concept

ຕາທີ່ເບິ່ງເຫັນວ່າອານາຈັກບໍ່ໄດ້ຢູ່ທີ່ໃດ

ແບ່ງປັນໜ້ານີ້

ສາວົກທຸກຄົນຈຳເປັນຕ້ອງຖືກຈັດຕຽມໃຫ້ເບິ່ງເຫັນບ່ອນທີ່ອານາຈັກບໍ່ໄດ້ຢູ່. ມີຫຼາຍບ່ອນຢູ່ອ້ອມຮອບພວກເຮົາທີ່ພຣະປະສົງຂອງພຣະເຈົ້າຍັງບໍ່ໄດ້ສຳເລັດເທິງແຜ່ນດິນໂລກເໝືອນດັ່ງໃນສະຫວັນ. ມີຊ່ອງຫວ່າງໃຫຍ່ໆທີ່ຄວາມແຕກຫັກ, ຄວາມເຈັບປວດ, ການຂົ່ມເຫັງ, ຄວາມທຸກທໍລະມານ ແລະ ແມ່ນແຕ່ຄວາມຕາຍ ກາຍເປັນສ່ວນໜຶ່ງຂອງຊີວິດປົກກະຕິໃນແຕ່ລະມື້. ຊ່ອງຫວ່າງເຫຼົ່ານັ້ນແຫຼະເປັນສິ່ງທີ່ພວກເຮົາຄວນລົງແຮງເພື່ອຊ່ວຍປິດມັນໃນການຮັບໃຊ້ອານາຈັກຂອງພຣະເຈົ້າຂະນະທີ່ພວກເຮົາຍັງຢູ່ໃນໂລກນີ້.

ການເປີດຕາຂອງພວກເຮົາໃຫ້ເຫັນບ່ອນທີ່ອານາຈັກບໍ່ໄດ້ຢູ່ ແລະ ການຍື່ນມືອອກໄປຫາທັງຄົນທີ່ພວກເຮົາຮູ້ຈັກ ແລະ ຄົນທີ່ພວກເຮົາຍັງບໍ່ຮູ້ຈັກນັ້ນ ແມ່ນວິທີທີ່ສາວົກຈະທະວີຄູນ ແລະ ອານາຈັກຂອງພຣະເຈົ້າຈະເຕີບໂຕໄດ້ທັງໄກ ແລະ ໄວ.

ພວກເຮົາຈຳເປັນຕ້ອງເຫັນຊ່ອງຫວ່າງລະຫວ່າງພຣະປະສົງຂອງພຣະເຈົ້າທີ່ສຳເລັດຢ່າງສົມບູນເທິງແຜ່ນດິນໂລກ ກັບ ສະພາບການທີ່ມີຢູ່ໃນປັດຈຸບັນ. ສິ່ງນີ້ຕ້ອງເກີດຂຶ້ນໃນສອງຂອບເຂດ:

ຄວາມສຳພັນທີ່ມີຢູ່ແລ້ວ

ຂອບເຂດທຳອິດແມ່ນຄວາມສຳພັນທີ່ມີຢູ່ແລ້ວຂອງພວກເຮົາ. ສິ່ງນີ້ລວມເຖິງໝູ່ເພື່ອນ, ຄອບຄົວ, ເພື່ອນຮ່ວມວຽກ, ເພື່ອນຮ່ວມຮຽນ ແລະ ອາດຈະລວມເຖິງເພື່ອນບ້ານດ້ວຍ. ນີ້ແມ່ນວິທີທີ່ຂ່າວປະເສີດເດີນທາງໄດ້ໄວທີ່ສຸດ. ຄວາມຫ່ວງໃຍສຳລັບຄົນເຫຼົ່ານີ້ເກີດຂຶ້ນໄດ້ຢ່າງເປັນທຳມະຊາດ. ໃນລູກາ 16:19-31 ພວກເຮົາເຫັນວ່າ ແມ່ນແຕ່ຄົນຮັ່ງມີທີ່ກຳລັງທຸກທໍລະມານຢູ່ໃນນະລົກ ກໍຍັງມີຄວາມຮັກ ແລະ ຄວາມຫ່ວງໃຍຕໍ່ຄອບຄົວແບບນີ້. ຄົນເຫຼົ່ານີ້ຖືກພຣະເຈົ້າວາງໄວ້ໃນຊີວິດຂອງພວກເຮົາ ແລະ ພວກເຮົາຈຳເປັນຕ້ອງດູແລຄວາມສຳພັນເຫຼົ່ານັ້ນໃຫ້ດີ ດ້ວຍຄວາມຮັກ, ຄວາມອົດທົນ ແລະ ຄວາມພາກພຽນຕໍ່ເນື່ອງ.

ທ່ານສາມາດຊ່ວຍໃຫ້ຜູ້ຕິດຕາມພຣະຄຣິດອ່ອນໄຫວຕໍ່ຄົນກຸ່ມນີ້ໄດ້ ໂດຍໃຫ້ພວກເຂົາລອງຂຽນ 100 ລາຍຊື່ຂອງຄົນທີ່ພວກເຂົາຮູ້ຈັກ. ໃຫ້ກຳລັງໃຈພວກເຂົາແບ່ງລາຍຊື່ເຫຼົ່ານັ້ນອອກເປັນສາມກຸ່ມ: ຜູ້ທີ່ຕິດຕາມພຣະຄຣິດ, ຜູ້ທີ່ບໍ່ໄດ້ຕິດຕາມພຣະຄຣິດ, ແລະ ຜູ້ທີ່ຍັງບໍ່ຮູ້ສະຖານະຝ່າຍວິນຍານ.

ຈາກນັ້ນພວກເຂົາສາມາດຊອກຫາວິທີທີ່ຈະຈັດຕຽມ ແລະ ໜູນໃຈຜູ້ທີ່ຕິດຕາມພຣະຄຣິດໃຫ້ເກີດຜົນຫຼາຍຂຶ້ນ ແລະ ສັດຊື່ຫຼາຍຂຶ້ນ. ພວກເຂົາຍັງສາມາດເລີ່ມຊອກຫາວິທີທີ່ຈະຊ່ວຍ “ສ້າງສາວົກ” ໃຫ້ກັບຜູ້ທີ່ຍັງບໍ່ຕິດຕາມພຣະຄຣິດ ເພື່ອນຳພວກເຂົາເຂົ້າສູ່ອານາຈັກ.

ການຕິດຕໍ່ ແລະ ຄວາມສຳພັນນອກເໜືອຈາກຄວາມສຳພັນທີ່ມີຢູ່ແລ້ວ

ຂອບເຂດທີສອງຂອງການເບິ່ງເຫັນບ່ອນທີ່ອານາຈັກບໍ່ໄດ້ຢູ່ ແມ່ນກ່ຽວກັບຄົນທີ່ຢູ່ນອກຈາກຄວາມສຳພັນ ຫຼື ການຕິດຕໍ່ທີ່ພວກເຮົາມີຢູ່ເປັນປະຈຳ. ພຣະເຢຊູໄດ້ຊົງສັ່ງສາວົກຂອງພຣະອົງໃຫ້ສ້າງສາວົກໃນທຸກກຸ່ມຊົນຊາດທົ່ວໂລກ.

ພຣະອົງຊົງສັ່ງໃຫ້ພວກເຂົາສ້າງສາວົກທັງໃນບ່ອນທີ່ພວກເຂົາຢູ່ໃນເວລານັ້ນ, ໃນບ່ອນໃກ້ຄຽງ, ທ່າມກາງຄົນທີ່ແຕກຕ່າງຈາກພວກເຂົາ, ແລະ ແມ່ນແຕ່ “ທີ່ສຸດປາຍແຜ່ນດິນໂລກ.” ນີ້ແມ່ນວິທີທີ່ຂ່າວປະເສີດໄປໄດ້ໄກທີ່ສຸດ. ສິ່ງນີ້ບໍ່ແມ່ນທຳມະຊາດ. ມັນເປັນເຫນືອທຳມະຊາດ. ນີ້ແມ່ນຫຼັກຖານວ່າພຣະວິນຍານບໍຣິສຸດຢູ່ໃນຊີວິດຂອງພວກເຮົາ.

ພຣະເຈົ້າມີຄົນໂປດຂອງພຣະອົງ. ຄົນໂປດຂອງພຣະອົງຄື ຜູ້ທີ່ຫລົງຫາຍ, ຄົນສຸດທ້າຍ ແລະ ຄົນທີ່ດ້ອຍໂອກາດທີ່ສຸດ. ເພາະສະນັ້ນ ພວກເຮົາຄວນລົງທຶນຊີວິດຂອງພວກເຮົາໃນການຮັບໃຊ້ ບໍ່ແມ່ນພຽງແຕ່ຄົນທີ່ຢູ່ໃກ້ຊິດກັບພວກເຮົາ, ແຕ່ຮວມເຖິງຜູ້ທີ່ຢູ່ໃນມຸມທີ່ມືດບອດຝ່າຍວິນຍານຫຼາຍທີ່ສຸດຂອງໂລກດ້ວຍ. ພຣະເຈົ້າຕໍ່ຕ້ານຄົນຈອງຫອງ ແຕ່ປະທານພຣະຄຸນແກ່ຄົນຖ່ອມໃຈ. ພວກເຮົາຄວນຮັບໃຊ້ຜູ້ທີ່ຢູ່ໃນຄວາມຈຳເປັນຢ່າງຫນັກ. ຄົນກຸ່ມນີ້ມັກຈະເປັນຄົນຖ່ອມໃຈທີ່ສຸດ. ກັບຄົນກຸ່ມນີ້ ພວກເຮົາຈຳເປັນຕ້ອງຊອກຫາ ແລະ ລົງທຶນໂດຍສະເພາະກັບຜູ້ທີ່ສັດຊື່.

ຈົ່ງຈື່ໄວ້ວ່າ ຄວາມສັດຊື່ແດງອອກໂດຍການເຊື່ອຟັງຕໍ່ສິ່ງທີ່ພຣະເຈົ້າຊົງສຳແດງ ແລະ ການແບ່ງປັນສິ່ງນັ້ນກັບຄົນອື່ນ. ຄົນເຫຼົ່ານີ້ເປັນເໝືອນດິນດີໃນຄຳອຸປະມາຂອງພຣະເຢຊູ. ພວກເຂົາຄືຜູ້ທີ່ເກີດຜົນ 30 ເທົ່າ, 60 ເທົ່າ ຫຼື 100 ເທົ່າ. ພວກເຂົາບໍ່ແມ່ນຄົນທີ່ມີໃຈແຂງກະດ້າງແລະປະຕິເສດຂໍ້ຄວາມ. ພວກເຂົາບໍ່ແມ່ນຄົນທີ່ຫຼົບຫນີໄປເມື່ອການຂົ່ມເຫັງເກີດຂຶ້ນ. ພວກເຂົາບໍ່ແມ່ນຄົນທີ່ຖືກລົບກວນໂດຍຄວາມກັງວົນຂອງໂລກນີ້ ຫຼື ຄວາມຮັ່ງມີ. ພວກເຂົາເປັນເໝືອນຊາຍທີ່ຖືກຜີເຂົ້າໃນເຂດເກຣາສາ ຜູ້ທີ່ຕອບສະໜອງຕໍ່ພຣະກິດຂອງພຣະເຢຊູໂດຍການເຊື່ອຟັງພຣະອົງ ແລະ ແບ່ງປັນກັບຄົນອື່ນວ່າພຣະເຈົ້າໄດ້ຊົງເຮັດຫຍັງເພື່ອເຂົາ. ຜົນກໍຄື ເມື່ອພຣະເຢຊູກັບຄືນໄປຍັງເຂດນັ້ນອີກໃນພາຍຫຼັງ ຝູງຊົນຈຳນວນຫຼາຍກຳລັງສະແຫວງຫາພຣະອົງ.

ຖາມຕົນເອງ

  • ຜູ້ໃດທີ່ທ່ານຮູ້ສຶກສະບາຍໃຈກວ່າໃນການແບ່ງປັນ? ຄົນທີ່ທ່ານຮູ້ຈັກຢູ່ແລ້ວ ຫຼື ຄົນທີ່ທ່ານຍັງບໍ່ເຄີຍພົບ?
    • ຍ້ອນຫຍັງທ່ານຈຶ່ງຄິດວ່າເປັນແນວນັ້ນ?
    • ທ່ານຈະຮູ້ສຶກດີຂຶ້ນແນວໃດໃນການແບ່ງປັນກັບຜູ້ທີ່ທ່ານບໍ່ສະບາຍໃຈນຳ?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ