ພາກທີ 1
ເຊັກອິນ
(1 min)
ໃຫ້ຜູ້ເຂົ້າຮ່ວມ ແລະ ຜູ້ອຳນວຍຄວາມສະດວກທຸກຄົນເຊັກອິນ.
Or six.zume.training/checkin and use code: 3354
ອະທິຖານ
(5 min)
ຢູ່ກັບການອະທິຖານ. ຄວາມເຂົ້າໃຈຝ່າຍຈິດວິນຍານ ແລະ ການປ່ຽນແປງບໍ່ສາມາດເປັນໄປໄດ້ຖ້າຫາກບໍ່ມີພຣະວິນຍານບໍລິສຸດ. ໃຊ້ເວລາຢູ່ໃນກຸ່ມໃຫ້ພຣະອົງຊົງນຳຕະຫຼອດທັງພາກນີ້.
ພາບລວມ
(1 min)
ໃນພາກນີ້, ພວກເຮົາຈະໄດ້ຍິນ ແລະ ສົນທະນາກ່ຽວກັບແນວຄິດເຫຼົ່ານີ້:
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
READ
(5 min)
ພຣະເຈົ້າໃຊ້ຄົນທໍາມະດາ
ຍິນດີຕ້ອນຮັບສູ່ການອົບຮົມຊູເມ້ - ຊູເມ້ໃນພາສາກຣີກແປວ່າ "ຢີດ"
ພຣະເຢຊູເຈົ້າບອກພວກເຮົາວ່າອານາຈັກຂອງພຣະເຈົ້າປຽບເໝືອນ "ຊູເມ້" ຈຳນວນໜ້ອຍໜຶ່ງເຊິ່ງຍິງຜູ້ໜຶ່ງເອົາໄປປະສົມໃສ່ແປ້ງສາມຜອງໃຫຍ່
ໃນຂະນະທີ່ລາວປະສົມເຊື້ອແປ້ງລົງໃນແປ້ງນັ້ນ ມັນກໍກະຈາຍໄປທົ່ວເຮັດໃຫ້ແປ້ງທັງໝົດຟູຂຶ້ນ
ພຣະເຢຊູເຈົ້າກຳລັງສະແດງໃຫ້ພວກເຮົາເຫັນວ່າ ຄົນທຳມະດາຄົນໜຶ່ງກໍສາມາດເອົາສິ່ງເລັກນ້ອຍແລະໃຊ້ມັນໃຫ້ເກີດຜົນທີ່ຍິ່ງໃຫຍ່ໄດ້!
ຄວາມຝັນຂອງພວກເຮົາແມ່ນເຮັດໃນສິ່ງທີ່ພຣະເຢຊູເຈົ້າບອກ - ນັ້ນຄືເພື່ອຊ່ວຍໃຫ້ຄົນທົ່ວໂລກໃຊ້ເຄື່ອງມືງ່າຍໆນີ້ ເພື່ອການເກີດຜົນທີ່ຍິ່ງໃຫຍ່ໃນອານາຈັກຂອງພຣະເຈົ້າ!
ພຣະມະຫາບັນຊາສຸດທ້າຍຂອງພຣະເຢຊູເຈົ້າຕໍ່ບັນດາສາວົກຂອງພຣະອົງນັ້ນງ່າຍດາຍ ພຣະອົງກ່າວວ່າ -
"ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ, ແລະພຣະວິຍານບໍລິສຸດເຈົ້າ ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ, ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້"
ຄຳສັ່ງສຸດທ້າຍຂອງພຣະເຢຊູເຈົ້ານັ້ນງ່າຍດາຍຄື - ຈົ່ງໄປສ້າງສາວົກ
ແລະຄຳສັ່ງຂອງພຣະອົງທີ່ຈະໃຫ້ພວກເຮົາເຮັດນັ້ນກໍງ່າຍໆຄື ຈົ່ງສ້າງສາວົກບໍ່ວ່າທ່ານຈະໄປບ່ອນໃດກໍ່ຕາມ
- ສ້າງສາວົກໂດຍການໃຫ້ພວກເຂົາຮັບບັບຕິສະມາໃນ ພຣະນາມຂອງພຣະບິດາ ພຣະບຸດແລະພຣະວິນຍານບໍລິສຸດເຈົ້າ
- ສ້າງສາວົກໂດຍການສອນພວກເຂົາໃຫ້ເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າໄດ້ບັນຊາໄວ້
ດັ່ງນັ້ນຂັ້ນຕອນສ້າງສາວົກມີຫຍັງແດ່ ?
- ໃຫ້ພວກເຮົາສ້າງສາວົກຕະຫຼອດເວລາຄື - ບໍ່ວ່າພວກເຮົາຈະໄປໃສແລະໃນເວລາທີ່ເຮົາໄປ
- ເມື່ອມີຄົນຕັດສິນໃຈເຊື່ອພຣະເຢຊູເຈົ້າ - ພວກເຂົາຄວນຈະຮັບບັບຕິສະມາ
- ໃນຂະນະທີ່ພວກເຂົາເຕີບໃຫຍ່ - ພວກເຮົາຄວນສອນສາວົກທຸກຄົນວ່າຈະເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າສອນໄດ້ແນວໃດ
ເນື່ອງຈາກວ່າສິ່ງໜຶ່ງທີ່ພຣະອົງຊົງບັນຊາໄວ້ກໍຄືການໄປສ້າງສາວົກ ນັ້ນກໍໝາຍຄວາມວ່າສາວົກທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າຈະຕ້ອງຮຽນຮູ້ວິທີການສ້າງວົກຄືກັນ
ຜູ້ທີ່ເຊື່ອໃນພຣະເຈົ້າກຳລັງສ້າງສາວົກແລະບັນດາຜູ້ເຊື່ອໃໝ່ກໍ່ກຳລັງສ້າງສາວົກເຊັ່ນກັນ
ການເພິ່ມຈຳນວນສາວົກ ນັ້ນແມ່ນວິທີການເຮັດວຽກຂອງຊູເມ້
ເໝືອນດັ່ງເຊື້ອແປ້ງ - ທີ່ທຳງານກັບແປ້ງໝົດທັງກ້ອນຈົນ ແປ້ງທັງໝົດຟູຂຶ້ນມາ
ເມື່ອພຣະເຢຊູເຈົ້າຊົງບັນຊາໃຫ້ອອກໄປສ້າງສາວົກ ພຣະອົງກໍຊົງໃຫ້ຄຳພຣະສັນຍາອີກດ້ວຍ
ພຣະເຢຊູເຈົ້າກ່າວວ່າ - ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້"
ທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າ ຄວນເຊື່ອໝັ້ນໃນພຣະສັນຍາທີ່ວ່າ ພຣະອົງຈະຢູ່ກັບເຮົາ
ສະເໝີ ເພາະພຣະອົງຊົງຢູ່ກັບພວກເຮົາ!
ແຕ່ນັ້ນຍັງໝາຍເຖິງຜູ້ທີ່ເຊື່ອໃນພຣະເຢຊູເຈົ້າຄວນຍອມຮັບຄວາມຈິງທີ່ວ່າ ພຣະເຢຊູເຈົ້າຕ້ອງການໃຫ້ພວກເຮົາທຸກຄົນອອກໄປສ້າງສາວົກ ເພາະນັ້ນຄືສິ່ງທີ່ພຣະອົງຊົງເຮັດ
ພຣະເຢຊູເຈົ້າກ່າວວ່າ - ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນ-ຈົ່ງໄປສ້າງສາວົກ
ພຣະເຢຊູເຈົ້າບອກວ່າບໍ່ມີອຳນາດໃດຍິ່ງໃຫຍ່ກວ່ານັ້ນ ບໍ່ມີປະເພນີໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີວັດທະນະທຳໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີກົດບັນຍັດໃດໃນໂລກມີສິດທິອຳນາດຫຼາຍກວ່ານັ້ນ
ພຣະເຢຊູເຈົ້າກ່າວວ່າ - ຈົ່ງອອກໄປສ້າງສາວົກ
ແລະເຊັ່ນດຽວກັບຊູເມ້ - ເໝືອນກັບເຊື້ອແປ້ງ - ພວກເຮົາຈະເຮັດຕໍ່ໄປແລະເຕີບໃຫຍ່ຂຶ້ນເລື້ອຍໆຈົນກວ່າວຽກງານທັງໝົດຈະສຳເລັດ
ສົນທະນາ
(10 min)
- ຖ້າພຣະເຢຊູຕັ້ງໃຈໃຫ້ຜູ້ຕິດຕາມຂອງພຣະອົງທຸກໆຄົນເຊື່ອຟັງພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະອົງ, ຍ້ອນຫຍັງຈຶ່ງມີຈຳນວນຄົນບໍ່ຫຼາຍທີ່ສ້າງສາວົກໄດ້ແທ້?
READ
(5 min)
ສາວົກ ແລະ ຄຣິສຕະຈັກ
ຍິນດີຕ້ອນຮັບເຂົ້າສູ່ບົດຮຽນ ຊູມີ. ໃນບົດຮຽນນີ້ເຮົາຈະເວົ້າເຖິງສາວົກ ແລະ ຄຣິສຕະຈັກ. ສາວົກແມ່ນຫຍັງ? ແລະ ທ່ານຈະສ້າງສາວົກໄດ້ແນວໃດ? ທ່ານຈະສອນຜູ້ເຊື່ອໃນພຣະເຢຊູຄຣິດເຈົ້າໃຫ້ເຊື່ອຟັງພຣະບັນຊາທັງໝົດຂອງພຣະອົງໄດ້ແນວໃດ? ທ່ານຈະນໍາຊີວິດຂອງຄົນໜຶ່ງທີ່ຕົກເປັນທາດຂອງໂລກນີ້ ແລະ ຊ່ອຍລາວໃຫ້ເປັນປະຊາກອນຂອງອານາຈັກສະຫວັນໄດ້ແນວໃດ? ຄວາມໝາຍຂອງຄໍາວ່າ ສາວົກ ແມ່ນຜູ້ເຊື່ອ ດັ່ງນັ້ນສາວົກແມ່ນຜູ້ເຊື່ອໃນພຣະເຈົ້າ. ພຣະເຢຊູເຈົ້າກ່າວວ່າ ອໍານາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກໄດ້ມອບໃຫ້ກັບເຮົາແລ້ວ. ດັ່ງນັ້ນພຣະເຢຊູເຈົ້າຊົງເປັນອານາຈັກຂອງພວກເຮົາ ພວກເຮົາເປັນພົນລະເມືອງຂອງພຣະອົງ ແລະ ຢູ່ພາຍໃຕ້ນໍ້າພຣະໄທຂອງພຣະອົງ, ຄວາມປາດຖະໜາ, ຈຸດປະສົງ, ຄວາມຕັ້ງໃຈ, ການຈັດລໍາດັບຄວາມສໍາຄັນ ແລະ ຄຸນຄ່າຕ່າງໆຂອງພຣະອົງເປັນສິ່ງສໍາຄັນທີ່ສູງທີ່ສຸດ ແລະ ດີທີ່ສຸດ. ພຣະຄໍາຂອງພຣະອົງແມ່ນພຣະບັນຍັດ. ສະນັ້ນບັນຍັດຂອງລາຊາອານາຈັກຂອງພຣະອົງແມ່ນຫຍັງ? ພຣະເຢຊູເຈົ້າໄດ້ບອກໃຫ້ປະຊາກອນຂອງພຣະອົງໃຫ້ເຮັດຫຍັງ? ພຣະເຢຊູເຈົ້າຊົງກາວວ່າ ຈົ່ງຮັກພຣະເຈົ້າດ້ວຍສຸດໃຈຂອງທ່ານ ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກໍາລັງຂອງທ່ານ. ພຣະເຢຊູເຈົ້າຊົງກ່າວວ່າ ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ. ພຣະເຢຊູເຈົ້າກ່າວ່າ ພຣະບັນຍັດຂອງພຣະເຈົ້າຈາກພຣະສັນຍາເດີມ ບໍ່ວ່າຈະເປັນພຣະບັນຍັດ ຫຼື ຖ້ອຍຄໍາຂອງຜູ້ປະກາດທັງໝົດກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້ຄືຈົ່ງຮັກພຣະເຈົ້າ ແລະ ຮັກຄົນອື່ນ. ພຣະເຢຊູເຈົ້າຊົງກ່າວວ່າຈົ່ງສ້າງສາວົກ ພຣະເຢຊູເຈົ້າກ່າວວ່າຈົ່ງສ້າງເຂົາໃຫ້ສອນສາວົກ. ເນື່ອງຈາກການສ້າງສອນສາວົກ ລວມເຖິງການສອນໃຫ້ເຊື່ອຟັງທຸກສິ່ງທີ່ພຣະເຢຊູເຈົ້າຊົງບັນຊາໄວ້. ດັ່ງນັ້ນ ພຣະສັນຍາສະຫຼຸບໄວ້ສິ່ງດຽວຄືການສ້າງສາວົກ. ສາວົກແມ່ນຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ ຜູ້ທີ່ຮັກພຣະເຈົ້າ ຮັກຄົນອື່ນ ແລະ ສ້າງສາວົກ. ຖ້າເຊັ່ນນັ້ນຄຣິສຕະຈັກແມ່ນຫຍັງ? ທ່ານອາດຈະລຶ້ງເຄີຍກັບການຄິດວ່າຄຣິສຕະຈັກແມ່ນອາຄານຫລັງໜຶ່ງ ເຊິ່ງເປັນສະຖານທີ່ທີ່ທ່ານໄປ ພຣະຄໍາຂອງພຣະເຈົ້າໄດ້ກ່າວກ່ຽວກັບຄຣິສຕະຈັກວ່າເປັນການຮວມໂຕກັນຂອງຜູ້ທີ່ເຊື່ອ ຜູ້ທີ່ຮັບໃຊ້ໃນພຣະເຈົ້າ. ຄໍາວ່າຄຣິສຕະຈັກຖືກໃຊ້ໃນພຣະຄໍາພີ 3 ແບບຄື: ຄຣິສຕະຈັກສາກົນໝາຍເຖິງຜູ້ທີ່ເຊື່ອໃນພຣະເຢຊູຄຣິດທັງໃນອະດີດ ແລະ ໃນປັດຈຸບັນ ແລະ ຜູ້ເຊື່ອໃນພຣະເຢຊູເຈົ້າໃນອະນາຄົດ. ຄຣິສຕະຈັກທ້ອງຖິ່ນ ຫຼື ພື້ນທີ່ໝາຍເຖິງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ອາໄສຢູ່ໃນພື້ນທີ່ໃດໜຶ່ງຂອງໂລກນີ້. ຄຣິສຕະຈັກຕາມບ້ານໝາຍເຖິີງຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ ແລະ ປະຊຸມກັນຢູ່ໃນເຮືອນຄົນໃດຄົນໜຶ່ງ ຫຼື ຫຼາຍໆຄົນ. ຄອບຄົວຝ່າຍວິນຍານໝາຍເຖິງຜູ້ທີ່ເຊື່ອພຣະເຈົ້າ ຮັກພຣະເຈົ້າ ຮັກຄົນອື່ນ ແລະ ສ້າງສາວົກ. ເປັນກຸ່ມຄົນທີ່ມາພົບກັນໃນພື້ນທີ່ເພື່ອຮວມໂຕກັນເປັນຄຣິສຕະຈັກຄືຕາມຮູບແບບສຸດທ້າຍນັ້ນແມ່ນຄຣິສຕະຈັກຕາມບ້ານ ຫຼື ຄຣິສຕະຈັກລຽບງ່າຍ. ເມື່ອຄຣິສຕະຈັກລຽບງ່າຍເຫຼົ່ານັ້ນມາປະສານງານເພື່ອເຮັດສິ່ງທີ່ໃຫຍ່ກວ່າ ຄືການຮວມໂຕກັນແລ້ວພວກເຂົາກໍສາມາດຕັ້ງເປັນຄຣິສຕະຈັກທ້ອງຖິ່ນ ຫຼື ຄຣິສຕະຈັກໃນພື້ນທີ່ນັ້ນໄດ້. ຄຣິສຕະຈັກລຽບງ່າຍທັງໝົດໄດ້ປະສານກັນເປັນພື້ນທີ່ຕ່າງໆ ແລະ ໄດ້ຂະຫຍາຍແຜ່ອອກໄປຕະຫຼອດປະຫວັດສາດທີ່ຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງຄຣິສຕະຈັກສາກົນ ນັ້ນແມ່ນຄຣິສຕະຈັກທີ່ຂຶ້ນຕົ້ນດ້ວຍໂຕອັກສອນ ຄ ຄົນ. ຄຣິສຕະຈັກລຽບງ່າຍເປັນຄອບຄົວຝ່າຍວິນຍານທີ່ມີພຣະເຢຊູເຈົ້າເປັນສູນກາງ ແລະ ເປັນກະສັດຂອງພວກເຂົາ. ຄຣິສຕະຈັກລຽບງ່າຍເປັນຄຣິສຕະຈັກທີ່ຮັກພຣະເຈົ້າ ຮັກຜູ້ອື່ນ ແລະ ສ້າງສາວົກ ທີ່ເພີ່ມຈຳນວນທະວີຂຶ້ນ. ບາງຄຣິສຕະຈັກມີເຮືອນ ມີລາຍງານ ມີງົບປະມານ ແລະ ພະນັກງານ ແຕ່ຄຣິສຕະຈັກລຽບງ່າຍບໍ່ຈໍາເປັນຕ້ອງມີສິ່ງເຫຼ່ົານັ້ນ ເພື່ອຮັກພຣະເຈົ້າ ຮັກຜູ້ອື່ນ ແລະ ສ້າງສາວົກໃຫ້ຈໍານວນເພີ່ມທະວີ ແລະ ເນື່ອງຈາກສິ່ງໃດກໍຕາມທີ່ເພີ່ມເຂົ້າມາ ຍ່ອມເຮັດໃຫ້ຄຣິສຕະຈັກຊັບຊ້ອນຫຼາຍຍິ່ງຂຶ້ນ ແລະ ຍາກຂຶ້ນໃນການເພີ່ມທະວີຈໍານວນ. ການຝຶກອົບຮົມຈຶ່ງໄດ້ປະສິ່ງເຫຼົ່ານີ້ເປັນລາຍການງົບປະມານເອົາໄວ້ໃຫ້ເປັນໜ້າທີ່ຂອງຄຣິສຕະຈັກທ້ອງຖິ່ນ ຫຼື ຄຣິສຕະຈັກພື້ນທີ່ເປັນຜູ້ສ້າງຂຶ້ນມາ. ເຊິ່ງກໍມາຈາກການເພີ່ມທະວີຂອງຈໍານວນຂອງຄຣິສຕະຈັກລຽບງ່າຍນັ້ນເອງ. ກະລຸນາຈື່ໄວ້ວ່າ ຊູມີ ໝາຍເຖິງເຊື້ອແປ້ງ ສິ່ງມີຊີວິດເຊວດຽວທີ່ສາມາດແຜ່ຂະຫຍາຍໄດ້ຢ່າງໄວວາ ໂດຍການອົບຮົມຊູມີມັກຈະເປັນເໝືອນເຊື້ອແປ້ງນັ້ນມັນງ່າຍດາຍ ແລະ ເພີ່ມຈໍານວນເປັນທະວີຄູນ ແຕ່ກ່ອນທີ່ເຮົາຈະເລີ່ມເພີ່ມຈໍານວນເຮົາຕ້ອງແນ່ໃຈເສຍກ່ອນວ່າເຮົາຕ້ອງການເພີ່ມຈໍານວນສິ່ງໃດ ການເພີ່ມທະວີຈໍານວນນັ້ນອາດຈະເປັນເລື່ອງທີ່ດີ ແຕ່ກໍບໍ່ສະເຫມີໄປ. ເຊື້ອມະເລັງມັນກໍແມ່ນການເພີ່ມທະວີຈໍານວນ ແຕ່ມັນກໍນໍາໄປສູ່ຄວາມຕາຍ ເຮົາຈະສ້າງຊີວິດໃໝ່ບໍ່ແມ່ນຄວາມຕາຍໄດ້ແນວໃດ ແລະ ເຮົາແນ່ໃຈໄດ້ແນວໃດວ່າເຮົາເປັນສາວົກທີ່ມີຄຸນຄ່າຕໍ່ການສ້າງສາວົກໃໝ່
ສົນທະນາ
(10 min)
- ເມື່ອທ່ານຄິດເຖິງຄຣິສຕະຈັກ, ທ່ານຄິດເຖິງແມ່ນຫຍັງ?
- ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຮູບພາບນັ້ນ ແລະ ສິ່ງທີ່ວີດີໂອໄດ້ອະທິບາຍໄວ້ເຖິງຄຣິສຕະຈັກທີ່ລຽບງ່າຍ?
- ທ່ານຄິດວ່າອັນໃດຈະງ່າຍກວ່າໃນການທະວີຄູນສາວົກ ແລະ ຍ້ອນຫຍັງ?
READ
(5 min)
ການໄດ້ຍິນ ແລະ ການເຊື່ອຟັງພຣະເຈົ້າ
ຍິນດີຕ້ອນຮັບກັບເຂົ້າສູ່ການອົບຮົມຊູເມ້
ໃນບົດຮຽນນີ້ພວກເຮົາຈະເວົ້າເຖິງການໄດ້ຍິນສຽງຈາກພຣະເຈົ້າແລະການເຊື່ອຟັງໃນສິ່ງທີ່ພວກເຮົາໄດ້ຍິນ
ການຫາຍໃຈຄືຊີວິດ ເຮົາຫາຍໃຈເຂົ້າ ເຮົາຫາຍໃຈອອກ ຊີວິດ
ໃນອານາຈັກຂອງພຣະເຈົ້າການຫາຍໃຈກໍສຳຄັນຄືກັນ
ອັນທີ່ຈິງແລ້ວພຣະເຈົ້າຊົງເອີ້ນພຣະວິນຍານຂອງພຣະອົງວ່າ "ລົມຫາຍໃຈ"
ໃນອານາຈັກຂອງພຣະເຈົ້າ ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານທາງພຣະຄຳຂອງພຣະອົງຄື - ຈາກພຣະຄຳພີ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານທາງການອະທິຖານ ເຊິ່ງເປັນການສົນທະນາຂອງເຮົາກັບພຣະອົງ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານພຣະກາຍຂອງພຣະອົງ - ຄື ຄຣິສຕະຈັກ ຜ່ານຜູ້ເຊື່ອໃນພຣະເຢຊູເຈົ້າຄົນອື່ນໆ
ເຮົາຫາຍໃຈເຂົ້າເມື່ອເຮົາໄດ້ຍິນຈາກພຣະເຈົ້າຜ່ານພຣະຣາຊະກິດຂອງພຣະອົງ - ຄືເຫດການຕ່າງໆ ປະສົບການແລະບາງຄັ້ງ ຜ່ານການຂົ່ມເຫງແລະຄວາມທູກຍາກທີ່ ພຣະອົງຊົງອະນຸຍາດໃຫ້ລູກຂອງພຣະອົງປະເຊີນກັບມັນ
ໃນອານາຈັກຂອງພຣະເຈົ້າເມື່ອເຮົາຫາຍໃຈອອກຄືເມື່ອເຮົາລົງມີກະທຳໃນສິ່ງທີ່ເຮົາໄດ້ຍິນຈາກພຣະເຈົ້າ ເຮົາຫາຍໃຈອອກເມື່ອເຮົາເຊື່ອຟັງ
ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການປ່ຽນແປງຄວາມຄິດ ຄຳເວົ້າ ການກະທຳ ເພື່ອໃຫ້ສອດຄ່ອງກັບພຣະເຢຊູເຈົ້າແລະພຣະປະສົງຂອງພຣະອົງ
ບາງຄັ້ງການຫາຍໃຈອອກເພື່ອເຊື່ອຟັງໝາຍເຖິງການແບ່ງປັນສິ່ງທີ່ພຣະເຢຊູເຈົ້າປະທານໃຫ້ແກ່ເຮົາ - ຄືໃຫ້ໃນສິ່ງທີ່ພຣະອົງໃຫ້ແກ່ເຮົາ ເພື່ອຜູ້ອື່ນຈະສາມາດຮັບພຣະພອນເຊັ່ນດຽວກັບທີ່ພຣະເຈົ້າກຳລັງອວຍພອນພວກເຮົາ
ສຳລັບຜູ້ຕິດຕາມພຣະເຢຊູເຈົ້າ - ການຫາຍໃຈເຂົ້າແລະການຫາຍໃຈອອກເປັນຫົວໃຈສຳຄັນ ຄືຊີວິດຂອງເຮົາເອງແທ້ໆ
ພຣະເຢຊູເຈົ້າກ່າວວ່າ - ພຣະບຸດບໍ່ອາດເຮັດສຶ່ງໃດໂດຍລຳພັງພຣະອົງເອງ ພຣະອົງສາມາດເຮັດໄດ້ພຽງແຕ່ສິ່ງທີ່ເຫັນພຣະບິດາເຈົ້າຂອງພຣະອົງຊົງກະທຳ ເພາະພຣະບິດາເຈົ້າຊົງກະທຳສິ່ງໃດ ພຣະບຸດກໍ່ກະທຳສິ່ງນັ້ນດ້ວຍ
ພຣະເຢຊູເຈົ້າກ່າວວ່າ - ເຮົາບໍ່ໄດ້ເວົ້າຕາມໃຈເຮົາເອງແຕ່ ພຣະບິດາເຈົ້າຜູ້ຊົງສົ່ງເຮົາມາໄດ້ຊົງບັນຊາເຮົາວ່າຈະເວົ້າຫຍັງແລະເວົ້າແນວໃດ
ພຣະເຢຊູເຈົ້າກ່າວວ່າທຸກຄຳທີ່ພຣະອົງຊົງກ່າວແລະງານທຸກຢ່າງທີ່ພຣະອົງຊົງກະທຳສຳເລັດນັ້ນລ້ວນມາຈາກການໄດ້ຍິນຈາກພຣະເຈົ້າແລະການເຊື່ອຟັງພຣະເຈົ້າ ໃນສິ່ງທີ່ພຣະອົງຊົງໄດ້ຍິນ
ຫາຍໃຈເຂົ້າ - ຄືໄດ້ຍິນຈາກພຣະເຈົ້າ
ຫາຍໃຈອອກ - ເຊື່ອຟັງໃນສິ່ງທີ່ທ່ານໄດ້ຍິນແລະແບ່ງປັນສິ່ງນີ້ໃຫ້ຜູ້ອື່ນ
ພຣະເຢຊູເຈົ້າກ່າວວ່າຜູ້ເຊື່ອພຣະອົງຈະໄດ້ຍິນຈາກພຣະເຈົ້າອີກດ້ວຍ ໂດຍພຣະວິນຍານບໍລິສຸດເຈົ້າຂອງພຣະອົງຄື - ລົມຫາຍໃຈຂອງພຣະອົງ ຈະຖືກລະບາຍເຂົ້າໃນເຮົາທຸກຄົນທີ່ເຊື່ອໃນພຣະອົງ
ພຣະເຢຊູເຈົ້າກ່າວວ່າ - ແຕ່ພຣະຜູ້ຊ່ວຍຄືພຣະວິນຍານບໍລິສຸດເຈົ້າ ຜູ້ທີ່ພຣະບິດາຈະໃຊ້ໃນນາມຂອງເຮົາຈະຊົງສອນສິ່ງທັງປວງແກ່ທ່ານແລະຈະໃຫ້ພວກທ່ານ ລະລຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກທ່ານ
ຫາຍໃຈເຂົ້າຄື - ໄດ້ຍິນຈາກພຣະເຈົ້າ
ຫາຍໃຈອອກຄື - ເຊື່ອຟັງໃນສິ່ງທີ່ທ່ານໄດ້ຍິນແລະບອກເລົ່າສິ່ງນີ້ໃຫ້ຜູ້ອື່ນຟັງ
ພຣະເຢຊູເຈົ້າຊົງສຳແດງໃຫ້ເຮາເຫັນວ່າຈະດຳເນີນຊີວິດໄດ້ແນວໃດ
ແລ້ວພວກເຮົາຈະຟັງສຽງຂອງພຣະເຈົ້າໄດ້ແນວໃດ? ເຮົາຮູ້ໄດ້ແນວໃດວ່າຈະເຊື່ອຟັງຫຍັງ?
ພຣເຢຊູເຈົ້າຊົງຮຽກພຣະອົງເອງວ່າ "ຜູ້ລ້ຽງທີ່ດີ" ພຣະເຢຊູເຈົ້າຊົງຮຽກບັນດາຜູ້ເຊື່ອວ່າ "ແກະ" ຂອງພຣະອົງ
ພຣະເຢຊູເຈົ້າກ່າວວ່າ - ແກະຂອງເຮົາຟັງສຽງຂອງເຮົາ ເຮົາຮູ້ຈັກແກະນັ້ນແລະແກະນັ້ນຕາມເຮົາມາ
ພຣະເຢຊູເຈົ້າກ່າວວ່າ - ຜູ້ທີ່ເປັນຄົນຂອງພຣະເຈົ້າຍ່ອມຮັບຟັງສິ່ງທີ່ພຣະອົງກ່າວ ເຫດທີ່ພວກທ່ານບໍ່ຍອມຟັງກໍ່ເພາະພວກທ່ານບໍ່ໄດ້ເປັນຂອງພຣະເຈົ້າ
ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຢຊູເຈົ້າ ເຮົາຕ້ອງໝັ່ນຟັງສຽງຂອງພຣະອົງ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໂດຍການສະຫງົບນິ້ງ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໂດຍການມຸ້ງຄວາມສົນໃຈໄປທີ່ພຣະເຢຊູເຈົ້າ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ໃນຄວາມຄິດຕ່າງໆ ໃນນິມິດ ໃນຄວາມຮູ້ສຶກແລະສິ່ງທີ່ເຮົາປະທັບໃຈ
- ເຮົາໄດ້ຍິນສຽງຂອງພຣະອົງໄດ້ເມື່ອເຮົາຂຽນລົງໄປແລະທົດສອບສິ່ງທີ່ເຮົາໄດ້ຍິນນັ້ນ
ບໍ່ແມ່ນທຸກສຽງ ບໍ່ແມ່ນທຸກຄວາມຄິດ ບໍ່ແມ່ນທຸກນິມິດ ທຸກຄວາມຮູ້ສຶກຫຼືທຸກຄວາມປະທັບໃຈຈະເປັນສຽງຂອງພຣະເຈົ້າ
ບາງຄັ້ງມັນເປັນສຽງຂອງສັດຕູ ພຣະເຢຊູເຈົ້າກ່າວວ່າ ສັດຕູຂອງເຮົາຄືການຂີ້ຕົວະແລະພໍ່ຂອງການຂີ້ຕົວະ ພຣະເຢຊູເຈົ້າກ່າວວ່າ "ສັດຕູມາເພື່ອລັກຂ້າແລະທຳລາຍ!"
ແຕ່ພຣະເຈົ້າກ່າວວ່າເຮົາຈະໄດ້ຍິນສຽງຈາກພຣະອົງ ແລະເຮົາຈະຮູ້ວ່ານັ້ນຄືພຣະອົງເມື່ອພຣະອົງກ່າວ
ໂດຍການຝຶກຝົນແລະການອະທິຖານ ເຮົາຈະຮູ້ຈັກສຽງຂອງພຣະເຈົ້າໄດ້ດີຂຶ້ນ ເຮົາສາມາດຮຽນຮູ້ໄຈ້ແຍກໄດ້ວ່າສຽງທີ່ເຮົາໄດ້ຍິນນັ້ນມາຈາກພຣະເຈົ້າຫຼືເປັນສຽງອື່ນ
ມີວິທີທີ່ເຮົາທົດສອບສິ່ງທີ່ເຮົາໄດ້ຍິນ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງກໍຈະສອດຄ່ອງກັບພຣະຄຳຂອງພຣະອົງທີ່ບັນທຶກໄວ້ແລ້ວສະເໝີ - ຄືພຣະຄຳພີນັ້ນເອງ ພຣະຄຳພີໄດ້ບອກພວກເຮົາແລ້ວ ສຽງຂອງພຣະອົງຈະບໍ່ຂັດແຍ້ງກັບຄຳກ່າວຂອງພຣະອົງທີ່ບັນທຶກໄວ້ໃນພຣະຄຳພີ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງຈະເຮັດໃຫ້ຫົວໃຈເຮົາຮູ້ສຶກເຖິງຄວາມຫວັງແລະສັນຕິສຸກ ສຽງຂອງພຣະອົງຈະບໍ່ເຮັດໃຫ້ເຮົາຮູ້ສຶກຖືກກ່າວປະນາມຫຼືເສຍກຳລັງໃຈ ພຣະເຢຊູເຈົ້າຊົງແກ້ໄຂຕັກເຕືອນພວກເຮົາດ້ວຍຄວາມຮັກ
- ສຽງຂອງພຣະເຢຊູເຈົ້າຈະບໍ່ສະແດງອອກເຖິງການງານຂອງເນື້ອໜັງ - ບໍ່ວ່າຈະເປັນການຜິດສີນທຳທາງເພດ ຄວາມບໍ່ບໍລິສຸດ ແລະການລາມົກ ການຂາບໄຫວ້ຮູບເຄົາລົບ ການໃຊ້ຄາຖາອາຄົມ ຄວາມກຽດຊັງ ຄວາມຄຽດແຄ້ນ ຄວາມອິດສາຫຶງຫວງ ຄວາມໃຈຮ້າຍ ຄວາມເຫັນແກ່ໂຕ ການບໍ່ປອງດອງກັນ ການແບ່ງພັກແຍກພວກ ແລະຄວາມຢ້ານລື່ນກັນ ການກິນເຫຼົ້າເມົາ ແລະການມົ້ວສຸມສິ່ງເສບຕິດແລະທາງເພດ ສິ່ງເຫຼົ່ານີ້ບໍ່ແມ່ນສຽງຂອງພຣະເຈົ້າ
- ເມື່ອພຣະເຢຊູເຈົ້າຊົງກ່າວ - ສຽງຂອງພຣະອົງຈະສຳແດງຜົນຂອງພຣະວິນຍານ - ນັ້ນຄື ຄວາມຮັກ ຄວາມຊື່ນຊົມຍິນດີ ສັນຕິສຸກ ຄວາມອົດທົນ ຄວາມປານີ ຄວາມດີ ຄວາມຊື່ສັດ ຄວາມສຸພາບອ່ອນໂຍນ ແລະການຄວບຄຸມຕົນເອງ
- ເມື່ອພຣະເຢຊູເຈົ້າກ່າວ - ສຽງຂອງພຣະອົງຈະໃຫ້ຄວາມຮູ້ສຶກທີ່ໝັ້ນໃຈແກ່ເຮົາບໍ່ແມ່ນຄວາມສົງໄສ ເຮົາສຳພັດໄດ້ເຖິງຄວາມຮູ້ສຶກແລະສັນຕິສຸກຈາກສິ່ງທີ່ເຮົາກຳລັງໄດ້ຍິນຈາກພຣະເຈົ້າ ເຮົາອາດຈະບໍ່ໄດ້ຍິນທຸກຢ່າງໃນຄັ້ງດຽວ ເຮົາອາດຈະໄດ້ຍິນພຽງແຕ່ສ່ວນໜຶ່ງທີ່ເຮົາຄວນຮູ້ ແຕ່ສິ່ງທີ່ເຮົາໄດ້ຍິນຈະໝັ້ນຄົງ ບໍ່ປ່ຽນແປງໄປ
ຂ່າວດີສໍາລັບຜູ້ເຊື່ອໃນພຣະເຢຊູເຈົ້າທຸກຄົນກໍ່ຄືເມື່ອເຮົາຫາຍໃຈເຂົ້າແລະໄດ້ຍິນຈາກພຣະເຈົ້າ ເມື່ອເຮົາຫາຍໃຈອອກແລະເຊື່ອຟັງສິ່ງທີ່ເຮົາໄດ້ຍິນ ແລະບອກຄົນອື່ນໃນສິ່ງທີ່ພວກເຮົາໄດ້ຍິນ - ພຣະເຈົ້າຈະຊົງກ່າວຢ່າງຈະແຈ້ງຍິ່ງຂຶ້ນ
ພຣະອົງຈະຊົງລະບາຍລົມຫາຍໃຈຜ່ານເຮົາຫຼາຍຍິ່ງຂຶ້ນ
ເຮົາຈະໄດ້ຍິນສຽງຂອງພຣະອົງຈະແຈ້ງຍິ່ງຂຶ້ນ
ເຮົາຈະຮູ້ຈັກສຽງຂອງພຣະອົງແລະບໍ່ແມ່ນສຽງອັນອື່ນ
ເຮົາຈະໄດ້ເຫັນພຣະຣາຊະກິດຂອງພຣະອົງໃນໂລກນີ້ ມີໂອກາດໄດ້ຊ່ວຍແລະຮ່ວມເຮັດວຽກກັບພຣະອົງ
ເຮົາຫາຍໃຈເຂົ້າ ເຮົ້າຫາຍໃຈອອກ ມີຊີວິດ
ສົນທະນາ
(10 min)
- ເປັນຫຍັງມັນຈຶ່ງເປັນສິ່ງຈຳເປັນທີ່ເຮົາຕ້ອງຮຽນຮູ້ທີ່ຈະໄດ້ຍິນ ແລະ ຈື່ສຽງຂອງພຣະເຈົ້າ?
- ການໄດ້ຍິນ ແລະ ການຕອບສະໜອງຕໍ່ພຣະເຈົ້າຄືກັບການຫາຍໃຈແທ້ໆຫວາ? ຍ້ອນຫຍັງ? ແລະ ຍ້ອນຫຍັງຈຶ່ງບໍ່ແມ່ນ?
ພາບລວມ
(1 min)
ແນວຄິດທີ່ໄດ້ຍິນໃນພາກນີ້:
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
NEXT STEP
ເຊື່ອຟັງ
ຝຶກຝົນການແບ່ງປັນຄຳນິຍາມເຫຼົ່ານີ້ກັບຫມູ່ ແລ້ວອະທິຖານກັບພຣະເຈົ້າໃຫ້ຍັ່ງຮາກເລິກລົງໄປໃນຫົວໃຈ ແລະ ຈິດວິນຍານ. ອະທິຖານຂໍກັບພຣະເຈົ້າວ່າແມ່ນໃຜທີ່ພຣະອົງຕ້ອງການໃຫ້ທ່ານແບ່ງປັນນຳ.
ແບ່ງປັນ
ແບ່ງປັນຄຳນິຍາມກັບຜູ້ໃຜກໍໄດ້ຕາມທີ່ພຣະອົງຊົງນຳໃຫ້ທ່ານໄປແບ່ງປັນ. ຈາກນັ້ນກໍຈັດຕຽມພວກເຂົາໃຫ້ແບ່ງປັນກັບຄົນອື່ນໆຕໍ່ໄປ.