ເລີ່ມຕົ້ນກັບການຝຶກອົບຮົມຂອງຊູເມ
ສ້າງການຝຶກອົບຮົມຂອງທ່ານເອງ
ລວມໂຕກັບໝູ່ເພື່ອນ ຫຼື ໄປຮ່ວມກັບຫຼັກສູດກຸ່ມນ້ອຍໆທີ່ກຳລັງເຮັດຢູ່. ສ້າງກຸ່ມຂອງທ່ານເອງ ແລະ ຕິດຕາມຄວາມຄືບໜ້າ
ສ້າງເຂົ້າຮ່ວມການຝຶກອົບຮົມ
ຖ້າທ່ານບໍ່ສາມາດລວມໂຕກັບກຸ່ມໃນຕອນນີ້ໄດ້, ພິຈາລະນາເຂົ້າຮ່ວມກຸ່ມອົບຮົມອອນລາຍທີ່ນຳພາໂດຍຄູຝຶກສອນຂອງຊູເມທີ່ມີປະສົບການ.
ເຂົ້າຮ່ວມຮ້ອງຂໍຄູຝຶກສອນ
ພວກເຮົາສາມາດເຊື່ອມຕໍ່ທ່ານກັບຄູຝຶກສອນຟຣີຂອງຊູເມຜູ້ທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈການອົບຮົມ ແລະ ການເປັນສາວົກທີ່ເກີດຜົນ
ຮັບຄວາມຊ່ວຍເຫຼືອພາບລວມຫຼັກສູດ
ແນວຄິດຂອງຫຼັກສູດ
ໃນຫຼັກສູດການອຳນວຍຄວາມສະດວກດ້ວຍຕົນເອງ, ທ່ານ ແລະ ກຸ່ມຂອງທ່ານສາມາດໃຊ້ວີດີໂອສັ້ນ, ຄຳຖາມສົນທະນາ ແລະ ຕົວຢ່າງງ່າຍໆເພື່ອພັດທະນາທັກສະ ແລະ ຄວາມຮູ້ຂອງທ່ານໃນດ້ານຕໍ່ໄປນີ້:
ແນວຄິດການເປັນສາວົກ
- ພຣະເຈົ້າໃຊ້ຄົນທໍາມະດາ
- ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
- ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
- ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
- ເສດຖະກິດຝ່າຍຈິດວິນຍານ
- ສາວົກລູກເປັດ - ການນຳໃນທັນທີ
- ຕາທີ່ເບິ່ງເຫັນວ່າອານາຈັກບໍ່ໄດ້ຢູ່ທີ່ໃດ
- ບຸກຄົນແຫ່ງສັນຕິສຸກ ແລະ ວິທີການຊອກຫາບຸກຄົນຜູ້ນັ້ນ
- ຄວາມສັດຊື່ດີກວ່າຄວາມຮູ້
- ຜູ້ນຳກຸ່ມເຊວ
- ຄາດຫວັງການເຕີບໃຫຍ່ແບບບໍ່ຕໍ່ເນື່ອງ
- ບາດກ້າວຂອງການທະວີຄູນ
- ເປັນສ່ວນໜຶ່ງຂອງຄຣິສຕະຈັກສອງແຫ່ງຢູ່ສະເໝີ
- ຜູ້ນຳໃນເຄືອຂ່າຍ
- ກຸ່ມເພື່ອນທີ່ປຶກສາ
ການຝຶກຝົນຝ່າຍຈິດວິນຍານ
- ການຮຽນພຣະຄຳພີຕາມຫຼັກການ S.O.A.P.S.
- ກຸ່ມຄວາມຮັບຜິດຊອບ
- ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
- ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
- ຂ່າວປະເສີດ ແລະ ວິທີການປະກາດ
- ບັບຕິສະມາ ແລະ ວິທີການຮັບ
- ກຽມ ຄໍາພະຍານຂອງທ່ານ 3 ນາທີ
- ວິໄສທັດແຫ່ງພຣະພອນອັນຍິ່ງໃຫຍ່ທີ່ສຸດ
- ສິນມະຫາສະໜິດຂອງພຣະເຈົ້າ ແລະ ວິທີການນຳ
- ການຍ່າງອະທິຖານ ແລະ ວິທີການເຮັດ
- ຮູບແບບການອະທິຖານອວຍພອນ
- 3/3 ຮູບແບບການນັດພົບໃນກຸ່ມ
- ວົງຈອນການຝຶກອົບຮົມສຳລັບສາວົກທີ່ເຕີບໃຫຍ່ເປັນຜູ້ໃຫຍ່
- ແຜນສາມເດືອນ
- ລາຍການກວດກາການຝຶກສອນ
- ອຸປະກອນນາສີ່ທົ່ງ
- ແຜນທີ່ຮຸ່ນ
- ການນໍາສະເຫນີຂ່າວປະເສີດ 3 ວົງຈອນ
ຕາຕະລາງການຝຶກອົບຮົມ
ຊູເມຄືການຝຶກອົບຮົມ 20 ຊົ່ວໂມງ, ແຕ່ 20 ຊົ່ວໂມງນັ້ນສາມາດແບ່ງອອກໄດ້ແຕກຕ່າງກັນໄປຂຶ້ນຢູ່ກັບຄວາມພ້ອມໃນກຸ່ມຝຶກອົບຮົມຂອງທ່ານ.
10 ພາກ
ຮູບແບບຫຼັກສູດຕົ້ນສະບັບຂອງຊູເມແມ່ນ 10 ພາກໃນສອງຊົ່ວໂມງ. ໃນແຕ່ລະພາກຈະຈົບລົງດ້ວຍຂັ້ນຕອນການເຊື່ອຟັງ ແລະ ວິທີການແບ່ງປັນລະຫວ່າງພາກຕໍ່ພາກ. ຮູບແບບນີ້ມັກຈະເຮັດຄັ້ງໜຶ່ງຕໍ່ອາທິດສຳລັບໃນ 10 ອາທິດ.
20 ພາກ
ສຳລັບຫຼັກສູດທີ່ຍາວຂຶ້ນ ແລະ ຊ້າລົງພ້ອມໂອກາດຫຼາຍຂຶ້ນໃນການໄດ້ຮັບຄວາມສາມາດໃນແນວຄິດ ແລະ ທັກສະຕ່າງໆ, ຮູບແບບທັງ 20 ພາກມີໂອກາດໃນການຝຶກຝົນຫຼາຍຂຶ້ນໃນແຕ່ລະແນວຄິດ ແລະ ອຸປະກອນຫຼາຍໆອັນ.
ເຂັ້ມຂົ້ນ
ຊູເມສາມາດສຳເລັດໄດ້ພາຍໃນ 5 ມື້ເຄິ່ງ ແຕ່ລະຄັ້ງໃຊ້ເວລາ 4 ຊົ່ວໂມງຕໍ່ພາກ. ສາມາດຈົບໄດ້ພາຍໃນວັນສຸກ (4 ຊົ່ວໂມງ) ແລະ ວັນເສົາໝົດມື້ (8 ຊົ່ວໂມງ) ແລະ ວັນທິດໝົດມື້ (8 ຊົ່ວໂມງ)
ສິ່ງທີ່ຕ້ອງເຮັດ
ຈຳເປັນສຳລັບຫຼັກສູດ:
- •ບຸກຄົນທີ່ຈະອຳນວຍຄວາມສະດວກ (ອາດແມ່ນທ່ານ) ເພື່ອຈັດເວລາໃນການພົບ ແລະ ສະຖານທີ່, ເພື່ອນຳພາໃນການສົນທະນາການຕິດຕາມຜົນ ແລະ ອຳນວຍຄວາມສະດວກໃນການແຈ້ງການ.
- •ຄວາມມຸ່ງໝັ້ນຄືໃຊ້ເວລາ 20 ຊົ່ວໂມງໃນການຮຽນຮູ້ ແລະ ຝຶກຝົນແນວຄິວ ແລະ ອຸປະກອນໃນຫຼັກສູດ.
- •ຢ່າງໜ້ອຍ 3 ຄົນ ແຕ່ດີທີ່ສຸດແມ່ນບໍ່ຕ່ຳກວ່າ 12 ຄົນ.
ບໍ່ຈຳເປັນສຳລັບຫຼັກສູດ:
- ×ການນຳພາຫຼັກສູດບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດ! ຊູເມແມ່ນການອຳນວຍຄວາມສະດວກດ້ວຍຕົນເອງ, ເລີ່ມຕົ້ນດ້ວຍຕົນເອງ ແລະ ທ່ານສາມາດເລີ່ມຕົ້ນໃນມື້ນີ້.
- ×ບໍ່ຈຳເປັນຕ້ອງມີຄວາມຮູ້ ຫຼື ປະສົບການຫຼາຍກວ່າຄົນອື່ນໆໃນກຸ່ມຂອງທ່ານ! ຖ້າທ່ານສາມາດຄິກໃນໜ້າຕໍ່ໄປ ທ່ານສາມາດເປັນຜູ້ນຳການຝຶກອົບຮົມຊູເມໄດ້.