໃຫ້ອະໄພຄົນອື່ນບໍ?
- ທ່ານກໍາລັງປະເຊີນກັບຄວາມກັງວົນ ຫຼື ຄວາມກະວົນກະວາຍອັນໃດຢູ່?
- ທ່ານເຄີຍຈົ່ມບໍ່?
- ທ່ານເຄີຍຮັກສາຈິດໃຈທີ່ສໍານຶກບຸນຄຸນບໍ?
- ທ່ານເຄີຍໃຫ້ກຽດ, ເຂົ້າໃຈ ແລະ ໃຈກວ້າງໃນຄວາມສໍາພັນທີ່ສໍາຄັນຂອງທ່ານບໍ?
- ທ່ານເຄີຍປະເຊີນກັບສິ່ງລໍ້ລວງໃຈອັນໃດ ໃນຄວາມຄິດ, ຄໍາເວົ້າ ຫຼື ການກະທຳ ແລະ ທ່ານຕອບສະໜອງແນວໃດ?
- ທ່ານໄດ້ກວ້າໂອກາດໃນການຮັບໃຊ້ ຫຼື ເປັນພຣະພອນໃຫ້ກັບຄົນອື່ນໆໂດຍສະເພາະກັບຜູ້ທີ່ເຊື່ອແນວໃດ?
- ທ່ານເຄີຍໄດ້ຮັບຄໍາຕອບທີ່ກົງກັບສິ່ງທີ່ທ່ານໄດ້ອະທິຖານບໍ?
ພາບລວມ
(1 min)
ແນວຄິດທີ່ໄດ້ຍິນໃນພາກນີ້:
ອຸປະກອນທີ່ໄດ້ຍິນໃນພາກນີ້:
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
- ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
- S.O.A.P.S.ການອ່ານພຣະຄຳພີ
- ກຸ່ມຄວາມຮັບຜິດຊອບ
- ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
- ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
Take a Break
ພາບລວມ
(1 min)
ໃນພາກນີ້, ພວກເຮົາຈະໄດ້ຍິນ ແລະ ສົນທະນາກ່ຽວກັບແນວຄິດເຫຼົ່ານີ້:
ແລະ ພວກເຮົາຈະເພີ່ມອຸປະກອນເຫຼົ່ານີ້ໃສ່ເຊັດອຸປະກອນ
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
- ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
- S.O.A.P.S.ການອ່ານພຣະຄຳພີ
- ກຸ່ມຄວາມຮັບຜິດຊອບ
- ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
- ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
READ
(5 min)
ຜູ້ຜະລິດບໍ່ແມ່ນຜູ້ບໍລິໂພກ
ໃນບົດຮຽນນີ້ ເຮົາຈະມາເວົ້າເຖິງວິທີການທີ່ຈະຊ່ວຍໃຫ້ຜູ້ເຊື່ອໃນພຣະເຢຊູເຈົ້າເປັນຜູ້ຜະລິດໃນອານາຈັກຂອງພຣະເຈົ້າແທນທີ່ຈະເປັນພຽງແຕ່ຜູ້ຊົມໃຊ້ເທົ່ານັ້ນ
ໃນແຜນການອັນສົມບູນຂອງພຣະເຈົ້າ ພຣະອົງຊົງສ້າງໃຫ້ເຮົາມີຊີວິດທີ່ດຸ່ນດ່ຽງກັນຄື - ເພື່ອຜະລິດແລະຊົມໃຊ້ ເພື່ອສ້າງແລະເພື່ອນຳໃຊ້ ເພື່ອຖ່າຍເທອອກແລະເພື່ອຮັບການເຕີມເຂົ້າມາໃໝ່ ເພື່ອຈະຖ່າຍເທອອກໄດ້ອີກເທື່ອໜຶ່ງ
ແຕ່ໃນໂລກທີ່ບໍ່ສົມບູນນີ້ ມະນຸດໄດ້ປະຕິເສດແຜນການຂອງພຣະເຈົ້າ ແລະຄົນຈຳນວນຫຼວງຫຼາຍດຳເນີນຊີວິດພຽງແຕ່ເປັນສ່ວນໜຶ່ງຂອງແຜນການທີ່ສົມບູນຂອງພຣະເຈົ້າ
ພວກເຂົາຮຽນຮູ້ແຕ່ບໍ່ແບ່ງປັນໃຫ້ຜູ້ອື່ນ ພວກເຂົາໄດ້ຮັບການເຕີມເຂົ້າມາແຕ່ບໍ່ເຄີຍສົ່ງອອກໄປຕໍ່
ພວກເຂົາຊົມໃຊ້ແຕ່ບໍ່ຜະລິດ
ຫາກເຮົາຈະສ້າງສາວົກທີ່ຈະເພີ່ມທະວີຈຳນວນຂຶ້ນນັ້ນ ເຮົາຈະເປັນຕ້ອງແບ່ງປັນໃຫ້ພວກເຂົາຟັງວ່າ ພວກເຂົາຈະເປັນຜູ້ຜະລິດໄດ້ແນວໃດ ບໍ່ແມ່ນເປັນພຽງແຕ່ຜູ້ຊົມໃຊ້ເທົ່ານັ້ນ
ນີ້ແມ່ນວິທີ - ພຣະເຈົ້າຊົງໃຊ້ພຣະຄຳຂອງພຣະອົງທີ່ຖືກບັນທຶກໄວ້ - ເຊິ່ງພວກເຮົາເອີ້ນວ່າພຣະຄຳພີ - ເພື່ອຊ່ວຍໃຫ້ພວກເຮົາເຕີບໃຫຍ່ຂຶ້ນຝ່າຍວິນຍານ
ສາວົກທຸກຄົນຕ້ອງຖືກຕຽມໃຫ້ພ້ອມເພື່ອທີ່ຈະຮຽນຮູ້ ຕີຄວາມໝາຍແລະນຳໃຊ້ພຣະຄຳພີໄດ້
ຕະຫຼອດຫຼາຍພັນປີທີ່ຜ່ານມາໄດ້ມີການບັນທຶກຜ່ານຜູ້ຂຽນຫຼາຍຄົນວ່າ ພຣະເຈົ້າໄດ້ກ່າວພຣະຄຳຂອງພຣະອົງເຂົ້າໄປໃນໃຈຂອງບັນດາຄົນທີ່ສັດຊື່ ເມື່ອພວກເຂົາໄດ້ຮັບຂໍ້ຄວາມເຫຼົ່ານີ້ພວກເຂົາໄດ້ປະກາດແບ່ງປັນສິ່ງທີ່ພວກເຂົາໄດ້ຍິນ
ພຣະຄຳພີສອນພວກເຮົາກ່ຽວກັບເລື່ອງລາວຂອງພຣະເຈົ້າ ແຜນການຕ່າງໆຂອງພຣະອົງ ນ້ຳພຣະໄທຂອງພຣະອົງແລະທາງຂອງພຣະອົງໃຫ້ແກ່ພວກເຮົາ
ໃນບົດຮຽນກ່ອນໜ້ານີ້ ທ່ານໄດ້ຮຽນຮູ້ເຄື່ອງມືງ່າຍໆ ສອງເລື່ອງແລ້ວຄື - ການສຶກສາພຣະຄຳພີແລະໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ໃນບົດຮຽນຕໍ່ໄປທ່ານຈະໄດ້ຮຽນຮູ້ເຄື່ອງມືອີກຮູບແບບໜຶ່ງຄື - ໜ່ວຍສ້າງສາວົກ
ພວກເຂົາຈະໄດ້ຮຽນຮູ້ວ່າພວກເຂົາຈະບໍ່ເປັນພຽງແຕ່ຜູ້ຟັງພຣະຄຳຂອງພຣະເຈົ້າເທົ່ານັ້ນ ແຕ່ຈະເປັນນັກປະຕິບັດແລະເປັນນັກແບ່ງປັນອີກດ້ວຍ ພຣະເຈົ້າໃຊ້ພຣະຄຳຂອງພຣະອົງ - ທີ່ພວກເຮົາຮັບຮູ້ໄດ້ໂດຍຜ່ານການອະທິຖານ - ເພື່ອຊ່ວຍພວກເຮົາໃຫ້ເຕີບໃຫຍ່ຝ່າຍຈິດວິນຍານອີກດ້ວຍ
ການອະທິຖານແມ່ນການໂອ້ລົມກັບພຣະເຈົ້າແລະຟັງພຣະອົງ ການອະທິຖານຊ່ວຍໃຫ້ເຮົາຮູ້ຈັກ
ພຣະເຈົ້າໄດ້ຢ່າງສະໜິດສະໜົມຫຼາຍຂຶ້ນແລະເຂົ້າໃຈຫົວໃຈຂອງພຣະອົງ ຈຸດປະສົງຂອງພຣະອົງ ແລະວິທີຂອງພຣະອົງ
ການອະທິຖານຊ່ວຍພວກເຮົາທີ່ຈະເບິ່ງແຍງແລະຮັບໃຊ້ຄົນອື່ນ ຊ່ວຍເຮົາທີ່ຈະສອນແລະແບ່ງປັນດ້ວຍວິທີທີ່ສະເພາະເຈາະຈົງເຊິ່ງເປັນການຊ່ວຍຄົນໜຶ່ງຫຼືຫຼາຍຄົນໃຫ້ຮູ້ຈັກພຣະເຈົ້າດີຂຶ້ນ
ມີສອງເຄື່ອງມືງ່າຍໆຄື - ການຍ່າງອະທິຖານແລະວົງຈອນການອະທິຖານ ສອງສິ່ງນີ້ຈະຊ່ວຍຜູ້ເຊື່ອໃຫ້ພັດທະນາຊີວິດດ້ານການອະທິຖານສ່ວນຕົວແລະຮຽນຮູ້ທີ່ຈະອະທິຖານໃນຮູບແບບທີ່ເປັນການຮັບໃຊ້ຜູ້ອື່ນ
ເຄື່ອງມືເຫຼົ່ານີ້ຊ່ວຍພັດທະນານິດໄສການອະທິຖານຢ່າງບໍ່ທໍ້ຖອຍແລະຮຽນຮູ້ທີ່ຈະເບິ່ງໂລກດ້ວຍສາຍຕາຝ່າຍວິນຍານ ແທນທີ່ຈະເພິ່ງພາແຕ່ສິ່ງທີ່ພວກເຮົາເບິ່ງເຫັນເທົ່ານັ້ນ
ເມື່ອໃຊ້ເຄື່ອງມື 2 ອັນນີ້ຢ່າງສະມ່ຳສະເໝີ ມັນຈະຊ່ວຍໃຫ້ຜູ້ເຊື່ອພຣະເຢຊູເຈົ້າ ເພີ່ມຄຸນນະພາບຂອງພວກເຂົາໃນການອະທິຖານແລະເສີມສ້າງຄວາມສາມາດໃນການໄດ້ຍິນຈາກພຣະເຈົ້າແລະແບ່ງປັນໃນສິ່ງທີ່ພວກເຂົາໄດ້ຍິນນັ້ນ
ພຣະເຈົ້າຊົງໃຊ້ພຣະກາຍຂອງພຣະອົງຄືບັນດາຜູ້ເຊື່ອ - ທີ່ເຮົາເອີ້ນວ່າຄຣິສຕະຈັກຫຼືຜູ້ເຊື່ອໃນພຣະເຢຊູເຈົ້າ - ເພື່ອເຮັດໃຫ້ເຮົາເຕີບໃຫຍ່ຝ່າຍວິນຍານ
ເມື່ອບັນດາຜູ້ເຊື່ອມາຢູ່ຮ່ວມກັນ ເຮົາກໍຖືກເຊື່ອມຕໍ່ກັນ ພຣະຄຳຂອງພຣະເຈົ້າໄດ້ກ່າວໄວ້ວ່າ
ໃນພຣະເຢຊູເຈົ້າ - ພວກເຮົາທັງໝົດເປັນອະໄວຍະວະຫຼາຍສ່ວນໃນກາຍດຽວກັນ ເວົ້າອີກຢ່າງໜຶ່ງກໍຄື
ພວກເຮົາບໍ່ໄດ້ເຊື່ອມຕໍ່ກັບພຣະເຈົ້າເທົ່ານັ້ນ - ແຕ່ພວກເຮົາຍັງເຊື່ອມຕໍ່ກັນແລະກັນອີກດ້ວຍ
ພຣະເຈົ້າກ່າວວ່າຈົ່ງຍອມເຊື່ອຟັງກັນແລະກັນ ພຣະເຈົ້າກ່າວວ່າຈົ່ງຮັບໃຊ້ເຊິ່ງກັນແລະກັນ
ເຮົາແຕ່ລະຄົນມີຈຸດແຂງຕ່າງກັນແລະແຕ່ລະຄົນກໍມີຈຸດອ່ອນນຳ ພຣະເຈົ້າຄາດຫວັງໃຫ້ເຮົາໃຊ້ຈຸດແຂງຂອງເຮົາຊ່ວຍເຫຼືອຜູ້ອື່ນທີ່ອ່ອນແອ ແລະພຣະອົງຄາດຫວັງໃຫ້ເຮົາຍອມໃຫ້ຜູ້ອື່ນໃຊ້ຈຸດແຂງ
ທີ່ພຣະເຈົ້າປະທານໃຫ້ແກ່ເຂົາເພື່ອຊ່ວຍໃນຈຸດອ່ອນແອຂອງເຮົາອີກດ້ວຍ
ພຣະຄຳພີບອກພວກເຮົາວ່າພຣະເຈົ້າປະທານຄວາມສາມາດພິເສດບາງຢ່າງໃຫ້ແກ່ເຮົາແຕ່ລະຄົນ ໃຫ້ເຮົາແນ່ໃຈວ່າພວກເຮົາໄດ້ໃຊ້ສິ່ງເຫຼົ່ານີ້ເພື່ອຊ່ວຍເຫຼືອເຊິ່ງກັນແລະກັນ ແບ່ງປັນພຣະພອນຫຼວງຫຼາຍໃຫ້ແກ່ຜູ້ອື່ນນຳ
ເຄື່ອງມືງ່າຍໆ ຄືໜ່ວຍສ້າງສາວົກ ໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ແລະໜ່ວຍພີ່ລ້ຽງໃຫ້ຄຳປຶກສາ ຈະຊ່ວຍໃຫ້ເຮົາໜຸນໃຈເຊິ່ງກັນແລະກັນ ໃຫ້ຮັກແລະເຮັດການດີ ທັງໝົດນີ້ບໍ່ພຽງແຕ່ຊ່ວຍເຮົາໃຫ້ເຊື່ອຟັງ
ໃນສິ່ງທີ່ພຣະເຈົ້າບອກໃຫ້ພວກເຮົາເຮັດເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ພວກເຮົາຫາວິທີແບ່ງປັນສິ່ງທີ່ໄດ້ຮຽນຮູ້ໄປໃຫ້ຜູ້ອື່ນຟັງນຳອີກດ້ວຍ
ນອກຈາກນີ້ພຣະເຈົ້າຍັງໃຊ້ການຂົ່ມເຫງແລະການທົນທຸກ - ຄືການເສຍສະລະແລະການສູນເສຍທີ່ເຮົາໄດ້ທົນທຸກໃນນາມຊື່ຂອງພຣະເຢຊູເຈົ້າ - ເພື່ອເຮັດໃຫ້ເຮົາເຕີບໃຫຍ່ຝ່າຍຈິດວິນຍານອີກດ້ວຍ
ເມື່ອຜູ້ອື່ນຂົ່ມເຫງແລະທຳຮ້າຍເຮົາເພາະເຮົາຮັກແລະເຊື່ອຟັງພຣະເຢຊູເຈົ້າ ຫຼືເມື່ອສິ່ງຊົ່ວຮ້າຍເກີດຂຶ້ນເຖິງແມ່ນວ່າເຮົາຮັກແລະເຊື່ອຟັງພຣະເຢຊູເຈົ້າກໍ່ຕາມ ພຣະເຈົ້າຊົງໃຊ້ການຂົ່ມເຫງແລະຄວາມທຸກຍາກເຫຼົ່ານີ້ ເພື່ອຫຼໍ່ຫຼອມຊີວິດຂອງເຮົາໃຫ້ດີຂຶ້ນແລະສ້າງເຮົາໃຫ້ເປັນເໝືອນພຣະເຢຊູເຈົ້າຫຼາຍຂຶ້ນ
ພຣະອົງຊົງພັດທະນຳຊີວິດຂອງເຮົາ ເຮັດໃຫ້ເຮົາເຂັ້ມແຂງຍິ່ງຂຶ້ນ ຊົງຊຳລະຄວາມເຊື່ອຂອງເຮົາ ກຽມເຮົາໃຫ້ພ້ອມສຳລັບພັນທະກິດແລະຊ່ວຍເຮົາໃຫ້ຮັບໃຊ້ຜູ້ອື່ນທີ່ກຳລັງທົນທຸກໃນແບບທີ່ພິເສດ - ໃນຂະນະດຽວກັນພຣະອົງສຳແດງໃຫ້ທຸກຄົນທີ່ກຳລັງເບິ່ງພວກເຮົາຢູ່ ຄືຄົນທີ່ເຫັນເຖິງຄວາມເຈັບປວດຂອງເຮົາກໍຈະໄດ້ເຫັນພຣະອົງຈະແຈ້ງຍິ່ງຂຶ້ນ
ພຣະເຈົ້າບອກເຮົາວ່າໃນຖານະຜູ້ເຊື່ອພຣະເຢຊູເຈົ້າ ເຮົາຄວນຄາດຫວັງວ່າເຮົາຈະຖືກຂົ່ມເຫງ
ພຣະເຢຊູເຈົ້າກ່າວວ່າ - ເມື່ອຄົນກ່າວນິນທາແລະຂົ່ມເຫັງເຈົ້າທັງຫລາຍ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ. ຈົ່ງເປັນສຸກແລະຈົ່ງຊົມຊື່ນຍິນດີເຖີດ ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.
ເຄື່ອງມືງ່າຍໆ ເຊັ່ນໜ່ວຍສ້າງສາວົກແລະໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ໃຫ້ໂອກາດບັນດາຜູ້ທີ່ເຊື່ອພຣະເຢຊູເຈົ້າທີ່ຈະໄດ້ເລົ່າເຖິງການຂົ່ມເຫງແລະຄວາມທຸກຍາກຕ່າງໆທີ່ພວກເຂົາປະສົບ
ໜ່ວຍເຫຼົ່ານີ້ໃຫ້ໂອກາດທ່ານເພື່ອສອນສາວົກວ່າ ພຣະຄຳຂອງພຣະເຈົ້າທີ່ກ່າວໄວ້ວ່າ ເຮົາຄວນກຽມຕົວເພື່ອທີ່ຈະປະເຊີນຄວາມທຸກຍາກລຳບາກ ແລະເຮົາຄວນກຽມພວກເຂົາໃຫ້ພ້ອມ ເພື່ອການ
ຕອບສະໜອງຢ່າງຖືກຕ້ອງດ້ວຍຄວາມເຊື່ອໝັ້ນໃນຄວາມຮັກຂອງພຣະເຈົ້າ ເມື່ອສິ່ງຕ່າງໆທີ່ບໍ່ຖືກຕ້ອງແລະບໍ່ຄາດຄິດເຂົ້າມາໃນຊີວິດ
ພຣະຄຳພີ ການອະທິຖານ ຮ່າງກາຍຂອງຜູ້ເຊື່ອ ການຂົ່ມເຫງແລະການທົນທຸກ
ທັງໝົດນີ້ຄືວິທີການຕ່າງໆ ທີ່ພຣະເຈົ້າຊົງເຮັດໃຫ້ເຮົາເຕີບໃຫຍ່ເປັນເໝືອນກັບພຣະເຢຊູເຈົ້າ
ພຣະບຸດພຣະເຈົ້າຜູ້ທີ່ສົມບູນແບບຫຼາຍຍິ່ງຂຶ້ນ
ເຄື່ອງມືຕ່າງໆ ຊ່ວຍໃຫ້ເຮົາບໍ່ເປັນພຽງແຕ່ຜູ້ຊົມໃຊ້ຫຼືຜູ້ຮັບແຕ່ສິ່ງດີໆທີ່ພຣະເຈົ້າຊົງປະທານໃຫ້ແກ່ເຮົາເທົ່ານັ້ນ ແຕ່ຊ່ວຍໃຫ້ເຮົາເປັນຜູ້ຜະລິດຫຼືຜູ້ສ້າງແລະທັງເປັນຜູ້ແບ່ງປັນອີກດ້ວຍ
ສົນທະນາ
(10 min)
- ໃນ 4 ລາຍລະອຽດຂ້າງເທິງ (ອະທິຖານ, ພຣະຄຳຂອງພຣະເຈົ້າ, ອື່ນໆ) ອັນໃດທີ່ທ່ານໄດ້ຝຶກຝົນໄປແລ້ວ?
- ອັນໃດທີ່ທ່ານຮູ້ສຶກຍັງບໍ່ໝັ້ນໃຈ?
- ທ່ານມີຄວາມພ້ອມສ່ຳໃດຖ້າຈະເລີ່ມຝຶກອົບຮົມໃຫ້ຜູ້ອື່ນ?
READ
(5 min)
ວົງຈອນການອະທິຖານ
ຊຸດອຸປະກອນຊູເມ ວົງຈອນການອະທິຖານ ພຣະເຢຊູຊົງສອນຜູ້ຕິດຕາມຂອງພຣະອົງຫຼາຍຄັ້ງກ່ຽວກັບພຣະປະສົງຂອງພຣະອົງ, ການຝຶກຝົນ ແລະ ຄຳສັນຍາຂອງການອະທິຖານ. ພຣະເຢຊູກ່າວວ່າ ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ ດ້ວຍວ່າ ທຸກຄົນທີ່ຂໍກໍຈະໄດ້ຮັບ ທຸກຄົນທີ່ຊອກຫາກໍຈະໄດ້ພົບ ແລະ ທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້ ພຣະເຢຊູຊົງສອນຜູ້ຕິດຕາມຂອງພຣະອົງວ່າການອະທິຖານບໍ່ແມ່ນການສັນລະເສີນໃນທີ່ສາທາລະນະ, ການຂໍທີ່ເຫັນແກ່ຕົວ, ຫຼື ຄຳເວົ້າທີ່ເວົ້າໄປທົ່ວຖີບ ແລະ ຊ້ຳໄປຊ້ຳມາ. ພຣະເຢຊູໄດ້ຊົງສະແດງໃຫ້ເຮົາເຫັນວ່າການອະທິຖານມີຣິດອຳນາດເພາະວ່າມັນຄືຄຳສັ່ງ ແລະ ການສົນທະນາຢ່າງຕໍ່ເນື່ອງກັບພຣະບິດາເຈົ້າຂອງພວກເຮົາໃນສະຫວັນຜູ້ທີ່ຊົງຮັກພວກເຮົາ. ເຊັ່ນດຽວກັນກັບການສົນທະນາທີ່ດີ, ການອະທິຖານທີ່ດີໝາຍເຖິງຕ່າງຝ່າຍຕ່າງຮັບຟັງເຊິ່ງກັນ ແລະ ກັນ ແລະ ເວົ້າອອກມາ. ແຕ່ການເວົ້າກັບພຣະເຈົ້າຜູ້ຊົງສ້າງຈັກກະວານ ເປັນທີ່ໜ້າຢຳເກງ ແລະ ປົກກະຕິການໄດ້ຍິນບາງສິ່ງກັບມາ - ສຳລັບຄົນສ່ວນຫຼາຍກໍສາມາດເຮັດໃຫ້ຢ້ານໄດ້. ຂ່າວດີຄື ການອະທິຖານຈະດີຂຶ້ນ, ມີການສົນທະນາທີ່ດີຂຶ້ນ ແລະ ເລິກເຊິ່ງຫຼາຍຂຶ້ນກັບພຣະເຈົ້າຜູ້ຊົງຮັກພວກເຮົາ. ບໍ່ພຽງແຕ່ເປັນໄປໄດ້ເທົ່ານັ້ນ - ມັນຄືສິ່ງທີ່ພຣະເຈົ້າຕ້ອງການແທ້ໆ. ແຕ່ເມື່ອການອະທິຖານນັ້ນຮູ້ສຶກເໝືອນກັບວ່າກຳລັງຮຽນພາສາໃຫມ່ - ທ່ານຈະເຮັດໄດ້ດີຂຶ້ນຢ່າງໃດ? ຄຳຕອບນັ້ນງ່າຍຫຼາຍ - ທ່ານຝຶກຝົນ. ວົງຈອນການອະທິຖານຄືອຸປະກອນທີ່ງ່າຍໆສຳລັບການຝຶກຝົນການອະທິຖານ ທີ່ທ່ານສາມາດໃຊ້ໄດ້ດ້ວຍຕົວທ່ານເອງ ແລະ ສາມາດແບ່ງປັນກັບຜູ້ຕິດຕາມຄົນອື່ນໆໄດ້. ພຽງ 12 ຂັ້ນຕອນງ່າຍໆ - ຄັ້ງລະ 5 ນາທີ - ວົງຈອນການອະທິຖານຈະນຳທາງທ່ານຜ່ານ 12 ວິທີທີ່ພຣະຄຳພີສອນພວກເຮົາໃນການອະທິຖານ. ໃນຊ່ວງສຸດທ້າຍ. ທ່ານກໍຈະໄດ້ອະທິຖານເປັນຊົ່ວໂມງ. ພຣະຄຳພີກ່າວກັບພວກເຮົາວ່າ -- ຈົ່ງອະທິຖານຢູ່ທຸກເວລາ. ໃນພວກເຮົາຫຼາຍໆຄົນບໍ່ສາມາດເວົ້າໄດ້ວ່າຕົນເຮັດແບບນັ້ນ. ແຕ່ຊົ່ວໂມງການອະທິຖານນີ້ - ທ່ານຈະກ້າວເຂົ້າໃກ້ຫຼາຍຂຶ້ນ. ວົງຈອນການອະທິຖານ - ອຸປະກອນອີກໜຶ່ງຊະນິດຂອງຊຸດອຸປະກອນຊູເມ.
ກິດຈະກຳ
(60 min)
ວົງຈອນການອະທິຖານ
ພຽງ 12 ຂັ້ນຕອນງ່າຍໆນີ້ - ຄັ້ງລະ 5 ນາທີ - ວົງຈອນການອະທິຖານນີ້ຈະຊ່ວຍນຳທາງທ່ານຜ່ານ 12 ວິທີທີ່ພຣະຄໍາພີໄດ້ສອນພວກເຮົາໃນການອະທິຖານ. ໃນຕອນສຸດທ້າຍທ່ານກໍຈະໄດ້ອະທິຖານເປັນເວລາ 1 ຊົ່ວໂມງ.
ຮູບວົງຈອນການອະທິຖານ
ສັນລະເສີນ ເລີ່ມຕົ້ນການອະທິຖານເຕັມຊົ່ວໂມງດ້ວຍການສັນລະເສີນພຣະເຈົ້າ. ສັນລະເສີນພຣະເຈົ້າດ້ວຍສິ່ງທີ່ຢູ່ໃນຄວາມຄິດຂອງທ່ານໃນຕອນນີ້. ສັນລະເສີນພຣະເຈົ້າສຳລັບສິ່ງທີ່ພິເສດໜຶ່ງຢ່າງທີ່ພຣະອົງໄດ້ເຮັດສໍາເລັດໃນຊີວິດຂອງທ່ານໃນອາທິດທີ່ຜ່ານມາ. ສັນລະເສີນພຣະເຈົ້າໃນພຣະຄຸນຄວາມຮັກຂອງພຣະອົງສໍາລັບຄອບຄົວຂອງທ່ານ.
ລໍຄອຍ ໃຊ້ເວລາລໍຄອຍພຣະເຈົ້າ. ໃຫ້ທ່ານນິ້ງສະຫງົບ ແລະ ໃຫ້ພຣະອົງລວມພາບສະທ້ອນຄວາມຄິດໃຫ້ກັບທ່ານ.
ສາລະພາບ ອະທິຖານທູນຂໍກັບພຣະວິນຍານບໍຣິສຸດເພື່ອສະແດງໃຫ້ທ່ານເຫັນວ່າສິ່ງໃດໃນຊີວິດທີ່ບໍ່ເປັນທີ່ພໍພຣະໄທສໍາລັບພຣະເຈົ້າ. ຂໍພຣະອົງທີ່ຈະຊ່ວຍຮັບເອົາຄວາມຄິດທີ່ບໍ່ຖືກຕ້ອງນັ້ນອອກໄປ. ລວມໄປເຖິງການກະທໍາທີ່ສະເພາະເຈາະຈົງທີ່ທ່ານຍັງບໍ່ໄດ້ສາລະພາບ. ໃນຕອນນີ້ໃຫ້ທ່ານສາລະພາບບາບກັບພຣະເຈົ້າເພື່ອວ່າທ່ານຈະໄດ້ຮັບການອະໄພໂທດບາບ.
ອ່ານພຣະຄໍາພີ ໃຊ້ເວລາອ່ານພຣະຄໍາເພງສັນລະເສີນ, ອ່ານໝວດຜູ້ທໍານວາຍ ຫຼື ຂໍ້ພຣະຄຳທີ່ກ່ຽວກັບການອະທິຖານທີ່ຢູ່ໃນພຣະຄຳພີໃໝ່.
ອະທິຖານ ເຮັດຄໍາຂໍເພື່ອປະໂຫຍດຂອງໂຕທ່ານເອງ.
ການອ້ອນວອນ ເຮັດຄໍາຂໍເພື່ອປະໂຫຍດຂອງຜູ້ອື່ນໆ.
ອະທິຖານດ້ວຍພຣະຄໍາພີ ອະທິຖານສະເພາະດ້ວຍຂໍ້ພຣະຄຳພີ. ຄໍາອະທິຖານຕາມພຣະຄໍາພີ ແລະເພງສັນລະເສີນຈໍານວນໜຶ່ງເໝາະສໍາລັບຈຸດປະສົງນີ້.
ຂອບຄຸນພຣະເຈົ້າ ຂອບຄຸນພຣະເຈົ້າສໍາລັບທຸກສິ່ງໃນຊີວິດຂອງທ່ານ, ປະໂຫຍດຂອງຄອບຄົວທ່ານ ແລະ ປະໂຫຍດຂອງຄຣິສຕະຈັກຂອງທ່ານ.
ຮ້ອງເພງ ຮ້ອງເພງສັນລະເສີນ, ເພງນະມັດສະການ, ຫຼື ເພງສວດ ຫຼື ເພງສໍາລັບຝ່າຍວິນຍານ.
ຄ່ຳຄວນ ອະທິຖານຂໍພຣະເຈົ້າທີ່ຈະກ່າວກັບທ່ານ. ໃຫ້ທ່ານກຽມບິກ ແລະ ເຈ້ຍເພື່ອບັນທຶກຄວາມປະທັບໃຈທີ່ພຣະອົງຊົງມອບໃຫ້ກັບທ່ານ.
ຟັງ ໃຊ້ເວລາລວມສິ່ງທີ່ອ່ານໄດ້ອ່ານ, ອະທິຖານ, ຮ້ອງເພງ ແລະ ເບິ່ງວ່າພຣະເຈົ້າໄດ້ລວມສິ່ງເຫຼົ່ານັ້ນຢ່າງໃດເພື່ອເວົ້າກັບທ່ານ.
ສັນລະເສີນ ສັນລະເສີນພຣະເຈົ້າສໍາລັບເວລາທີ່ທ່ານໄດ້ໃຊ້ຮ່ວມກັບພຣະອົງ ແລະ ຄວາມປະທັບໃຈທີ່ພຣະອົງໄດ້ຊົງມອບໃຫ້ກັບທ່ານ. ສັນລະເສີນໃນຄວາມຍິ່ງໃຫຍ່ຂອງພຣະອົງ.
ຈາກໜັງສືໜຶ່ງຊົ່ວໂມງໃນການປ່ຽນແປງໂລກຂອງ ດິກ ອີສແມນ (C) 2002 ໂດຍ ດິກ ອີສແມນ Chosen Books, Grand Rapids, MI ນໍາໃຊ້ໂດຍໄດ້ຮັບອະນຸຍາດ.
ສົນທະນາ
(10 min)
- ທ່ານສະແດງອອກແນວໃດກັບການໃຊ້ເວລາອະທິຖານເປັນຊົ່ວໂມງ?
- ທ່ານຮູ້ສຶກແນວໃດ?
- ທ່ານໄດ້ຮຽນຮູ້ ຫຼື ໄດ້ຍິນອັນໃດບໍ?
- ຊີວິດຂອງທ່ານຈະເປັນແນວໃດຖ້າທ່ານໃຫ້ການອະທິຖານນີ້ເປັນກິດຈະວັດປະຈຳວັນ?
READ
(5 min)
100 ລາຍຊື່
ຊຸດອຸປະກອນຊູເມ 100 ລາຍຊື່ ພຣະເຢຊູກ່າວວ່າ ຈົ່ງອອກໄປ ແລະ ສ້າງສາວົກ ແລະ ຜູ້ຕິດຕາມຂອງພຣະອົງກໍເຮັດເຊັ່ນນັ້ນ. ພວກເຂົາໄປຫາຄອບຄົວຂອງພວກເຂົາ. ພວກເຂົາໄປຫາໝູ່ຂອງພວກເຂົາ. ພວກເຂົາໄປຜູ້ຄົນທີ່ພວກເຂົາຮູ້ຈັກໃນເມືອງ. ພວກເຂົາໄປຫາຜູ້ຄົນທີ່ພວກເຂົາເຮັດວຽກນຳ. ພວກເຂົາໄດ້ອອກໄປ. ພຣະເຢຊູກ່າວວ່າ ຈົ່ງອອກໄປ ແລະ ພວກເຂົາກໍເຊື່ອຟັງ. ແລະ ຄອບຄົວຂອງພຣະເຈົ້າກໍໄດ້ເຕີບໃຫຍ່. ພຣະເຈົ້າໄດ້ຊົງປະທານຄວາມສຳພັນທີ່ພວກເຮົາຕ້ອງການແລ້ວ ເພື່ອ ອອກໄປ ແລະ ສ້າງສາວົກ ພວກເຂົາຄືຄອບຄົວ, ໝູ່, ເພື່ອນບ້ານຂອງພວກເຮົາ ເພື່ອນຮ່ວມງານ ແລະ ໝູ່ໃນຫ້ອງຮຽນ ຜູ້ຄົນທີ່ພວກເຮົາໄດ້ຮູ້ຈັກທຸກໆຄົນໃນຊີວິດຂອງພວກເຮົາ, ຜູ້ຄົນທີ່ພວກເຮົາຫາກໍໄດ້ພົບ. ຈົ່ງເປັນຄົນສັດຊື່ຕໍ່ຜູ້ຄົນທີ່ພຣະເຈົ້າໄດ້ຊົງໃຫ້ເຂົ້າມາໃນຊີວິດຂອງພວກເຮົາ ມັນຄືກ້າວທຳອິດທີ່ຍິ່ງໃຫຍ່ໃນການທະວີຄູນສ້າງສາວົກ. ແລະ ມັນສາມາດເລີ່ມໄດ້ກັບຂັ້ນຕອນງ່າຍໆດ້ວຍການສ້າງລາຍຊື່. 100 ລາຍຊື່ ຄືອຸປະກອນທີ່ງ່າຍໆໃນຊຸດອຸປະກອນຂອງຊູເມໃນການທະວີຄູນສ້າງສາວົກ.
ກິດຈະກຳ
(30 min)
ສ້າງ 100 ລາຍຊື່ຂອງທ່ານເອງ
ສ້າງລາຍຊື່ການບໍລິຫານຈັດການຄວາມສຳພັນຂອງທ່ານ: ຂຽນລາຍຊື່ຜູ້ຄົນທີ່ຢູ່ໃນວົງອິດທິພົນຂອງທ່ານ. ເຮັດເຄື່ອງໝາຍວ່າແຕ່ລະຄົນເປັນສາວົກ, ຍັງບໍ່ເຊື່ອ, ຫຼື ບໍ່ຮູ້ຈັກ.
ໃຊ້ເວລາຮ່ວມກັນເປັນກຸ່ມເພື່ອໃຫ້ທຸກຄົນສ້າງລາຍຊື່ຂອງຕົນເອງ. ທ່ານສາມາດໃຊ້ເຈ້ຍ ຫຼື ເຄື່ອງມືດິຈິຕອນໃນເອກະສານການຝຶກອົບຮົມຂອງທ່ານ.
ພາບລວມ
(1 min)
ແນວຄິດທີ່ໄດ້ຍິນໃນພາກນີ້:
ອຸປະກອນທີ່ໄດ້ຍິນໃນພາກນີ້:
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
- ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
- S.O.A.P.S.ການອ່ານພຣະຄຳພີ
- ກຸ່ມຄວາມຮັບຜິດຊອບ
- ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
- ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່